ຫຼວງພຣະບາງກໍາລັງປ່ຽນ ໂສມໜ້າ

ອຸ່ນແກ້ວ ສຸກສະຫວັນ
2015.10.13
F-LP ນໍ້າຄານ ຫລວງພຣະບາງ ຍາມແລງ
Marcel

ກ່ອນທີ່ ເມືອງ ຫຼວງພຣະບາງ ຈະ ຄົບຮອບ 20 ປີ ໃນການຂຶ້ນ ທະບຽນ ມໍຣະດົກ ໂລກ ທ້າຍປີ ນີ້ ອົງການ ຍູເນສໂກ ໄດ້ ສະແດງ ຄວາມ ກັງວົນ ຕໍ່ ການ ປ່ຽນແປງ ສະພາບ ຂອງ ເມືອງ ມໍຣະດົກ ໂລກ ແລະ ບັນຫາ ຄວາມ ບໍ່ເປັນ ຣະບຽບຮຽບ ຮ້ອຍ.

ນາງ ມົນທິຣາ ຫໍຣະຍາງກູນ ອູນາກູນ, ເຈົ້າໜ້າທີ່ ຊ່ຽວຊານ ດ້ານ ວັທນະທັມ ອົງການ ຍູເນສໂກ ປະຈຳ ບາງກອກ ຜູ້ຮັບ ຜິດຊອບ ດູແລ ເມືອງ ຫຼວງພຣະບາງ ມໍຣະດົກ ໂລກ ໄດ້ ຍົກ ຕົວຍ່າງ ບັນຫາ ມົລພິດ ແລະ ຂີ້ ເຫຍື້ອ.

“ນາງ ກ່າວວ່າ ນີ້ແມ່ນ ປັນຫາ ທ້າທາຍ ໃນການ ຈັດການ ມົລພິດ ຂີ້ເຫຍື້ອ ປັບປຸງໂຄງຮ່າງ ພື້ນຖານ ແຕ່ ຣັຖບານ ລາວ ໄດ້ ຮັບເງິນ ຊ່ວຍເຫລືອ ແລະ ການສະນັບ ສນູນ ນັກຊ່ຽວຊານ ຈາກ ຕ່າງ ປະເທດ ຫຼາຍ, ໂດຍສະເພາະ ຝຣັ່ງ ຍີ່ປຸ່ນ ແລະ ຈີນ ຈຶ່ງຄາດ ຫວັງວ່າ ຣັຖບານ ລາວ ຈະແກ້ ບັນຫາ ໄດ້ ດີກວ່ານີ້.”

ນອກຈາກ ນີ້ ນັກ ຊ່ຽວຊານ ທ່ານນີ້ ຍັງ ກ່າວ ຕື່ມວ່າ, ອົງການ ຍູເນສໂກ ເປັນຫ່ວງ ໃນການ ປ່ຽນແປງ ໂສມໜ້າ ຂອງ ເມືອງ ຫຼວງພຣະບາງ ຍ້ອນ ການເຕີບໂຕ ທາງ ເສຖກິດ ແລະ ການ ທ່ອງທ່ຽວເມືອງ ຫຼວງພຣະບາງ ຕົວຢ່າງ ຊາວບ້ານ ໄດ້ ດັດແປງ ບ້ານເຮືອນ ໄປເປັນ ໂຮງແຮມ ຮ້ານຄ້າ ຫຼາຍ.

ຜົລການ ສຳຣວດ ພື້ນທີ່ ໂດຍ ຫ້ອງການ ຢູເນສໂກ ປະຈຳ ສປປ ລາວ ຮ່ວມກັບ ມະວິທຍາໄລ ຍີ່ປຸ່ນ ພົບວ່າ, ໃນ ຣະຍະ ປີ 1999 - 2010 ບ້ານ ຢູ່ ອາໄສ ຂອງ ປະຊາຊົນ 1,300 ກວ່າ ຫລັງ ຖືກ ດັດແປງ ເປັນ ທຸຣະກິດ ບໍຣິການ ການ ທ່ອງທ່ຽວ ຈຳນວນ ກວ່າ ເຄີ່ງ ນຶ່ງ.

ຢ່າງໃດກໍຕາມ ອົງການ ຢູເນສໂກ ກໍຍັງຢາກ ແນະນຳ ໃຫ້ ຣັຖບານ ລາວ ກະຈາຍ ນັກ ທ່ອງທ່ຽວ ໄປຫາ ສະຖານທີ່ ທ່ອງທ່ຽວ ອື່ນໆນອກ ຕົວເມືອງ ເປັນຕົ້ນ ຖ້ຳ ນ້ຳຕົກຕາດ ຫມູ່ບ້ານ ຊາວດອຍ, ຊຶ່ງ ຈະຊ່ອຍ ກະຈາຍ ຣາຍໄດ້ ແກ່ ປະຊາຊົນ ຢ່າງ ທົ່ວ ເຖິງ ທັງຊ່ວຍ ລົດ ປັນຫາ ມົນລະພິດ ແລະ ຄວາມ ແອອັດ ໃນ ຕົວເມືອງ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.