ພິທີຝັງສົບ ຂອງຊາວຕີເບຕ
2010.02.18
ແມ່ນໍ້າຂອງ ແມ່ນສ່ວນໜຶ່ງ ທີ່ສຳຄັນ ຂອງສະຖານທີ່ ທີ່ສັກສິດແຫ່ງນີ້ ຜູ້ຄົນ ບອກພວກເຮົາ ກ່ຽວກັບການປົງສົບ ເດັກນ້ອຍ ໃນແມ່ນໍ້າ ແບບຊາວຕີເບດ ວ່າ ເດັກນ້ອຍ ມີຫົວໃຈທີ່ ບໍລິສຸດ ຜຸດຜ່ອງ ດັ່ງນັ້ນ ພວກເຂົາຈິ່ງຖືກ ມອບໃຫ້ ແມ່ນໍ້າ ທີ່ສະອາດ ບໍລິສຸດ.
ຜົນສຸດທ້າຍ ກໍ່ຄື ຊາວຕີເບດ ບໍ່ກິນປາ ທີ່ຍັງບໍ່ຕາຍ ມາຈາກແມ່ນໍ້າ ພວກຄູບາ ມັກຈະໄປ ຊື້ປາທັງໝົດ ຢູ່ຕລາດ ແລະເອົາໄປປ່ອຍ ຄືນສູ່ ແມ່ນໍ້າຂອງ ອັນບໍລິສຸດ.
ພວກເຮົາ ໄປຢ້ຽມຢາມ ສະຖານທີ່ ບ່ອນປົງສົບທ້ອງຟ້າ ຂອງ ຊາວຕີເບດ ປະເພນີ ທີ່ກຳເໜີດ ມາຈາກຄວາມເຊື່ອຖື ໃນການເກີດໃໝ່ ຂອງ ພຸທສາສນາ ສົບຂອງຄົນ ຫາກໍ່ຕາຍ ຈະຖືກຕັດ ເປັນຕ່ອນ ແລະໂຍນໃຫ້ເປັນ ອາຫານ ຂອງຝູງແຮ້ງ ຢູ່ເທິງພູພຽງ.
ແນວໃດກໍ່ຕາມ ໃນຕີເບດຍຸກໃໝ່ ພິທີກັມ ແບບນີ້ ບໍ່ໄດ້ຮັບການ ເຫັນດີ ແລະດຽວນີ້ ກໍ່ຄ່ອຍ ສູນຫາຍໄປ ຢູ່ບ່ອນທີ່ ພວກເຮົາ ໄປຢ້ຽມຢາມ ຮົ້ວໄດ້ຖືກສ້າງຂຶ້ນ ເພື່ອຍຸຕິ ພິທີກັມນີ້ ແລະກັນ ພວກຝູງນົກ ບໍ່ໃຫ້ມາ ອີກ.