ກຸ່ມສໍ້ຫຼວງສໍ້ຣາສຖືກຈັບ

ຈໍາປາທອງ
2014.11.14
F-image2 ກຸ່ມສໍ້ຫຼວງສໍ້ຣາສຖືກຈັບ
RFA

 

ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ວຽງຈັນ ເປີດເຜີຍວ່າ ເຈົ້າໜ້າທີ່ ຕໍາຣວດ ແຂວງວຽງຈັນ ໄດ້ຈັບ ຜູ້ຕ້ອງຫາ 90 ຄົນ ພາຍຫລັງ ທີ່ໄດ້ ສືບສວນ ສອບສວນ ພົບວ່າ ຜູ້ ຕ້ອງຫາ ນັ້ນ ມີສ່ວນ ກ່ຽວຂ້ອງ ກັບ ການ ປອມແປງ ໃບຕາດິນ ແລະ ຍຶດເອົາ ດິນ ຂອງ ປະຊາຊົນ ໃນແຂວງ ມີເນື້ອທີ່ ທັງໝົດ 10,660 ເຮັກ ຕາ ແລ້ວ ມອບໃຫ້ ບໍຣິສັດ ເອກກະຊົນ 10 ບໍຣິສັດ ຮ່ວມ ລົງທຶນ ຣະຫວ່າງ ນັກ ທຸຣະກິດ ລາວ ແລະ ນັກ ທຸຣະກິດ ຈີນ.

ໃນຈໍານວນ ຜູ້ ຕ້ອງຫາ 90 ຄົນນັ້ນ ເປັນ ພະນັກງານຣັດ 17 ຄົນ ເຈົ້າໜ້າທີ່ ຂັ້ນບ້ານ 33 ຄົນ ແລະ ນາຍໜ້າ ຂາຍດິນ 40 ຄົນ. ພວກເຂົາ ຮ່ວມກັນ ບໍ່ພຽງແຕ່ ເຮັດ ໃບຕາ ດິນ ປອມ ເພື່ອ ຍຶດເອົາ ດິນ ຂອງ ປະຊາຊົນ ແບບຜິດ ກົດໝາຍ ເທົ່ານັ້ນ ແຕ່ຍັງ ຮ່ວມກັນ ເອົາ ໃບຕາດິນ ປອມ ໄປກູ້ຢືມ ເງິນຈາກ ທະນາຄານ ຫລາຍ ກວ່າ 7 ຕື້ເຄິ່ງ ນໍາດ້ວຍ. ດັ່ງ ເຈົ້າໜ້າທີ່ ຢືນຢັນ ວ່າ:

"ການອອກ ໃບຕາດິນ ຊໍ້າຊ້ອນ ເກີດຂຶ້ນ ຍ້ອນການ ກະທໍາທີ່ ຜິດຣະບຽບ ກົດໝາຍ ຂອງ ບຸກຄົນ ໝາຍຄວາມ ວ່າມີ ການ ປອມແປງ ຫລື ອັດສໍາເນົາ ສີ ໃບຕາດິນ ເພື່ອ ນໍາໄປ ຄໍ້າປະກັນ ການກູ້ ຢືມເງິນ ຫລື ມີການແຈ້ງ ຕົວະວ່າ ໃບຕາດິນ ເສັຽຫາຍ ໃນ ປັຈຈຸບັນ".

ທາງການລາວ ເລິ່ມອອກ ໃບຕາດິນ ໃຫ້ ປະຊາຊົນ ແຕ່ປີ 1997. ມາເຖິງ ປັດຈຸບັນ ກໍເປັນ ປີ ທີ 17 ແລ້ວ, ແຕ່ ສາມາດ ອອກ ໃບຕາດິນ ໃຫ້ ໄດ້ພຽງ 705,000 ແປງ ຄື ໄດ້ພຽງ 30 ສ່ວນຮ້ອຍ ຂອງ ຈໍານວນ ແປງດິນ ທັງໝົດ ໃນ ທົ່ວ ປະເທສ ເທົ່ານັ້ນ.

ດິນ ຂອງ ປະຊາຊົນ ທີ່ ໂຄງການ ພັທນາ ຂອງຣັຖ ແລະ ເອກກະຊົນ ກວມເອົາ ແລະ ດິນ ຂອງ ປະຊາຊົນ ທີ່ ບໍ່ທັນມີ ໃບຕາດິນ ນັ້ນ ກາຍເປັນ ເປົ້າໝາຍ ຂອງ ພວກລັກໂລບ ເອົາດິນ ໄປຂາຍ ຕໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.