ຫລວງປູ່ເນນຄຳ ຢູ່ລາວ
2013.08.27

ກົມສືບສວນ ພິເສດ ຫລື DSI ຂອງໄທ ຣາຍງານວ່າ ຫລວງປູ່ ເນນຄຳ ທີ່ມີຊື່ເປັນ ສາມັນຊົນ ທັມມະດາວ່າ ນາຍ ວິຣະພົນ ສຸກຜົນ ປັດຈຸບັນ ກຳລັງ ລີ້ຊ່ອນ ຢູ່ລາວ ເພາະ Facebook ມີຮູບ ຂອງ ຫລວງປູ່ເນນຄຳ ກຳລັງ ຕັດບາດ ຮັບຂອງທານ ຈາກຊາວໄທ ທີ່ຂ້າມໄປ ເຄົາຣົບ ບູຊາ ຫລວງປູ່ຢູ່ ຝັ່ງລາວ ເມື່ອບໍ່ດົນມານີ້.
ປັດຈຸບັນ ຫົວໜ້າຫ້ອງການ ສືບສວນພິເສດ ຮັບຜິດຊອບ ຄະດີ ຕ່າງປະເທດ ກຳລັງ ປຶກສາ ປະສານງານ ກັບ ເຈົ້າໜ້າທີ່ ຝ່າຍ ລາວ ເພື່ອນຳເອົາ ຫລວງປູ່ເນນຄຳ ກັບຄືນໄປ ດຳເນີນຄະດີ ຢູ່ໄທ ໃນຂໍ້ຫາ ຂົ່ມຂືນ ເດັກນ້ອຍ ແລະ ສໍ້ໂກງເງິນ ຂອງວັດ ແລະ ປະຊາຊົນ.
ໜັງສືພິມ Bangkok Post ຣາຍງານວ່າ ຫລວງປູ່ເນນຄຳ ໃນເວລາ ບວດເປັນພຣະ ຢູ່ນັ້ນ ໄດ້ຂົ່ມຂືນ ເດັກນ້ອຍ ຈົນມີລູກ ປັດຈຸບັນ ລູກມີອາຍຸ 11 ປີແລ້ວ. ການກວດ DNA ກໍຢືນຢັນວ່າ ເດັກນ້ອຍ ຜູ້ຊາຍຄົນນັ້ນ ເປັນລູກຂອງ ຫລວງປູ່ເນນຄຳ ແທ້. ແຕ່ໜັງສືພິມ ຜູ້ຈັດການ ຂອງໄທ ພັດຣາຍງານວ່າ ນ້ອງຊາຍ ຂອງ ຫລວງປູ່ເນນຄຳ ອ້າງວ່າ ເດັກນ້ອຍຜູ້ນັ້ນ ເປັນລູກ ຂອງເຂົາເອງ ບໍ່ແມ່ນລູກ ຂອງຫລວງປູ່ ເນນຄຳ.
ສ່ວນແມ່ ຂອງເດັກນ້ອຍ ເວົ້າເມື່ອ ສອງອາທິດ ກ່ອນນີ້ວ່າ ຕົນເຄີຍ ມີເພດສຳພັນກັບ ຫລວງປູ່ເນນຄຳແທ້ ແລະລູກຊາຍ ຂອງນາງ ກໍແມ່ນລູກຊາຍ ຂອງ ຫລວງປູ່ເນນຄຳ. ສ່ວນຕົວນາງ ເອງກໍ ຢາກໃຫ້ ຫລວງປູ່ເນນຄຳ ເຂົ້າມາມອບຕົວ ກັບເຈົ້າໜ້າທີ່ ໂດຍດີ ເພາະຢາກໃຫ້ລູກ ມີພໍ່ຄືກັບ ຜູ້ອື່ນເຂົາ. ຫລວງປູ່ເນນຄໍາ ປະກົດວ່າ ມີສ່ວນພົວພັນ ກັບຄົນລາວ ແລະ ປະເທດລາວ; ແຕ່ກ່ອນ ກໍເຄີຍຢູ່ລາວ ແລະ ຕອນຢູ່ ອະເມຣິກາ ເມື່ອເດືອນທີ່ແລ້ວ ກໍມີຂ່າວວ່າ ທ່ານໄດ້ໄປສິກ ຢູ່ວັດລາວ ແຫ່ງນຶ່ງ ໃນຣັດ ຄາລີຟໍເນັຍ.