ທີວີລາວ ເລີ້ມກິຈການ


2013.03.11
F-TvLao ລາຍການສົນທະນາ "30 ນາທີ ທີວີລາວ"
TvLao

ໂທຣະທັດ ຊ່ອງໃໝ່ ຊຶ່ງເປັນຂອງ ເອກກະຊົນ ລາວ ໄດ້ເລີ່ມ ອອກອາກາດ ຢ່າງເປັນທາງການ ມາຕັ້ງແຕ່ ວັນທີ 6 ມິນາ 2013.

ພາຍຫລັງ ທີ່ໄດ້ມີການ ທົດລອງ ມາແຕ່ກາງ ເດືອນ ກຸມພາ 2013 ແລະ ມີຄວາມພ້ອມ ທາງດ້ານ ອຸປກອນ ການຜລິດ ຣາຍການ ແລະ ທາງດ້ານ ບຸຄລາກອນ.

ທ່ານ ຫົງຄໍາ ສຸວັນນະວົງ ປະທານ ສະຖານີ ໂທະທັດ ທີວີລາວ ຈໍາກັດ ໄດ້ ຖແລງວ່າ ສະຖານີ ໂທຣະທັດ ທີວີລາວ ໄດ້ສ້າງຕັ້ງຂຶ້ນ ໃນເດືອນ ທັນວາ 2012 ແລະ ໄດ້ເລີ່ມ ທົດລອງ ອອກອາກາດ ຜ່ານການ ສົ່ງສັນຍານ ດາວທຽມ Thaicom 5 ໃນວັນທີ 14 ກຸມພາ 2013 ເປັນຕົ້ນມາ.

ປັດຈຸບັນ ນອກຈາກ ນະຄອນຫລວງ ວຽງຈັນ ບາງ ແຂວງ ກໍສາມາດ ຮັບ ສັນຍານໄດ້ ແລະ ໃນ ອະນາຄົດ ກໍຈະສາມາດ ຮັບຊົມໄດ້ ທົ່ວປະເທດ ແລະ ຈະສາມາດ ເບິ່ງໄດ້ ໃນ 26 ປະເທດ. ໂທຣະທັດ ຊ່ອງນີ້ ຈະອອກ ຣາຍການ ທົ່ວໄປ ໂດຍ ເນັ້ນໜັກໃສ່  ຣາຍການ ກິລາ ກາຍກັມ ທີ່ກວມເອົາ 40% ຂອງ ຣາຍການ, ນອກນັ້ນ ກໍແມ່ນຣາຍ ການທ່ອງທ່ຽວ, ວັທນະທັມ, ສາຣະຄະດີ ເສຖກິດ-ສັງຄົມ, ທຸຣະກິດ, ເທັກໂນໂລຢີ ແລະອື່ນໆ ຊຶ່ງດຽວນີ້ມີ 15 ຣາຍການ ແລ້ວ.

ສະຖານີ ໂທຣະທັດ ແຫ່ງນີ້ ແມ່ນ ເອກກະຊົນ ເປັນເຈົ້າຂອງ 100% ແຫ່ງທີ 2 ຖັດຈາກ ລາວສະຕາທີວີ ແລະ ເປັນຊ່ອງທີ 5 ຂອງລາວ. ລົງທຶນ ປະມານ 2 ລ້ານ ໂດລາ ສະຫະຣັດ. ສະຖານີ ໂທຣະທັດ ທີວີລາວ ແຫ່ງນີ້ ແລະ ລາວສະຕາ ທີວີ ເປັນຂອງ ເອກກະຊົນ, ແຕ່ຣາຍການ ທີ່ຈະເຜີຍແພ່ ອອກສູ່ ຜູ້ຊົມນັ້ນ ກໍຍັງແມ່ນ ຣັຖບານລາວ ເປັນຜູ້ ຄວບຄຸມ ຢ່າງໃກ້ຊິດ ຕາມ ນະໂຍບາຍ ຂອງພັກຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.