ລາວຄຣິສຈຽນຖືກຈັບ​ຢູ່ເມືອງນອງ

ສິດນີ
2014.06.03
F-Christians ຄົນຊະຣາ ສອງຜົວເມັຍ ຖືກບັງຄັບໃຫ້ ຖີ້ມບ້ານເຮືອນ ແລ້ວຖືກ ຂັບໄລ່ ອອກຈາກໝູ່ບ້ານ ຍ້ອນເຊື່ອຖື ສາສນາ ຄຣິສຈຽນ
HUMAN RIGHTS WATCH FOR LAO RELIGIOUS FREEDOM

 

ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ປະຈຳ ບ້ານ 5 ຄົນ ທີ່ ບ້ານ ລອຍນາມ ເມືອງນອງ ແຂວງ ສວັນນະເຂດ ໄດ້ຈັບກຸມ ທ້າວ ຊອດ ຊາວລາວ ຄຣິສຈຽນ ແລ້ວ ມັດລາວໃສ່ ຫລັກຮົ້ວ ແລ້ວ ຫົວຫຼອກ ລໍ້ ເຍາະເຍີ້ຍ ຕ່າງໆນາໆ ແລະ ບັງຄັບ ໃຫ້ລາວ ປະລະ ຄວາມ ເຊຶ່ອຖື ສາສນາ ຄຣິສຈຽນ. ເມື່ອລາວ ປະຕິເສດ ເຈົ້າຫນ້າທີ່ ກໍເອົາ ໂຕ ລາວໄປ ຂັງຄຸກ ຢູ່ ເມືອງນອງ.

ທ້າວ ຊອດ ຊົນເຜົ່າ ລາວເທິງ ອາຍຸ 40 ປີ ໄດ້ເຊຶ່ອຖື ສາສນາ ຄຣິສຈຽນ ໃນປີ ທີ່ຜ່ານມາ ແລະ ກໍເປັນຄົນ ທຳອິດ ທີ່ເຊື່ອຖື ສາສນາ ຄຣິສຈຽນ ໃນເມືອງ ນອງ ທີ່ ປະກອບ ດ້ວຍ 20 ບ້ານ. ຂ່າວກ່ຽວ ກັບການ ນັບຖື ສາສນາ ຄຣິສຈຽນ ຂອງ ທ້າວຊອດ ໄດ້ລາມໄປ ແບບໄຟ ໄຫມ້ປ່າ ໃນວັນທີ 15 ເດືອນ ພຶສພາ ຈຶ່ງມີ ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ເຂົ້າໄປ ເຮືອນລາວ ແລ້ວສັ່ງ ໃຫ້ລາວ ປະລະ ການເຊຶ່ອຖື ດ້ວຍການ ນາບຂູ່ ລາວວ່າ ຈະຢຶດບ້ານ ເຮືອນ ໄຮ່ນາ ຂອງ ລາວ ແລ້ວໄລ່ລາວ ຫນີຈາກ ໝູ່ບ້ານ.

ແຕ່ ທ້າວ ຊອດ ຍັງຍຶດຫມັ້ນ ໃນຄຳເວົ້າ ຄຳດຽວວ່າ ລາວຈະບໍ່ ປະລະ ການນັບຖື ສາສນາ ຄຣິສຈຽນ ຂອງລາວ ເພາະລາວ ບໍ່ໄດ້ເຮັດ ຜິດກົດຫມາຍ ເຮັດ ໃຫ້ ເຈົ້າຫນ້າທີ່ ໃຈຮ້າຍ ຫລັງຈາກ ພຍາຍາມ ຊັກຊວນລາວ ຫລາຍຄັ້ງ ຈຶ່ງຈັບລາວ ໃນມື້ວັນ ທີ 29 ເດືອນ ພຶສພາ ຊຶ່ງ ເປັນສິ່ງທີ່ ຜິດ ກົດຫມາຍ ແລະ ຣະເມີດ ສິດທິ ທາງ ສາສນາ ໃນລາວ. ອົງການ ສີ້ງຊອມ ສິດທິ ທາງ ສາສນາ ສາກົນ ໄດ້ຮຽກຮອ້ງ ໃຫ້ທາງການ ລາວ ປ່ອຍຕົວ ທ້າວ ຊອດ ຢ່າງ ຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.