ປວັຕສາຕລາວ ຕອນ 4

ດັ່ງທີ່ໄດ້ ກ່າວມາແລ້ວ ໃນຕອນຕົ້ນໆ ກ່ຽວກັບ ຊົນຊາຕອ້າຍລາວ ຊື່ງດຽວນີ້ ຊົນຊາຕ ດັ່ງກ່າວ ເອີ້ນຕົນເອງ ພຽງຄໍາວ່າ ລາວ. ກາຣບໍ່ຍອມ ປ່ຽນຊື່ຂອງຊາຕ ໄປເປັນ ຢ່າງອື່ນ ແຕ່ຍັງຮັກສາ ເຄົ້າມູລ ຕົ້ນຕະກູລ ຂອງຊາຕໄວ້ນັ້ນ ເປັນກາຣສະແດງ ໃຫ້ເຫັນວ່າ ລາວ ເປັນຊົນຊາຕ ທີ່ມີອາຣະທັມ ສູງມາແລ້ວ ຢ່າງໝັ້ນຄົງ ຖາວອນ. ເຖີງລາວ ຈະໄດ້ຮັບ ອິທິພົລ ຈາກປະເທສ ເພື່ອນບ້ານໃກ້ຄຽງ ແລະ ອິທິພົລ ໃນທາງສາສນາ ເຊັ່ນ ສາສນາພຸທ ເປັນຕົ້ນ, ແຕ່ເຖີງປານນັ້ນ ລາວ ກໍຍັງບໍ່ ປະຖິ້ມ ສາສນາ ເດີມທີ່ ບັຣພະບຸຣຸສ ພານັບຖືມາ ຄືຮີຕຄອງ ປະເພນີ ນັບຖືຜີຟ້າ, ຜີແຖນ, ວິນຍານ ຂອງ ບັຣພະບຸຣຸສ ຊື່ງເອີ້ນອີກ ຢ່າງນື່ງວ່າ ປູ່ເຍີ, ຍ່າເຍີ ກໍຄືວິນຍານ ປູ່ຍ່າ ຕາຍາຍ ນັ້ນເອງ.
ວຽງໄຊ
2010.12.29

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.