ແພັດ ນັກຮ້ອງຍັງຄອງແຊ້ມ ຢູ່ໄທ
ອຸ່ນແກ້ວ ສຸກສະຫວັນ
2018.03.28
2018.03.28

ຈາກການເປັນເດັກນ້ອຍແມ່ຍິງ ທີ່ຄອບຄົວກໍທຸກຍາກ ຢູ່ບ້ານເດື່ອເໜືອ ເມືອງຊະນະສົມບູນ ແຂວງຈໍາປາສັກ, ໃນວັຍອາຍຸ ພຽງແຕ່ 14 ປີ ນາງ ແພັດ ຕ້ອງອອກຈາກບ້ານ ມາເຮັດວຽກລ້າງຖ້ວຍ ໃນຮ້ານອາຫານ ຢູ່ເມືອງປາກເຊ ແຕ່ຍ້ອນນາງ ມີພອນສແວງ ສົມກັບພອນສວັນ ພ້ອມກັບເຫດບັງເອີນ ມີຜູ້ແນະນໍາສົ່ງເສີມ ໃຫ້ເຂົ້າແຂ່ງຂັນ ຮ້ອງເພງ ຈຶ່ງເປັນຈຸດລິເລີ້ມຂອງ ນາງ ແພັດ ເພັດດາວອນ ໄດ້ກ້າວເດີນສູ່ ອາຊິີບການເປັນນັກຮ້ອງ.
ວິທຍຸເອເຊັຽເສຣີ ໄດ້ມີໂອກາດສໍາພາດ ແພັດ ເພັດດາວອນ ນັກຮ້ອງສາວລາວ ທີ່ກໍາລັງແຂ່ງຂັນຮ້ອງເພງ ຢູ່ປະເທດໄທ ໃນຕອນນີ້ ແລະ ຍັງຈະແຂ່ງອີກຕໍ່ໄປ ກ່ອນທີ່ຈະເຖິງຮອບສຸດທ້າຍ ຊຶ່ງນາງຕ້ອງໄດ້ຜ່ານດ່ານ ຜູ້ເຂົ້າແຂ່ງທ້າຊິງແຊັມ ອີກ 14 ຄົນ,