ທາງການເຂົ້າແກ້ບັນຫາໃນ ເມືອງພິນ
2014.03.23
ເຈົ້າໜ້າທີ່ ລາວ ທີ່ ກ່ຽວຂ້ອງ ເປີດເຜີຍ ວ່າ ທາງການ ໄດ້ສົ່ງ ພະນັກງານ ໄປແກ້ໄຂ ບັນຫາ ຄວາມ ຂັດແຍ່ງ ເຣື່ອງ ສາສນາ ທີ່ບ້ານ ນາຕາຮໍ ເມືອງພິນ ແຂວງ ສວັນນະເຂດ ແລ້ວ ຫລັງຈາກ ທີ່ ຊ່ວງ ຕົ້ນປີ ເກີດມີ ຂໍ້ຂັດແຍ່ງ ລະຫວ່າງ ຊາວບ້ານ ດ້ວຍກັນ ຈົນເຮັດໃຫ້ ຊາວບ້ານ ທີ່ ເປັນ ຊາວ ຄຣິສຕຽນ ຕ້ອງ ຍ້າຍໜີ ໄປຢູ່ ນອກບ້ານ. ດັ່ງທ່ານ ກ່າວຕອນ ໜຶ່ງວ່າ:
"ລົງແລ້ວ ຄະນະ ຊີ້ນໍາເຂດ ເພິ່ນ ກໍໄປ ສຶກສາ ອົບຮົມ ແລ້ວສິ ແກ້ໃຫ້ ກັບມາ ຢູ່ຮວມກັນ ຫັ້ນແຫລະ ບໍ່ໃຫ້ ແບ່ງພັກ ແບ່ງພວກ ບໍ່ໃຫ້ ແບ່ງ ອັນນັ້ນ ແຫລະ ຊົນຊາດ ຊົນເຜົ່າ".
ທ່ານກ່າວ ຕໍ່ໄປວ່າ ຊາວບ້ານ ນາຕາຮໍ ໃນ ເມືອງພີນ ເປັນເຜົ່າ ລາວເທິງ ສ່ວນຫລາຍ ນັບຖື ສາສນາ ພຸດ ແຕ່ເມື່ອ ຫລາຍປີ ມານີ້ ມີ 6 ຄອບຄົວ ໄດ້ປ່ຽນ ໄປນັບຖື ສາສນາ ຄຣິສ ແລະ ເຮັດພິທີ ທາງ ສາສນາ ທີ່ ແຕກຕ່າງ ອອກໄປ ເຮັດໃຫ້ ຜູ້ເຖົ້າ ຜູ້ແກ່ ໃນບ້ານ ບໍ່ພໍໃຈ ແລະ ເກີດຄວາມ ຂັດແຍ່ງ ແລະ ມີບັນຫາ ກັນມາ ຕລອດ ຈົນໃນ ທີ່ສຸດ ເມື່ອຕົ້ນ ເດືອນ ມີນາ 2014 ນີ້ ຊາວ ຄຣິສຕຽນ ກຸ່ມ ດັ່ງກ່າວ ກໍຍ້າຍ ອອກຈາກ ບ້ານ ໄປຕັ້ງ ເຮືອນໃໝ່ ຫ່າງ ອອກໄປ 10 ກວ່າ ຫລັກ ເພື່ອຫລີກລ່ຽງ ບັນຫາ.
ເມື່ອທາງການ ຮູ້ ກໍສົ່ງ ພະນັກງານ ໄປແກ້ໄຂ ໃຫ້ການ ສຶກສາ ອົບຮົມ ແກ່ຄົນ ໃນບ້ານ ນາຕາຮໍ ເພື່ອໄກ່ເກັ່ຽໃຫ້ທັງ 6 ຄອບຄົວ ທີ່ ຍ້າຍອອກ ໄປນັ້ນ ກັບ ເຂົ້າມາ ຢູ່ໃນບ້້ານ ຄືເກົ່າ ແລະ ສາມາດ ດໍາເນີນ ຊີວິດ ຮ່ວມກັນ ຕາມ ປົກກະຕິ ແລະ ອົບຮົມ ບໍ່ໃຫ້ມີ ຄວາມ ຂັດແຍ່ງ ກັນອີກ.
ທ່ານກ່າວ ໃນ ຕອນທ້າຍ ໂດຍເຊື່ອວ່າ ບັນຫາ ຄວາມ ຂັດແຍ່ງ ຄັ້ງນີ້ ຈະ ສາມາດ ແກ້ໄຂໄດ້ ແຕ່ຕ້ອງ ໃຊ້ເວລາ ຊຶ່ງທາງ ເຈົ້າໜ້າທີ່ ກໍຈະ ພຍາຍາມ ແກ້ໄຂ ເພື່ອບໍ່ໃຫ້ ເກີດຄວາມ ຂັດແຍ່ງກັນ ຣະຫວ່າງ ຊາວບ້ານ ດ້ວຍກັນ.