ທ່ອງທ່ຽວລົງຕາມລຳແມ່ນໍ້າຂອງ
2009.12.22
ແມ່ນໍ້າຂອງ ເປັນສາຍນ້ຳທີ່ຍາວທີ່ສຸດໃນເອເຊັຍຕາເວັນອອກ ສ່ຽງໃຕ້ ແລະ ໄດ້ປະທັງຊີວິດ ຜູ້ຄົນເຖິງ 70 ລ້ານ ເລີ້ມຈາກ ຕິເບດ ຈົນເຖິງວຽດນາມ ນັກຂ່າວຂອງພວກເຮົາໄດ້ ເດີນທາງເລາະລຽບຕາມໄປ ຕາມຄວາມຍາວຂອງ ລຳນ້ຳຂອງ ເພື່ອເລົ່າເລື້ອງລາວ ທີ່ຂະເຈົ້າໄດ້ພົບເຫັນ ແລະຂຽນ ”ບັນທຶກແມ່ນໍ້າຂອງ” ໃນພາກສ່ວນນີ້.
ໃນເວລາທີ່ ຜູ້ນຳຂອງໂລກ ຕຣຽມການຫາລື ເພື່ອແກ້ໄຂບັນຫາ ດິນຟ້າອາກາດທີ່ Copenhagen, ພວກເຮົາຂໍພາທ່ານທ່ອງທ່ຽວ ໄປກັບ ວິທຍຸເອເຊັຍເສຣີ ເລາະລົງຕາມແມ່ນ້ຳ ທີ່ມີການພັທນາ ໜ້ອຍທີ່ສຸດໃນບັນດາສາຍນ້ຳ ທີ່ສຳຄັນຂອງໂລກ- ແມ່ນ້ຳຂອງ: ມີຄວາມບອບບາງ, ມີຄວາມງາມ, ແລະກໍາລັງຖືກຄຸກຄາມແບບບໍ່ເຄີຍມີມາກ່ອນ.
”ສາຍນ້ຳຂອງ ປຽບສະເໝືອນສາຍເລືອດ,” ນັກຫາປາໄທຄົນນຶ່ງເວົ້າ. ”ສາຍນ້ຳຂອງຄືກັບ ສາຍເລືອດທີ່ໃຫລຜ່ານຮ່າງກາຍຂ້ອຍ.”
”ນ້ຳໃນແມ່ນ້ຳຂອງ ບໍ່ເຄີຍເຮັດໃຫ້ ເຮົາເຈັບເຮົາໄຂ້.” ຊາວຕິເບດ ພວກພະເນຈອນຄົນນຶ່ງ ໃນພາກຕາເວັນຕົກແຂວງຄິງຮາຍເວົ້າ. ”ມັນລ້ຽງດູພວກເຮົາ ເປັນຢ່າງດີ ເພາະວ່າເຮົາກໍຖນຸຖນອມ ມັນເປັນຢ່າງດີ.”
ແມ່ນ້ຳຂອງ ປຽບດັ່ງຣະບົບເສຖກິດ ທີ່ຄ້ຳຊູພັນປານາໆຊນິດ ຢ່າງຫລວງຫລາຍໃນ ຈຳພວກແມ່ນ້ຳທັງ ຫລາຍ ນອກຈາກແມ່ນ້ຳ ອາມາຊ໊ອນ, ແຕ່ຄົນນັບເປັນລ້ານ ທີ່ອາສັຍຢູ່ເລາະຕາມ ແຄມແມ່ນ້ຳຂອງແລະໃນນ້ຳຂອງເອງ ໄດ້ເລີ້ມປັບໂຕ ເຂົ້າກັບການສູນຫາຍຂອງໝູ່ປາ, ຣະດັບນ້ຳຂອງກໍ່ຕໍ່າລົງ, ຕາຝັ່ງກໍເຈື່ອນພັງລົງ, ແລະການທຳລາຍປ່າໄມ້ ທີ່ເລາະລຽບຕາມແຄມຝັ່ງ ກໍເກີດມີຂື້ນຢ່າງຕໍ່ເນື່ອງ.
ໂຄງການໃຫຍ່ໆທີ່ ຈະສ້າງເຂື່ອນມີຂຶ້ນ ເກືອບທຸກລະຍະບາດກ້າວ ຕາມເສັ້ນທາງ4,350km, ຊຶ່ງແຜນ ການທັງໝົດຕ້ອງພົວພັນ ທາງດ້ານການເມືອງຣະດັບສູງ ແລະ ໃຊ້ເງິນຈໍານວນຫລວງຫລາຍ ເປັນເດີມພັນ. ສຳລັບຜູ້ຄົນ 70 ລ້ານ ທີ່ແຈກຍາຍກັນຢູ່ ຕາມໝູ່ບ້ານນ້ອຍໆ ເລາະຕາມຝັ່ງນ້ຳຂອງ, ສິ່ງທີ່ທ້າທາຍທັງຫລາຍກໍເປັນ ໜ້າວິຕົກນໍາ ແຕ່ກໍບໍ່ມີການ ບອກກ່າວໃຫ້ຮູ້.
”ມັນມີຢູ່ສາມຈຳພວກ ທີ່ສົນໃຈໃນ ແມ່ນ້ຳຂອງ: ພວກຮັກ, ພວກຊື່ນຊົມ ແລະພວກທີ່ເຫັນ ແຕ່ຜົລກຳໃລ” ຜູ້ນຳໃນໝູ່ບ້ານຊຽງຂອງ ປະເທດໄທເວົ້າ.
ສຳລັບພາກສ່ວນຂອງ ວິທຍຸເອເຊັຍເສຣີ, ແມ່ນໄດ້ໄປພົບກັບ ພວກລ້ຽງສັຕພະເນຈອນ,ຊາວປະມົງ ນັກເຄື່ອນໄຫວ, ພວກຊາວນາ, ພວກສ້າງເຂື່ອນ, ຄູບາ, ນັກສິລປິນ, ຄົນເດີນເຮືອ, ນັກວິທຍາສາຕ, ຫົວໜ້າບ້ານ, ພວກເຊື່ອໃນວິນຍານ, ພວກທະຫານຕຳຣວດ, ພວກປະທ້ວງແລະຜູ້ສູງອາຍຸ ຜູ້ຄົນເຫລົ່ານີ້ມີຄວາມຜູກພັນ ທີ່ແຕກຕ່າງກັນ ຕໍ່ ”ມານດາ” ແຫ່ງແມ່ນ້ຳໃນເອເຊັຍ.