ສິທທິໃນການເຊື່ອຖື ຢູ່ລາວຍັງສັບສົນ


2013.05.21
F-John Kerry ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທ່ານ John Kerry
US States department

 

ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ອອກຣາຍງານ ກ່ຽວກັບ ສິດທິ ທາງ ສາສນາ ວ່າ ການ ປະຕິບັດ ກົດໝາຍ ແລະ ນະໂຍບາຍ ປົກປ້ອງ ເສຣີພາບ ໃນການເຊື່ອຖື ຢູ່ ສປປ ລາວ ໃນຂັ້ນເມືອງ ແລະ ທ້ອງຖີ່ນ ຍັງສັບສົນ ບໍ່ເປັນເອກສັນ.

ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ອອກຣາຍງານ ປະຈໍາປີ ກ່ຽວກັບ ການ ປະຕິບັດ ສິດທິ ໃນການ ນັບຖື ສາສນາ ໃນ ປະເທດຕ່າງໆ ທົ່ວໂລກ ຮວມທັງ ສປປລາວ. ຣັຖມົນຕຣີ ການ ຕ່າງປະເທດ ທ່ານ John Kerry ກ່າວວ່າ:

"ທ່ານຂໍຮຽກຮ້ອງ ໃຫ້ ທຸກປະເທດ ໂດຍສະເພາະ ປະເທດທີ່ ຣະບຸ ຢູ່ໃນ ຣາຍງານ ຈົ່ງ ເອົາມາຕການ ອັນຮີບດ່ວນ ເພື່ອປົກປ້ອງ ສິດ ເສຣີພາບ ຂັ້ນພື້ນຖານ ຂອງຄົນ".

ສະເພາະ ທີ່ກ່ຽວກັບ ສປປ ລາວ ໃນຣາຍງານ ແຈ້ງວ່າ ຣັຖທັມນູນ ແລະ ກົດໝາຍ ບາງສະບັບ ຂອງລາວ ປົກປ້ອງ ເສຣີພາບ ທາງ ສາສນາ ແຕ່ກໍຍັງ ສັບສົນ ປົນເປ ໃນການ ປະຕິບັດ ກົດໝາຍ ແລະ ນະໂຍບາຍ ໃນຂັ້ນເມືອງ ແລະ ໃນທ້ອງຖີ່ນ. ພ້ອມດຽວກັນ ກໍມີກົດໝາຍ ແລະ ນະໂຍບາຍ ອື່ນອີກ ທີ່ຈໍາກັດ ສິດທິ ໃນພາກ ປະຕິບັດ ທາງ ສາສນາ, ແລະ ຣັຖບານລາວ ທົ່ວໄປແລ້ວ ກໍປະຕິບັດ ຂໍ້ຈໍາກັດ ຕ່າງໆນັ້ນ. ແນວໂນ້ມ ຂອງ ຣັຖບານລາວ ເຣື່ອງ ເສຣີພາບ ທາງສາສນາ ບໍ່ມີຫັຍງ ປ່ຽນແປງ ພໍເທົ່າໃດ ໃນຊ່ວງປີ 2012.

ກົດໝາຍລາວ ບໍ່ຮັບຮູ້ ສາສນາ ເປັນຂອງຣັຖ ແຕ່ກໍມີ ການສນັບສນູນ ທາງການເງິນ ແລະ ສົ່ງເສີມ ຈາກ ທາງຣັຖບານ ລາວ ຕໍ່ພຸທສາສນາ ໄປພ້ອມໆກັບ ການຍົກເວັ້ນ ພຸທສາສນາ ຈາກຂໍ້ ຈໍາກັດຕ່າງໆ. ອໍານາດ ການປົກຄອງ ຂັ້ນເມືອງ ແລະ ທ້ອງຖີ່ນ ໃນທັງໝົດ 17 ແຂວງຂອງລາວ ຍັງມີ ຄວາມສົງໄສ ຕໍ່ກຸ່ມສາສນາ ທີ່ບໍ່ແມ່ນ ຊາວພຸດ ນັ້ນຕໍ່ໄປ ແລະບາງຄັ້ງ ກໍສະແດງອອກ ເຖິງຄວາມ ບໍ່ປານິປານອມ ໂດຍສະເພາະ ຕໍ່ກຸ່ມ ສາສນາເຢຊູ ນິກາຍ protestant ໂດຍບໍ່ຂຶ້ນ ກັບວ່າທາງ ການຮັບຮູ້ ຫລື ບໍ່ຮັບຮູ້.

ຣາຍງານ ຂອງກະຊວງ  ການຕ່າງປະເທດ ເວົ້າອີກວ່າ ຣັຖບານ ສະຫະຣັຖ ໄດ້ຍົກ ກໍຣະນີ ເຣື່ອງ ເສຣີພາບ ທາງ ສາສນາ ຂຶ້ນເວົ້າກັບ ຣັຖບານ ລາວ ເປັນປະຈໍາ. ຄວາມພຍາຍາມ ຈັດຕັ້ງການ ເຈຣະຈາ ຢ່າງເປີດເຜີຍ ແລະ ສນັບສນູນ ການແກ້ໄຂ ບັນຫາ ຄວາມຂັດແຍ່ງ ທາງສາສນາ ທາງ ສະຖານທູດ ສະຫະຣັຖ ກໍໄດ້ ຊ່ວຍອໍານວຍ ຄວາມສະດວກ ໃນການພົບປະ ຕ່າງໆ ຢູ່ຂັ້ນເມືອງ ໃນສາມບ້ານ ແຂວງ ສວັນນະເຂດ ແລະ ນຶ່ງບ້ານ ແຂວງ ສາຣາວັນ ທີ່ມີເຫດການ ຂັດແຍ່ງ ຣະຫວ່າງ ອໍານາດ ການປົກຄອງ ທ້ອງຖີ່ນ ແລະ ກຸ່ມຊາວ ໂປຣແຕສຕັງ. ພ້ອມດຽວກັນ ທາງ ສະຖານທູດ ສະຫະຣັຖ ໃນນະຄອນຫລວງ ວຽງຈັນ ຍັງໄດ້ ຕິດຕໍ່ກັບ ບັນດາ ຜູ້ນໍາທາງສາສນາ ຢູ່ເລື້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.