ເຣື້ອງທີ່ເກັບບັນທຶກໄວ້
2011-01-31
ເມື່ອພຣະເຈົ້າຟ້າງຸ່ມ ຍົກທັພເຂົ້າຕີ ເມືອງວຽງຄໍາ ໄດ້ສໍາເຣັຈແລ້ວ ກໍສະເດັຈ ຕ່າວມາຍັງ ນະຄອນວຽງຈັນທນ໌, ຄາວນີ້ ກໍມີກາຣ ສລອງໄຊຊນະ ພໍສົມຄວນ ເພື່ອໃຫ້ ກໍາລັງໃຈ ນາຍ ແລະ ພົລທະຫາຣ. ເຖີງແມ່ນວ່າ ພຣະອົງຄ໌ຈະໄດ້ ຜາບຫົວເມືອງຕ່າງໆ ມາໄດ້ຫລາຍ ແລ້ວກໍຕາມ, ແຕ່ກໍຍັງ ມີອີກຫລາຍ ຫົວເມືອງ ທີ່ຍັງບໍ່ທັນມາ ສວາມິພັກ ອ່ອນນ້ອມໂດຍດີ ດັ່ງນັ້ນ, ພຣະຣາຊພາຣະກິຈ ໃນກາຣທ້ອນໂຮມ ປະເທສຊາຕ ຈຶ່ງຍັງເປັນ ບັນຫາ ຂວາງໜ້າ ຢູ່ຫລາຍ.
2011-01-20
ສາເຫດ ທີ່ເຮັດໃຫ້ ສຍາມ ຕ້ອງກວາດຕ້ອນ ຄົນຊາດອື່ນ ສະເພາະແມ່ນ ຄົນລາວ ໃຫ້ເຂົ້າໄປຢູ່ ກຣຸງສີອະຍຸທຍາ ນັ້ນ ນັກຂຽນ ຊາວຕາເວັນຕົກ ໄດ້ບັນທຶກ ເອົາໄວ້ວ່າ: ເປັນຍ້ອນວ່າ ກຣຸງສີອະຍຸທຍາ ຂາດກໍາລັງຄົນ ທີ່ຈະປູກຝັງ ຜົລປູກ ພາຍໃນດິນແດນ ທີ່ມີອານາເຂດ ກວ້າງໃຫຍ່. ຮວມທັງຂາດ ກໍາລັງຄົນ ທີ່ຈະເປັນ ທະຫານ ໃນກອງທັບ ຍາມເສິກສົງຄາມ ເມື່ອອານາຈັກ ມີຄົນໜ້ອຍ ກໍຈຶ່ງຈໍາເປັນ ຈະຕ້ອງເພີ່ມ ຈໍານວນພົລເມືອງ ດ້ວຍການກວາດຕ້ອນ ຊະເລີຍ ຈາກການ ທໍາສົງຄາມ.
2011-01-14
ຫລັງຈາກ ພຣະເຈົ້າຟ້າງຸ່ມ ໄດ້ຂຶ້ນ ສເວີຍຣາຊ ໄດ້ 1 ປີ ຄືໃນປີ ຄ.ສ. 1354 ນັ້ນ, ພຣະເຈົ້າຟ້າງຸ່ມ ເຫັນວ່າ ເຈົ້າເມືອງຊຽງແສນ ຍັງແຂງເມືອງ ບໍ່ຍອມມາຖວາຍ ດອກໄມ້ ເງິນຄຳ ສະແດງ ຄວາມຈົງຮັກ ພັກດີ ຕໍ່ພຣະອົງຄ໌. ເວລານັ້ນ, ພຣະອັຄມະເຫສີ ແກ້ວ ກັນຍາ ຊົງຕັ້ງຄັນໄດ້ 3 ເດືອນ ພຣະອົງຄ໌ ກໍຊົງແຕ່ງຕັ້ງ ໃຫ້ພຣະນາງເຈົ້າ ສຳເຣັຈຣາຊ ແທນພຣະອົງຄ໌. ພຣະອົງຄ໌ ໄດ້ຍົກທັພ ອອກໄປ ຜາບເຈົ້າເມືອງໆ ຊຽງແສນ, ຕາມທາງ ທີ່ພຣະອົງຄ໌ ຍົກທັພ ໄປນັ້ນ ພຣະອົງຄ໌ກໍໄດ້ ເຂົ້າຢຶດເອົາ ຫົວເມືອງຕ່າງໆ ໄດ້ 4 ຫົວເມືອງ ແລະ ໄດ້ຕັ້ງເຈົ້າເມືອງ ເຫລົ່ານັ້ນ ໃຫ້ເປັນເຈົ້າຄອງເມືອງ. ເມື່ອຍົກທັພ ເຂົ້າໄປໃກ້ ຊາຍແດນ ເມືອງຊຽງແສນ ຊື່ງໃນຂນະນັ້ນ ພຣະເຈົ້າສາມພະຍາ ເຈົ້າຄອງເມືອງ ຊຽງໄໝ່ ໄດ້ໄປປະທັບ ຢູ່ໃນເມືອງນັ້ນ ຈຶ່ງໄດ້ສົ່ງ ພະຍາເມືອງແສນ ຍົກພົລໂຍທາ 4 ແສນຄົນ ອອກມາຕ້ານໄວ້ ແຕ່ ພຣະເຈົ້າຟ້າງຸ່ມ ໄດ້ສົ່ງ ບາຈິ່ນ ເຈົ້າເມືອງຊວາ ແມ່ທັພຂອງ ພຣະອົງຄ໌ ອອກຕໍ່ສູ້. ບາຈິ່ນໄດ້ຟັນຄໍ ພະຍາເມືອງແສນ ຕາຍເທິງຄໍຊ້າງ ຢູ່ໃນສນາມຣົບ ແລະໄພ່ພົລ ກໍແຕກທັພ ໜີໄປ.
2011-01-11
ອິງຕາມ ຫຼັກຖານ ຂອງ ພຣະຣາຊ ພົງສາວະດານ ກຣຸງສີອາຍຸທຍາ ສະບັບ ພັນຈັນທະນຸມາສ (ເຈີມ) ກັບ ພຣະຣາຊ ພົງສາວະດານ ກຣຸງສີອາຍຸທຍາ ສະບັບ ພຣະຈັກກະພັດດິພົງ (ຈາດ) ກ່າວວ່າ ລາວ ທີ່ເຂົ້າໄປຢູ່ ອາຍຸທຍາ ນັ້ນ ຄົນລາວສ່ວນຫຼາຍ ແມ່ນ ລາວຊຽງໃໝ່ ຊຶ່ງຖືກກວາດຕ້ອນ ຫຼາຍຊ່ວງ ດ້ວຍການທີ່ ກຣຸງສີອາຍຸທຍາ ໄດ້ຍົກທັບ ຊຶ້ນໄປທໍາສົງຄາມ ກັບກອງທັບ ຫົວເມືອງ ລ້ານນາແດ່ ຫຼືບໍ່ແນວນັ້ນ ກໍແມ່ນ ການທີ່ກອງທັບ ລ້ານນາ ຍົກລົງໄປຕີ ກຣຸງສີອາຍຸທຍາ ແຕ່ກັບພ່າຍແພ້ ເລີຍຕົກເປັນ ຊະເລີຍເສິກ.
2011-01-06
ໃນສັປດາ ທີ່ຜ່ານມາ ຂ້າພະເຈົ້າ ໄດ້ກ່າວເຖີງ ກາຣຍົກທັພ ຂອງ ເຈົ້າຟ້າງຸ່ມ ຈາກປະເທສ ຂເມຣ ເຂົ້າມາຍັງ ປະເທສລາວ ຍ້ອນຄວາມເກັ່ງກ້າ ສາມາດ ຮອບດ້ານ ຄືຮູ້ຈັກ ພູມິປະເທສ ຮູ້ຈັກກຳລັງ ຂອງສັຕຣູ ຮູ້ຈັກຄົນ ທ້ອງຖິ່ນ ແລະ ຮູ້ຈັກກໍາລັງຕົນ ພຣະອົງ ຈຶ່ງສາມາດ ເຂົ້າຕີບ່ອນໃດ ຊນະບ່ອນຫັ້ນ. ເມື່ອຊນະແລ້ວ ກໍບໍ່ໄດ້ ທໍາລາຍຄົນ ບໍ່ໄດ້ທໍາລາຍ ຊັພສົມບັຕ ຂອງບ້ານເມືອງ ບໍ່ເໝືອນກັບ ກາຣຊນະ ສົງຄາມ ຂອງລູກຫລານ ອ້າຍລາວ ໃນຍຸຄ ປັຈຈຸບັນ ແລະ ບໍ່ເໝືອນສົງຄາມ ທີ່ຕ່າງຊາຕ ມາຣຸກຣານລາວ ຊື່ງເປັນກາຣ ຣຸກຣານ ແບບປຸ້ນ ສະດົມລາວ ລູກຫລານ ຂອງ ພຣະເຈົ້າຟ້າງຸ່ມ ດັ່ງທ່ານ ຈະໄດ້ຮັບຟັງ ໃນຂັ້ນຕໍ່ໄປ.
2011-01-03
ເຈົ້າຟ້າງຸ່ມ ປະສູຕ ໃນປີ ຄ.ສ. 1316. ເປັນຣາຊໂອຣົສ ຂອງ ພຣະເຈົ້າຟ້າງ້ຽວ, ບຸຄຄະລິກ ລັກສະນະ ພິເສສ ຂອງເຈົ້າຟ້າງຸ່ມ ຕາມຕໍານານ ກ່າວໄວ້ນັ້ນ ກໍຄື ເວລາປະສູຕ ອອກມານັ້ນ ໄດ້ມີພຣະທົນ ຫຣື ແຂ້ວ 33 ເຫລັ້ມເກີດມາພ້ອມ, ພວກເສນາ ອາມາຕ ເຫັນວ່າເປັນ ລາງຮ້າຍ ເຂັດຂວງບ້ານເມືອງ ຈະແພ້ບ້ານ ແພ້ເມືອງ ຈຶ່ງໄດ້ລົງ ຄວາມເຫັນກັນວ່າ ຄວນເອົາໄປ ໄຫລນໍ້າເສັຍ ພຣະເຈົ້າຟ້າງ້ຽວ ຂັດຂີນ ເສນາອາມາຕ ບໍ່ໄດ້ ຈື່ງໄດ້ສັ່ງໃຫ້ ເອົາເຈົ້າຟ້າງຸ່ມ ຜູ້ເປັນ ຣາຊໂອຣົສ ໃສ່ແພໄຫລນ້ຳ ພ້ອມດ້ວຍ ພີ່ລ້ຽງ ນາງນົມ ຂ້ອຍຂ້າ ໃສ່ແພໄຫລໄປ ຕາມແມ່ນ້ຳຂອງ.
2011-01-03
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ ນັ້ນ ມີມາແຕ່ ສະໄໝ ອາຍຸທຍາ ເມືອງຫຼວງເກົ່າ ຂອງສຍາມແລ້ວ. ນີ່ແມ່ນເວົ້າ ສະເພາະ ການອົພຍົບ ທີ່ຖືວ່າ ຄົນລາວໄດ້ ຍ້າຍເຂົ້າສູ່ ເຂຕຕົວເມືອງຫຼວງ ບໍ່ນັບການ ຢູ່ອາໄສ ໃນເຂຕດິນໄທຍ໌ ໃນສ່ວນອື່ນໆ.