ບຸນຊ່ວງເຮືອທີ່ເມືອງ ລໍຕັນ
2015.08.24
ງານບຸນ ຊ່ວງເຮືອ ປະເພນີ ຄັ້ງທີ 2 ຂອງ ຊາວລາວ ທີ່ ເມືອງ ລໍຕັນ ຣັດ ເວີຈິເນັຍ ສະຫະຣັຖ ອະເມຣິກາ, ຊຶ່ງ ຄນະ ກັມມະການ ອຸປຖັມ ວັດລາວ ເວີຈິເນັຽ ໄດ້ ຈັດຂຶ້ນ ໃນ ວັນທີ 22 ສິງຫາ 2015 ນີ້, ດໍາເນີນໄປ ຢ່າງ ຄຶກຄື້ນ ມ່ວນຊື່ນ, ໂດຍທີ່ ເຮືອ ວັດລາວ ພຸທທະວົງ ໄດ້ ທີນຶ່ງ. ດັ່ງ ໂຄສົກ ຂອງງານ ປະກາດ ວ່າ:
"ຣາງວັນ ທີນຶ່ງ ສຳລັບ ມື້ນີ້ ແມ່ນ ວັດລາວ ພຸທວົງ, ຣາງວັນ ທີສອງ ແມ່ນ ສະມາຄົມ ເທັນນິສ, ຣາງວັນ ທີສາມ ນໍຣະສັກ ດີຊາຍ, ຣາງວັນ ທີສີ່ ແມ່ນທິມ ກະຕິບເຂົ້າ, ຂະນ້ອຍ".
ຄນະ ສີພາຍ ທີ່ໄດ້ ທີ 1 ສະແດງອອກ ເຖິງຄວາມ ດີໃຈ ຂອງຕົນວ່າ:
"ໂອ ດີໃຈ ບໍ່ຄິດດອກ ວ່າສິໄດ້ ທີນຶ່ງ ຊ່ວງເຮືອ ປະພນີ ໃຫ້ມັນ ຄຶກຄື້ນ ກະວ່າ ປີ ຊິມານີ້, ຊິເປັນ ສີພາຍ ນຳເພິ່ນ ຢູ່ຫວະ ປີ ຊິມາ ກໍຢາກໃຫ້ ເພິ່ນເອົາ ເຮືອ ໃຫຍ່ໆມາ ລຳນຶ່ງ 20 ຄົນ ຄືຈີນ ເຂົາເຮັດນໍ ຊິມ່ວນກວ່າ ຄົນລາວເຮົາ ມັກມ່ວນ ຄືກັນ ຈັ່ງຊີ້ແຫລະ ພາກັນມາ ເຊີ້ງຢູ່ນີ້".
ພິເສດ ໃນ 15 ທິມ ທີ່ເຂົ້າຮ່ວມ ແຂ່ງຂັນ ການຊ່ວງ ໃນປີນີ້ ມີທິມ ເພດຍິງ ທິມນຶ່ງ, ເຖິງຈະບໍ່ໄດ້ ຣາງວັນ ທີນຶ່ງ ແຕ່ທາງ ຄນະສີພາຍ ກໍ ພຍາຍາມ ສຸດຂີດ ແລະ ມີ ຄວາມພໍໃຈ ທີ່ໄດ້ເຂົ້າ ຮ່ວມ ແຂ່ງຂັນ:
"ບໍ່ໃຫ້ເວົ້າ ເລີຍ ສຸດຍອດ ເລີຍ ສຸດຍອດ ສຸດຍອດ ສີພາຍ ມ່ວນ ທີ່ສຸດເລີຍ ສນຸກ ສຸດຂີດເລີຍ ຄັນບໍ່ພາດ ໜ້ອຍນຶ່ງ ນີ້ ແມ່ນໄດ້ ທີນຶ່ງ ແລ້ວນໍ ແມ່ນແລ້ວ".
ງານບຸນ ຊ່ວງເຮືອ ປະເພນີ ຄັ້ງນີ້, ມີຜູ້ຄົນ ເຂົ້າຮ່ວມ ຢ່າງ ຫຼວງຫຼາຍ ທັງ ຊາວລາວ ແລະ ຕ່າງ ປະເທສ. ການ ຊ່ວງເຮືອ ດໍາເນີນໄປ ໃນ ບັນຍາກາດ ເບີກບານ ມ່ວນຊື່ນ ກວ່າປີ ທີ່ ຜ່ານມາ. ດັ່ງ ຄຳເວົ້າ ຂອງ ຄນະ ສີພາຍ ເຮືອຊ່ວງ ທິມ ກະຕິບເຂົ້າ ທີ່ ໄດ້ ຣາງວັນທີ 4:
"ນີ້ປີ ທີສອງ ທີ່ວ່າ ວັດລາວ ເວີຈິເນັຍ ເພິ່ນ ຕັ້ງຂຶ້ນມາ ປີທີສອງ ແປວ່າ ຄຶກຄື້ນ ຫຼາຍທີ່ສຸດ ດີກວ່າປີ ຜ່ານມາ ກອງເຊັຽ ກະຫຼາຍ ມື້ນີ້ ສີພາຍ ມື້ນີ້ ບໍ່ໄດ້ ນັດ ກັນອີກ ມາພໍ້ກັນ ຢູ່ໜີ້ເລີຍ ເປັນ ສີພາບ ຮ້ານ ຕິບເຂົ້າ ອາຫານ ຂອງລາວ ຢູ່ ດີຊີ".
ເວົ້າເຖິງ ຄວາມ ຮູ້ສຶກ ຂອງ ຜູ້ເຂົ້າຮ່ວມ ຊົມງານ ບຸນຊ່ວງເຮືອ ຄັ້ງນີ້ ຕ່າງກໍວ່າ ມີຄວາມ ດີໃຈ ແລະ ມ່ວນຊື່ນ. ສໍາລັບ ພຣະອາຈານ ສົມລິດ ທິວຍະມັງ ທີ່ ມາຮ່ວມງານ ກໍມີ ຄວາມເຫັນວ່າ:
"ບຸນຊ່ວງເຮືອ ປະເພນີ ຂອງ ວັດລາວ ເວີຈິເນັຽ ເມືອງ ລໍຕົນ ເຫັນພໍ່ອອກ ແມ່ອອກ ມາຫຼາຍໜ້າ ຫຼາຍຕາ ຢູ່, ອາຈານ ໄດ້ເຫັນ ກໍດີໃຈ ຫຼາຍໆ ທີ່ເຫັນ ພໍ່ອອກ ແມ່ອອກ ໄດ້ມີ ຄວາມສຳຄັນ ໃນການມາ ເບິ່ງມາຊົມ ເຮືອຊ່ວງ ໃນ ມື້ນີ້".
ງານ ບຸນຊ່ວງເຮືອ ປະເພນີ ທີ່ ຄນະ ກັມມະການ ອຸປຖັມ ວັດລາວ ເວີຈິເນັຽ ຈັດຂຶ້ນ ຄັ້ງນີ້ ສໍາເຣັດລົງ ໃນ ຕອນບ່າຍ ຂອງ ວັນທີ 22 ສິງຫາ ດ້ວຍຄວາມ ເປັນຣະບຽບ ຮຽບຮ້ອຍ ແລະ ເບີກບານ ມ່ວນຊື່ນ ຕາມ ຮີດຄອງ ປະເພນີ ອັນດີງາມ ຂອງລາວ.