ຫ້າມຣະເມີດສິດ ໃນການເຊື່ອຖື


2013.05.28
F-church ໂບດຂອງຊາວບ້ານ ໃນຊຸມຊົນ ຂອງລາວ
Boukham-Katin

 

ທາງການລາວ ຈະລົງໂທດ ເຈົ້າໜ້າທີ່ ການປົກຄອງ ທ້ອງຖິ່ນ ທີ່ລະເມີດ ກົດໝາຍ ວ່າດ້ວຍສິດ ເສຣີພາບ ໃນການ ນັບຖື ສາສນາ.

ທາງການ ສະຫະຣັຖ ແລະ ອົງການ ສິດທິມະນຸດ ສາກົນ ຣາຍງານວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ຍັງປາບປາມ ຊຸມຊົນ ສ່ວນນ້ອຍ ທີ່ນັບຖື ສາສນາ ຄຣິສຕຽນ ເຊັ່ນຍັງຂົ່ມຂູ່ ຈັບແລະກັກຂັງ ຊາວລາວ ໂປຣແຕັສຕັ້ງ ແລະ ມ້າງເພ ໂບດ ຂອງ ພວກເຂົາເຈົ້າ. ແຕ່ເຈົ້າໜ້າທີ່ ຂັ້ນສູງ ຂອງ ທາງການ ທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ເວົ້າວ່າ:

“ຍິນຢູ່ ຂ່າວແນວນັ້ນ ແຕ່ວ່າຕົວຈິງ ມັນ ແມ່ນສະພາບ ແນວໃດ ຄັນວ່າ ປາບປາມແທ້ ມັນກໍສິ ບໍ່ເໝາະ ບໍ່ຖືກກັບ ກົດໝາຍ ສິດທິ ເສຣີພາບ ໃນການເຊື່ອຖື ບໍ່ເຊື່ອຖື ທຸກຄົນ ມີສິດສ ເມີພາບກັນ ກໍພະຍາຍາມ ເຮັດໃຫ້ມັນ ຖີືກ ຄັ່ນໃຜ ເຮັດບໍ່ຖືກ ຣັຖເອງ ກໍສິຈະ ໄດ້ເວົ້າວ່າ ຈະຕ້ອງໄດ້ ແກ້ກັນ ຈະຕ້ອງ ມີເວລາ ລົງກວດຕົວຈິງ ສະພາບມັນ ເປັນແນວໃດ ພ້ອມກັນແກ້.”

ເຈົ້າໜ້າທີ່ ຂັ້ນສູງ ທ່ານນີ້ ເວົ້າອີກວ່າ ຂໍ້ຂັດແຍ້ງ ຣະຫວ່າງ ອຳນາດ ການປົກຄອງ ທ້ອງຖິ່ນ ແລະ ຊາວຄຣິສຕຽນ ສ່ວນຫລາຍ ເກີດຈາກຄວາມ ເຂົ້າໃຈຜິດ ຊຶ່ງກັນ ແລະກັນຊື່ໆ. ເມື່ອສັປດາ ທີ່ແລ້ວ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຣາຍງານ ວ່າ ສປປລາວ ມີຣັຖທັມມະນູນ ແລະ ກົດໝາຍ ບົ່ງໄວ້ວ່າ ປະຊາຊົນລາວ ມີສິດ ເສຣີພາບ ໃນການເຊື່ອຖື ຫລື ບໍ່ເຊື່ອຖື ໃນສາສນາ; ແຕ່ໃນພາກ ປະຕິບັດ ຕົວຈິງ ເຈົ້າໜ້າທີ່ ທາງການລາວ  ໂດຍສະເພາະ ເຈົ້າໜ້າທີີ່ ຂັ້ນເມືອງ ແລະ ຂັ້ນບ້ານ ຍັງຈຳກັດ ສິດເສຣີພາບ ດັ່ງກ່າວ ຢ່າງ ເຄັ່ງຄັດຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.