ຂ.ຈໍາປາສັກເຂັ້ມງວດຮັກສາ ວັດຖຸໂບຮານ


2013.09.12
F-Wat-Phu ວັດພູຈໍາປາສັກ
RFA

 

ແຂວງຈໍາປາສັກ ໄດ້ເພີ້ມມາຕການປ້ອງກັນ ພຣະພຸທຮູບ ໃນວັດວາອາຣາມຕ່າງໆ. ເມື່ອວັນທີ່ 8 ກັນຍາ 2013 ທາງປະເທດ ຍີ່ປຸ່ນໄດ້ນໍາ ເອົາສຽນພຣະພຸທຮູບໂບຮານ ທີ່ຖືກລັກໄປຈາກວັດພູ ສົ່ງຄືນໃຫ້ ທາງແຂວງຈໍາປາສັກ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:

“ເຣື້ອງປ້ອງກັນນີ້ ພວກເຮົາແຮ່ງເຂັ້ມງວດ ແຫລະດຽວນີ້ ທີ່ມີແລ້ວ ຫ້າມບໍ່ໃຫ້ເສັຍເນາະ ຫລັງຈາກ ທີ່ ຢູເນສໂກ ເຂົ້າຄຸມມັນມີຫ້ອງການ ມໍຣະດົດໂລກ ເຂົາປ້ອງກັນ ແຫນ້ນໜາ”.

ເຈົ້າໜ້າທີ່ ທ່ານນີ ເວົ້າຕໍ່ໄປວ່າ ສຽນຂອງພຣະ ດັ່ງກ່າວ ມີອາຍຸ ຫລາຍຮ້ອຍປີ ເປັນສີ່ງສັກສິດ ຂອງແຂວງ ໃນມື້ທີ່ເກິດເຫດ ຖຶກລັກໄປນັ້ັນ ບໍ່ຮູ້ແນ່ວ່າເກິດຂື້ນມື້ໃດ ແລະ ຜູ້ໃດ ເປັນຄົນລັກໄປ ຮູ້ພຽງແຕ່ວ່າ ເຈົ້າຂອງຮ້ານຂາຍວັດຖຸບູຮານ ໃນຍີ່ປຸ່ນ ເວົ້າວ່າ ມີຄົນໄທ ນໍາສຽນຂອງ ພຣະພຸທຮູປມາຂາຍໃຫ້ ແລ້ວຕົວເອງສັງເກດ ເບີ່ງວ່າ ສຽນນພຣະ ນີ້ມີເອກລັກ ສະເພາະຂອງລາວ ຈີ່ງໄດ້ປະສານໄປຍັງ ສະຖານທຸດລາວ ໃນຍີ່ປຸ່ນ ໃຫ້ມາກວດສອບ ແລ້ວພົບວ່າ ເປັນຂອງເກົ່າແກ່ໃນວັດພູຈໍາປສັກ ຈຶ່ງໄດ້ສົ່ງກັບຄືນມາ ບ່ອນເກົ່າ. ດັ່ງນັ້ນຈຶ່ງຕ້ອງ ມີການປ້ອງກັນ ເປັນພິເສດ ຍ້ອນຍັງຈັບຄົນຮ້າຍ ບໍ່ໄດ້.

ຕາມຣາຍງານແຈ້ງຕື່ມວ່າ ໜັງສືພິມວຽງຈັນໃໝ່ ໃນວັນທີ່ 12 ກັນຍາ 2013 ຣາຍງານວ່າ ສຽນພຣະພຸທຮູບຈາກວັດພູນັ້ນມີຂນາດ 55x33 ຊັງຕິແມັດ ນໍ້າຫນັກ 80 ກິໂລກຣາມ ທາງນັກວິຊາການ ພິສູດໄດ້ວ່າ ເປັນສຽນພຣະພຸທຮູບ ໃນຍຸຄທີ່ຈະເຣີນຮຸ່ງເຮືອງ ຂອງ ສາສນາພຸທ. ຄາດວ່າມີອາຍຸ ປະມານ 500 ຫາ 700 ປີ ຊື່ງທາງພາກສ່ວນ ກ່ຽວຂ້ອງຈະໄດ້ ຂຶ້ນທະບຽນ ທໍາການສຶກສາ ແລະຈັດວາງສະແດງ ຕໍ່ໄປ.

ສປປລາວ ເປັນປະເທດນຶ່ງ ໃນເຂດເອເຊັຍ ທີ່ຍັງມີພຣະພຸທຮູບ ເກົ່າແກ່ຫລົງເຫລືອຢູ່ ເປັນຈໍານວນຫລວງຫລາຍຜ່ານມາກໍມີ ການສໍາຣວດ ຂຸດຄົ້ນໄດ້ແລ້ວ ເປັນບາງສ່ວນ ແລະຖືກນໍາມາປະດິສຖານ ຢູ່ຕາມວັດ ຊຶ່ງວັດຖຸບູຮານ ດັ່ງກ່າວເປັນທີ່ສົນໃຈຂອງຜູ້ມັກ ສະສົມຂອງເກົ່າແກ່ ທີ່ມີຣາຄາສູງ ຈິ່ງເປັນທີ່ຈູງໃຈ ໃຫ້ມີຜູ້ລັກໄປຂາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.