ບຸນນະມັສການວັດພູ ຈໍາປາສັກ


2014.02.10
F-Wat-Phu ວັດພູຈໍາປາສັກ
RFA

 

ການສເລີມສລອງ ບຸນວັດພູຈໍາປາສັກ ພາກໃຕ້ຂອງລາວ ໄດ້ປະຕິບັດ ສືບທອດກັນມາ ຕາມປະເພນີ ໃນແຕ່ລະປີ ຢ່າງເບີກບານມ່ວນ ຊື່ນ. ເຖິງວ່າ ມີບາງປີ ເຊັ່ນປີກາຍນີ້ ມີຫາງສຽງຈົ່ມວ່າ ເຣື່ອງການ ເກັບຄ່າ ບໍຣິການຫລາຍເກີນໄປ. ແຕ່ສໍາລັບປີ 2014 ນີ້ ຄະນະຈັດ ຕັ້ງງານ ບຸນ ດັ່ງກ່າວ ຢືນຢັນວ່າ ຈະບໍ່ໃຫ້ເປັນ ຄືປີຜ່ານມາ ຈະບໍ່ໃຫ້ກະທົບ ຕໍ່ຜູ້ທີ່ໄປ ທ່ອງທ່ຽວ. ທ່ານ ໜູຈັນ ຈັນທະພົງ ເຈົ້າເມືອງ ຈໍາປາສັກ ຮອງປະທານ ຈັດບຸນ ນະມັສການ ຜາສາດຫີນ ວັດພູ ປີນີ້ ກ່າວວ່າ ບຸນວັດພູ ຈະຈັດຂຶ້ນ ແຕ່ວັນທີ 11 ເຖິງວັນທີ 14 ກຸມພາ 2014 ກົງກັບມື້ ອອກໃໝ່ 12 ຄໍ່າ ຫາມື້ເພັງ 15 ຄໍ່າ ເດືອນ 3. ວັນທີ 11 ກຸມພາ ເປັນມື້ ເປີດຕລາດນັດ ແລະ ເລີ່ມຄົບງັນ ຕາມ ປະເພນີ ແລະວັນທີ 12 ກຸມພາ ເປັນວັນງານ ບຸນວັດພູ ຢ່າງເປັນທາງການ ຈະມີການ ແຫ່ປ້າຍ ມໍະດົກ ຮູບໂຮງຊາວ, ຂະບວນ ທີ່ເປັນ ເອກກະລັກ ຂອງ 9 ເມືອງ ຊຶ່ງຈະມີ ຄະນະນໍາ ຈາກສູນກາງ, ແຂວງ ແລະ ເມືອງ ເຂົ້າຮ່ວມ.

ທ່ານວ່າ ຈະມີກິຈກັມ ຕ່າງໆ ເປັນຕົ້ນ ຕລາດນັດ ວາງສະແດງ ສິນຄ້າ, ການແຂ່ງຂັນ ກິລາ ມວນຊົນ, ການສະແດງສິລປະວັນນະຄະດີ ລໍາເລື່ອງ ປາລັດ ຕື້ ແລະ ອື່ນໆ ອີກຫລາຍຢ່າງ. ສໍາລັບ ການເກັບຄ່າ ທໍານຽມ ໃນງານ ບຸນວັດພູ ນັ້ນ ທ່ານ ໜູຈັນ ຈັນທະພົງ ເວົ້າວ່າ ເນື່ອງຈາກ ການ ຈັດງານບຸນ ມີການໃຊ້ຈ່າຍ ຂະນະທີ່ ບໍ່ມີ ງົບປະມານ ດັ່ງນັ້ນ ຈຶ່ງຈະມີ ການເກັບ ທໍາມະດາ ຈາກຜູ້ມາທ່ຽວ ເຊັ່ນຄ່າ ວົງກົມຕິດລົດ, ຄ່າ ຝາກລົດ, ຄ່າປີ້ສໍາລັບ ຜູ້ທີ່ຈະຂຶ້ນ ໄປໄຫວ້ ຢູ່ເທິງພູ. ສ່ວນວ່າຜູ້ໄປ ທ່ຽວຊົມງານ ບຸນທົ່ວໄປ, ບໍ່ຂຶ້ນເທິງພູ ນັ້ນແມ່ນ ບໍ່ໄດ້ຈ່າຍ.

ທ່ານວ່າ ທຸກບັນຫາ ທີ່ເກີດຂຶ້ນ ເມື່ອປີຜ່ານມາ ນັ້ນ ທາງຄະນະ ຈັດງານບຸນ ປີນີ້ ກໍໄດ້ ພຍາຍາມ ແກ້ໄຂ ບໍ່ໃຫ້ ເກີດຂຶ້ນອີກ ດັ່ງນັ້ນ ຈຶ່ງຂໍເຊີນ ພໍ່ແມ່ ພີ່ນ້ອງ ຊາວລາວ ຕລອດເຖິງ ນັກທ່ອງທ່ຽວ ທັງຫລາຍ ມາທ່ຽວຊົມ ກັນຢ່າງ ສນຸກສນາມ ແລະ ເບີກບານ ມ່ວນຊື່ນ. ກ່ຽວກັບ ການສເລີມສລອງ ບຸນວັດພູ ຈໍາປາສັກ ຕາມການບອກເລົ່າ ຂອງ ທ່ານ ພອນ ສຸກວິລັຍ ອາດີດ ທ່ານຄຣູ ເມືອງ ຈໍາປາສັກ ບອກໃຫ້ຮູ້ວ່າ ຍັງມ່ວນ ຊື່ນຢູ່ຄູ່ປີ ແຕ່ກໍບໍ່ ຄືເກົ່າ:

...............................ສຽງ..................................... ........................................................................................................

ບຸນວັດພູ ເປັນບຸນປະເພນີ ທີ່ຊາວລາວ ເປັນຕົ້ນ ຢູ່ແຂວງຈໍາປາສັກ ແລະ ແຂວງພາກໃຕ້ ຖືວ່າມີ ຄວາມໝາຍສໍາຄັນ ທາງວັທນະທັມ ແລະ ປວັດສາດ ພາກັນຈັດຕັ້ງ ສເລີມສລອງ ຢ່າງເບີກບານ ມ່ວນຊື່ນ ພາຍຫລັງ ທີ່ໄດ້ອອກແຮງງານ ເຮັດໄຮ່ເຮັດນາ ເຮັດຮົ້ວສວນ ເພີ່ມພູນ ຜລິດຜົລ ມາມີເວລາ ພັກຜ່ອນຢ່ອນໃຈ ຢ່າງສນຸກສນານ ຕລອດງານ ບຸນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.