ຣັຖທັມນູນ ສປປລາວ ມາດຕຣາ 35 ກໍານົດເອົາໄວ້ວ່າ ພົລເມືອງລາວ ໂດຍບໍ່ຈໍາແນກ ຍິງ-ຊາຍ, ລ້ວນແຕ່ມີຄວາມສເມີພາບ ຕໍ່ໜ້າ ກົດໝາຍ ແລະມາດຕຣາ 37 ກໍລະບຸວ່າ ພົລເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນ ທາງດ້ານການເມືອງ, ເສຖກິດ, ວັທນະທັມ, ສັງຄົມ ແລະ ຄອບຄົວ. ແຕ່ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ມິນາ ນີ້ແລ້ວແມ່ນວ່າ, ປັດຈຸບັນ ຢູ່ລາວ ໂດຍສະເພາະ ຢູ່ຕາມເຂດຊົນນະບົດ ຍັງຖືຜູ້ຊາຍ ເປັນໃຫຍ່ກວ່າແມ່ຍິງຢູ່, ຍ້ອນຍັງຍຶດຖືປະເພນີດັ້ງເດີມ.
ຄວາມຮຸນແຮງທາງດ້ານຮ່າງກາຍ ຕໍ່ແມ່ຍິງກໍມີຢູ່, ແຕ່ຄວາມຮຸນແຮງແບບໜັກໜ່ວງ ຈົນເຖິງຂັ້ນໄດ້ເຂົ້າໂຮງໝໍນັ້ນ ແມ່ນບໍ່ຄ່ອຍມີ, ເພາະ ແມ່ຍິງສາມາດ ເອົາຜິດຜູ້ຊາຍໄດ້ ພາຍຫລັງທີ່ມີກົດໝາຍ ຄຸ້ມຄອງ ເປັນຕົ້ນກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນ ການໃຊ້ຄວາມ ຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ກົດໝາຍຄອບຄົວ ແລະແມ່ຍິງກໍເລີ້ມຮູ້ ກົດໝາຍຫລາຍຂຶ້ນ ດັ່ງທີ່ນາງກ່າວວ່າ:
"ຄວາມຮຸນແຮງທາງດ້ານຮ່າງກາຍກໍມີຢູ່ແຕ່ບໍ່ຫຼາຍ, ກະຂຶ້ນກັບບາງທ້ອງຖິ່ນ ຜົວເມັຍຖຽງກັນກໍຍັງມີຢູ່, ບໍ່ເຖິງຂັ້ນໄປໂຮງໝໍ ແລະເຮົາວ່າ ບໍ່ຢາກມີແລ້ວຮີດຄອງ ຕົບຕີກັນ ປະຊາຊົນກໍຂ້ອນຂ້າງ ຮູ້ສິດຮູ້ກົດໝາຍ ຮູ້ຫຍັງຫລາຍຂຶ້ນ."
ນາງກ່າວຕື່ມວ່າ ວັນທີ 8 ມິນາ ປີ 2019 ນີ້ ເປັນວັນແມ່ຍິງສາກົນ ຄົບຮອບ 109 ປີ, ມີການສລອງກັນພາຍໃຕ້ຄໍາຂວັນ "ຄິດຢ່າງ ສເມີພາບ,ສ້າງຄວາມສະຫລາດ ປະດິດສ້າງ ເພື່ອການ ປ່ຽນແປງ" ແລະ ໃນມື້ວັນທີ 7 ມິນາ ນີ້, ໄດ້ຈັດກິຈກັມ ຢູ່ສູນອົບຮົມແມ່ຍິງ ລາວ, ທີ່ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມຄວາມສເມີພາບ ຣະຫວ່າງຍິງແລະຊາຍ, ຂນະທີ່ບາງສໍານັກງານອົງການ ກໍມີຂອງຂວັນ ໃຫ້ພະນັກງານແມ່ຍິງ ຜູ້ທີ່ມີບົດບາດສໍາຄັນ ດັ່ງທີ່ນາງກ່າວວ່າ:
"ຖ້າທຽບກໍຫຼຸດລົງກວ່າເກົ່ານັ້ນແຫຼະ, ເພາະວ່າບົດບາດຍິງ-ຊາຍຈະມີຫຼາຍຂຶ້ນ ຜູ້ຊາຍຈະໃຫ້ກຽດແມ່ຍິງຫຼາຍຂຶ້ນໃນປັດຈຸບັນນີ້ນະ, ເພິ່ນ ກໍລ່ຽງໃຊ້ຄວາມຮຸນແຮງແລ້ວ ເພາະວ່າມີກົດໝາຍເດ້ ແລ້ວກະຈະມີການ ດໍາເນີນຄະດີ ແລ້ວກະຝ່າຍກົດໝາຍ ເພິ່ນກໍລົງໄປເຜີນແພ່ ໃຫ້ມັນທົ່ວເຖິງເຂດນອກອະນ່າ."
ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານດຽວກັນນີ້ ແລ້ວແມ່ນວ່າ, ໃນໂອກາດວັນແມ່ຍິງສາກົນ ທີ 8 ມິນາ ນີ້ຢູ່ນະຄອນຫຼວງວຽງຈັນໄດ້ຈັດຫຼາຍ ກິຈກັມ, ໃນມື້ວັນທີ 7 ມິນາ ຮວມທັງການປາທະກະຖາ, ການສາຍຮູບເງົາ ກ່ຽວກັບປວັດຄວາມເປັນມາຂອງວັນດັ່ງກ່າວ ແລະບົດບາດ ຂອງແມ່ຍິງ, ການສະແດງສິລປະ ແລະອື່ນໆ ເພື່ອສົ່ງເສີມບົດບາດແມ່ຍິງລາວ.