ເຣື້ອງທີ່ເກັບບັນທຶກໄວ້
2010-12-30
ເພື່ອຊ່ອຍໃຫ້ ຜ່ອນຄາຍອາຣົມ ຫາຍຈາກ ຄວາມອິດເໝື່ອຍ ຂໍເຊີນທ່ານຫລີ້ນ ເກມກິລານ້ອຍໆ ອັນເກົ່າແກ່ ຂອງບ້ານເຮົາ ທີ່ເອີ້ນວ່າ "ຕີຫົວປາຄໍ່" ລັບລອງ ວ່າມ່ວນດີ ແລະໃຊ້ຫລີ້ນ ແຂ່ງກັນກໍ່ໄດ້.
2010-12-29
ດັ່ງທີ່ໄດ້ ກ່າວມາແລ້ວ ໃນຕອນຕົ້ນໆ ກ່ຽວກັບ ຊົນຊາຕອ້າຍລາວ ຊື່ງດຽວນີ້ ຊົນຊາຕ ດັ່ງກ່າວ ເອີ້ນຕົນເອງ ພຽງຄໍາວ່າ ລາວ. ກາຣບໍ່ຍອມ ປ່ຽນຊື່ຂອງຊາຕ ໄປເປັນ ຢ່າງອື່ນ ແຕ່ຍັງຮັກສາ ເຄົ້າມູລ ຕົ້ນຕະກູລ ຂອງຊາຕໄວ້ນັ້ນ ເປັນກາຣສະແດງ ໃຫ້ເຫັນວ່າ ລາວ ເປັນຊົນຊາຕ ທີ່ມີອາຣະທັມ ສູງມາແລ້ວ ຢ່າງໝັ້ນຄົງ ຖາວອນ. ເຖີງລາວ ຈະໄດ້ຮັບ ອິທິພົລ ຈາກປະເທສ ເພື່ອນບ້ານໃກ້ຄຽງ ແລະ ອິທິພົລ ໃນທາງສາສນາ ເຊັ່ນ ສາສນາພຸທ ເປັນຕົ້ນ, ແຕ່ເຖີງປານນັ້ນ ລາວ ກໍຍັງບໍ່ ປະຖິ້ມ ສາສນາ ເດີມທີ່ ບັຣພະບຸຣຸສ ພານັບຖືມາ ຄືຮີຕຄອງ ປະເພນີ ນັບຖືຜີຟ້າ, ຜີແຖນ, ວິນຍານ ຂອງ ບັຣພະບຸຣຸສ ຊື່ງເອີ້ນອີກ ຢ່າງນື່ງວ່າ ປູ່ເຍີ, ຍ່າເຍີ ກໍຄືວິນຍານ ປູ່ຍ່າ ຕາຍາຍ ນັ້ນເອງ.
2010-12-29
ການອົພຍົບ ຍ້າຍຖິ່ນ ຂອງຄົນລາວ ສູ່ສຍາມ ຫຼື ປະເທສໄທ ແຕ່ອະດີຕນັ້ນ ສຍາມ ຈະຈັດບ່ອນ ໃຫ້ຢູ່ໃນເຂຕ ທີ່ຮ້ອງວ່າ “ຫົວເມືອງຊັ້ນໃນ” ແລະ ຄົນລາວ ໃນຄວາມໝາຍ ຂອງສຍາມ ບໍ່ໄດ້ໝາຍ ສະເພາະແຕ່ ຄົນລາວ ຈາກ ພຣະຣາຊອານາຈັກລາວ ເທົ່ານັ້ນ.
2010-12-22
ຂຸນບູຮົມ ຣາຊາທິຣາຊ ກັບ ຄວາມເປັນຊາຕ ຂອງລາວ ກາຣເກິດຂື້ນ ຂອງຊົນຊາຕ ອ້າຍລາວ ແລະ ກາຣດໍາຣົງຢູ່ ຂອງຊາຕລາວ ທີ່ຈະຍືນຍົງ ຢູ່ຕໍ່ໄປ ໄດ້ດົນປານ ໃດນັ້ນ ຂື້ນຢູ່ກັບ ກາຣເສັຍສລະ ຂອງຊົນໃນຊາຕ ລາວເອງ. ບໍ່ແມ່ນຍ້ອນ ປັຈຈັຍ ຢ່າງອື່ນ. ຕົວຢ່າງ ຊົນຊາຕຍິວ, ກາຣເປັນຍິວ ຢູ່ໄດ້ ບໍ່ແມ່ນຍ້ອນ ຍິວ ມີປະເທສ ມີດິນແດນ ອັນອຸດົມ ສົມບູນ ແຕ່ຢ່າງໃດ ແຕ່ຍ້ອນ ກາຣເສັຍສລະ ຂອງຄົນໃນຊາຕ ຊື່ງປວັຕສາຕ ໄດ້ບັນທຶກໄວ້ ແລະ ເຮັດໃຫ້ຄົນ ຮຸ່ນຫລັງ ມີກໍາລັງໃຈ.
2010-12-22
ອິງຕາມ ຈົດໝາຍເຫຕ ຂອງສຍາມນັ້ນ ສຍາມແບ່ງແຍກ ຄົນລາວ ອອກເປັນ 6 ພວກດ້ວຍກັນ ຄື ພວກທີ່ 1 ແມ່ນ ປະຊາຊົນ ທີ່ຢູ່ຫົວເມືອງ ລ້ານນາ; ພວກທີ່ 2 ປະຊາຊົນ ທີ່ຢູ່ໃນ ດິນແດນ ພາກອີສານ; ພວກທີ່ 3 ປະຊາຊົນ ທີ່ຢູ່ ບໍລິເວນ ອານາຈັກ ຫຼວງພຣະບາງ, ອານາຈັກ ວຽງຈັນ ແລະ ອານາຈັກ ຈໍາປາສັກ; ພວກທີ່ 4 ຊາວລາວເມືອງພວນ; ພວກທີ່ 5 ລາວຊົງດຳ ຫຼື ລາວໂຊ່ງ; ແລະຄົນ ລາວພວກທີ 6 ຄື ລາວ ພູຄັງ.
2010-12-17
ການສຶກສາ ແລະ ສືບຄົ້ນ ເຖີງສາເຫດ ແລະ ຄວາມເປັນມາ ຂອງ ຄົນລາວ ຢູ່ໄທ ຕັ້ງແຕ່ອະດີດ ຈົນເຖີງ ປັດຈຸບັນ ຈຶ່ງເປັນເລື້ອງ ທີ່ຄົນລາວ ທຸກຄົນ ຄວນຈະຮັບຮູ້ໄວ້.
2010-05-11
ໃນຕົ້ນເດືອນ ພຶສພາ ປີ 2010 ຄະນະ ພະນະທ່ານ ຣັຖມົນຕຣີ ແລະບັນດາ ທ່ານຮອງ ຣັຖມົນຕຣີ ການຄ້າ ຂອງກຸ່ມປະເທດ ອາຊ໊ຽນ ມີຮວມທັງໝົດ 9 ປະເທດດ້ວຍກັນ ທີ່ໄດ້ເດີນທາງ ມາ ສະຫະຣັຖ ອະເມຣິກາ ໃນນາມຂອງ ກຸ່ມການຄ້າ ຈາກປະຊາຄົມ ອາຊ໊ຽນ ເພື່ອພົບປະກັບ ຄະນະທູຕການຄ້າ ຂອງ ສະຫະຣັຖ ອະເມຣິກາ ຊຶ່ງໄດ້ມີການ ເລີ້ມຕົ້ນຈາກ ນະຄອນ Seatle ຣັດ Washington state ຫຼັງຈາກນັ້ນ ທາງຄະນະ ທູຕການຄ້າ ທັງຫຼາຍ ກໍໄດ້ເດີນທາງມາ ນະຄອນຫຼວງ Washington D.C ແລະໄດ້ມີງານ ລ້ຽງຮັບຮອງ ໃນວັນທີ 5 ພຶສພາ ປີ 2010 ນີ້. ພ້ອມດຽວກັນນັ້ນ ບັນດາທ່ານ ເອກອັຄຣາຊທູຕ ຈາກກຸ່ມປະເທດ ອາຊ໊ຽນ ກໍໄດ້ເຂົ້າຮ່ວມ ງານລ້ຽງເພື່ອ ເປັນກຽດ. ເຊີນທ່ານຮັບຊົມ ລາຍຣະອຽດ ເຖິງຈຸດປະສົງຂອງ ຄະນະທູຕການຄ້າ ຈາກກຸ່ມປະເທດ ອາຊ໊ຽນ ແລະ ສະຫະຣັດ ອະເມຣິກາໄດ້.
2010-04-22
ການສລອງ ປີໃໝ່ລາວ ທີ່ວັດລາວ ພຸທວົງ ໃນວັນທີ 17 ເມສາ ຜ່ານໄປ ດ້ວຍຄວາມ ມ່ວນຊື່ນເບີກບານ ຖ້າມກາງ ຜູ້ຄົນເຂົ້າທ່ຽວຊົມ ຢ່າງໜາແໜ້ນ, ຊຶ່ງນອກຈາກຊາວລາວແລ້ວ ຍັງມີ ຊາວໄທ, ວຽດນາມ ແລະ ອະເມຣິກັນ ເຂົ້າທ່ຽວຊົມ ອີກດ້ວຍ. ປະກອບ ກັບດິນຟ້າອາກາດ ທີ່ແຈ່ມໃສ ແລະ ເຢັນດີ.. ຈະເຣີນສຸກ ມີສັມພາດ ຄະນະກັມມະການ ປະກວດນາງສັງຂານ ແລະ ບັນຍາກາດ ບາງຕອນ ຂອງງານ ດັ່ງກ່າວ ມາສເນີທ່ານ.
2010-02-18
ໃນດິນແດນ ແຫລ່ງກໍາເໜີດ ຂອງແມ່ນໍ້າຂອງ ເຮົາໄດ້ຮຽນຮູ້ ອີກສິ່ງນຶ່ງ ທີ່ສໍາຄັນ ໃນຊີວິດ ຂອງ ຊາວຕີເບຕ ແລະ ກໍປະຕິບັດ ກັນມາ ເປັນເວລາຍາວນານ ຕາມຄວາມເຊື່ອຖື ໃນຮີດຄອງ ປະເພນີ ຂອງພວກເຂົາເຈົ້າ.
2010-01-22
ໃນເດືອນສິງຫາ ປີ2009 ແຫລ່ງຂ່າວ ຂອງທາງການຈີນ ແຈ້ງວ່າ ໃນລະຍະ 4 ປີຜ່ານມາ ພວກຄົນ ພະເນຈອນຕີເບດ ເກືອບເຖິງ 50,000 ຄົນໄດ້ເຂົ້າມາ ຕັ້ງຖິ່ນຖານ ຢູ່ໃນເຂດ ທົ່ງຮາບ.