ປີໃໝ່ລາວຄຶກຄື້ນຢູ່ ຫຼວງພຣະບາງ

ສົມເນ
2017.04.14
f-lp ປີໃໝ່ລາວ ທີ່ ເມືອງຫຼວງພຣະບາງ ສລອງກັນຢ່າງຄຶກຄື້ນທຸກປີ
RFA/NY

ປະຊາຊົນຢູ່ເມືອງຫຼວງພຣະບາງ ເວົ້າວ່າພວກຕົນ ຈະພາກັນມ່ວນຊື່ນສຸດຂີດ ຢູ່ໃນຂອບເຂດຂອງຂໍ້ຫ້າມ ຂອງກໍາແພງເມືອງ, ແຕ່ຜູ້ທີ່ໄປ ເບິ່ງຊົມ ການຫລິ້ນ ຢູ່ຕາມຖນົນ ເວົ້າວ່າ:

"ສໍາລັບຂໍ້ຫ້າມທີ່ທາງເມືອງເພິ່ນ ແຈ້ງມາຫັ້ນ ສ່ວນຫຼາຍ ເຂົາເຈົ້າກໍບໍ່ຄ່ອຍຟັງ ຫັ້ນແຫຼະ, ຖ້າວ່າອັນຈະເຮັດຕາມ ອັນທີ່ຂໍ້ຫ້າມ ສົ່ງມາຫັ້ນ ກ່າຈະບໍ່ມີຄົນ ຫຼິ້ນເນາະ, ແຕ່ດຽວນີ້ ກະຍັງມີ ຂະເຈົ້າເຮັດຢູ່ ຂະເຈົ້າເອົານໍ້າໃສ່ ຖັງທ້າຍລົດ, ແຕ່ສໍາລັບປີນີ້ ຂະເຈົ້າກ່າຫຼິ້ນ ທັມມະດາ".

ກໍາແພງນະຄອນຫຼວງພຣະບາງ ວາງຂໍ້ຫ້າມຫຼາຍຂໍ້ ຍ້ອນເຫັນວ່າການຫຼິ້ນ ຫົດນໍ້າໃສ່ກັນ ແບບເກີນຂອບເຂດ ເຮັດໃຫ້ເກີດ ອຸປະຕິເຫຕ ໃນແຕ່ລະປີ. ຂໍ້ຫ້າມເພິ່ນລະບຸວ່າ ກ່ອນຈະຫົດນໍ້າໃສ່ ຄົນໃດຄົນນຶ່ງ ຕ້ອງຂໍອະນຸຍາດ ເສັຽກ່ອນ ແລະໃຫ້ຫົດແຕ່ ຕົນຕົວເທົ່ານັ້ນ. ຂໍ້ນີ້ກໍ ເລີຍເຮັດໃຫ້ ຜູ້ຫລິ້ນບຸນ ເສັຽຄວາມຮູ້ສຶກ ໃນການມ່ວນຊື່ນ. ນໍ້າທີ່ເອົາມາ ຫົດກັນນັ້ນ ຕ້ອງບໍ່ເປັນນໍ້າ ເປິເປື້ອນ ແລະປະສົມສີຕ່າງໆ. ບໍ່ໃຫ້ເອົາອ່າງນໍ້າ ຖັງນໍ້າຕໍ່ທໍ່ ອອກມາແຄມທາງ ແລະລັດຫົດໃສ່ຄົນ ທີ່ສັນຈອນໄປມາຢູ່ ກາງທາງ. ຫ້າມເອົານໍ້າ ບັນທຸກໃສ່ລົດໃຫຍ່ ລົດສາມລໍ້ຕິດຂ້າງ ລົດຈັກເລາະສາດນໍ້າໃສ່ ຄົນແລະລົດ ທີ່ສັນຈອນໄປມາ. ຫ້າມສວຍໂອກາດ ຈັບລູບຮ່າງກາຍກັນ ໂດຍສະເພາະ ໃນເວລາຫົດນໍ້າໃສ່ ເພດກົງກັນຂ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.