ຂ.ອຸດົມໄຊເປັນເຈົ້າພາບ ແຂ່ງຂັນກິລາແຫ່ງຊາດ


2013.05.10
F-games ການແຂ່ງຂັນກິລາແຫ່ງຊາຕ ສປປລາວ ຄັ້ງທີ 9 ທີ່ແຂວງຫລວງພຣະບາງ
LPDR

 

ແຂວງ ອຸດົມໄຊ ກໍາລັງສ້າງ ສນາມກິລາ ເພື່ອກະຕຽມ ເປັນເຈົ້າພາບ ຈັດການແຂ່ງຂັນ ກິລາ ແຫ່ງຊາດ ຄັ້ງທີ່ 10 ໃນທ້າຍ ປີ 2014. ປັດຈຸບັນ ການສ້າງ ສນາມກິລາ ໃໝ່ ສຳເຣັດ ໄປແລ້ວ 80 ສ່ວນຮ້ອຍ. ເຈົ້າໜ້າທີ່ ຜແນກການສຶກສາ ແລະ ກິລາ ແຂວງ ອຸດົມໄຊ ກ່າວເມື່ອວັນທີ່ 10 ເດືອນ ພຶສພາ ນີ້ວ່າ:

“ກໍາລັງກະຕຽມ ກ່ຽວກັບ ເດິ່ນກິລາ ໄດ້ປະມານ 80 ເປີເຊັນ ແລ້ວ ກະວ່າ ສຳເຣັດແລ້ວ ຈະເລິ້ມ ແຂ່ງຂັນ ບາດດຽວ ແລ້ວກໍອັນອື່ນ ກໍເລິ້ມໆ ກະກຽມແລ້ວ.”

ເຈົ້າໜ້າທີ່ ແຂວງ ອຸດົມໄຊ ເວົ້າອີກວ່າ ສນາມກິລາ ແຫ່ງໃໝ່ ເປັນສນາມ ທີ່ໃຫຍ່ ສາມາດບັນຈຸ ຄົນເບິ່ງໄດ້ ເຖິງ 18,000 ຄົນ ແລະ ສາມາດ ຈັດການແຂ່ງ ຂັນກິລາ ຫລາຍປະເພດ ເປັນຕົ້ນ ກິລາ ເຕະບານ ແລ່ນ ແລະ ລານ ແລະ ແທນນິສ. ສຳຣັບ ຫໍພັກ ນັກກິລານັ້ນ ທາງແຂວງ ຈະບໍ່ ຈຳເປັນຕ້ອງ ສ້າງຫໍພັກ ສະເພາະ ສຳຣັບນັກກິລາ ທີ່ຈະມາ ແຂ່ງຂັນ ແຕ່ໃນເວລາ ແຂ່ງຂັນ ທາງການ ຈະປິດໂຮງຮຽນ ເກືອບທຸກແຫ່ງ ຢູ່ເມືອງໄຊ ແລ້ວໃຊ້ ໂຮງຮຽນ ເປັນບ່ອນ ພັກເຊົາ ຂອງນັກກິລາ.

ເຈົ້າໜ້າທີ່ ແຂວງ ອຸດົມໄຊເວົ້າ ອີກວ່າ ຈຸດປະສົງ ນຶ່ງ ທີ່ແຂວງ ອຸດົມໄຊ ຮັບເປັນເຈົ້າພາບ ຈັດການແຂ່ງຂັນ ກິລາ ແຫ່ງຊາດ ກໍແມ່ນເພື່ອ ສົ່ງເສີມ ການທ່ອງທ່ຽວ. ແຂວງ ອຸດົມໄຊ ມີສະຖານທີ່ ທ່ອງທ່ຽວ ທີ່ໜ້າ ສົນໃຈ ຫລາຍແຫ່ງ ແຕ່ຄົນສ່ວນຫລາຍ ຍັງບໍ່ຮູ້ເທື່ອ. ທາງການລາວ ຈັດການ ແຂ່ງຂັນ ກິລາ ແຫ່ງຊາດ ຂື້ນທຸກໆ ສອງປີ; ເມື່ອປີກາຍ ຈັດຢູ່ນະຄອນ ຫລວງພຣະບາງ ມີນັກ ກິລາ ແລະ ເຈົ້າໜ້າທີ່ ກິລາ ຈາກ ທຸກແຂວງ ເຂົ້າຮ່ວມ ຫລາຍພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.