ມ.ຫຼວງພຣະບາງສລອງ ປີໃໝ່ ລາວ
ມະນີຈັນ
2017.04.14
2017.04.14
ເປັນທີ່ກ່າວຂານກັນວ່າ ການສລອງບຸນ ປີໃໝ່ລາວ ທີ່ເມືອງຫຼວງພຣະບາງ ມີສິ່ງທີ່ໜ້າ ຈັບໃຈ ສໍາລັບ ຜູ້ຄົນທີ່ໄດ້ ມາເຫັນ ຍ້ອນການ ສລອງ ທີ່ເປັນເອກລັກ ດັ້ງເດີມ ຂອງຊາວເມືອງ. ແມ່ນຫຍັງ ເປັນທີ່ໜ້າ ຈັບໃຈນັ້ນ ມະນີຈັນ ຈະນໍາພາ ທ່ານ ໄປຮູ້ຈັກ ຜ່ານການ ສັມພາດ ທ່ານ ບຸນຄົງ ຂຸດທ້າວ ຜູ້ຮັບຜິດຊອບ ວຽກງານ ວັທນະທັມ ຫ້ອງການເມືອງ ມໍຣະດົກໂລກ ຫຼວງພຣະບາງ.