ປວັຕສາຕລາວ ຕອນ 7
ຫລັງຈາກ ພຣະເຈົ້າຟ້າງຸ່ມ ໄດ້ຂຶ້ນ ສເວີຍຣາຊ ໄດ້ 1 ປີ ຄືໃນປີ ຄ.ສ. 1354 ນັ້ນ, ພຣະເຈົ້າຟ້າງຸ່ມ ເຫັນວ່າ ເຈົ້າເມືອງຊຽງແສນ ຍັງແຂງເມືອງ ບໍ່ຍອມມາຖວາຍ ດອກໄມ້ ເງິນຄຳ ສະແດງ ຄວາມຈົງຮັກ ພັກດີ ຕໍ່ພຣະອົງຄ໌. ເວລານັ້ນ, ພຣະອັຄມະເຫສີ ແກ້ວ ກັນຍາ ຊົງຕັ້ງຄັນໄດ້ 3 ເດືອນ ພຣະອົງຄ໌ ກໍຊົງແຕ່ງຕັ້ງ ໃຫ້ພຣະນາງເຈົ້າ ສຳເຣັຈຣາຊ ແທນພຣະອົງຄ໌. ພຣະອົງຄ໌ ໄດ້ຍົກທັພ ອອກໄປ ຜາບເຈົ້າເມືອງໆ ຊຽງແສນ, ຕາມທາງ ທີ່ພຣະອົງຄ໌ ຍົກທັພ ໄປນັ້ນ ພຣະອົງຄ໌ກໍໄດ້ ເຂົ້າຢຶດເອົາ ຫົວເມືອງຕ່າງໆ ໄດ້ 4 ຫົວເມືອງ ແລະ ໄດ້ຕັ້ງເຈົ້າເມືອງ ເຫລົ່ານັ້ນ ໃຫ້ເປັນເຈົ້າຄອງເມືອງ. ເມື່ອຍົກທັພ ເຂົ້າໄປໃກ້ ຊາຍແດນ ເມືອງຊຽງແສນ ຊື່ງໃນຂນະນັ້ນ ພຣະເຈົ້າສາມພະຍາ ເຈົ້າຄອງເມືອງ ຊຽງໄໝ່ ໄດ້ໄປປະທັບ ຢູ່ໃນເມືອງນັ້ນ ຈຶ່ງໄດ້ສົ່ງ ພະຍາເມືອງແສນ ຍົກພົລໂຍທາ 4 ແສນຄົນ ອອກມາຕ້ານໄວ້ ແຕ່ ພຣະເຈົ້າຟ້າງຸ່ມ ໄດ້ສົ່ງ ບາຈິ່ນ ເຈົ້າເມືອງຊວາ ແມ່ທັພຂອງ ພຣະອົງຄ໌ ອອກຕໍ່ສູ້. ບາຈິ່ນໄດ້ຟັນຄໍ ພະຍາເມືອງແສນ ຕາຍເທິງຄໍຊ້າງ ຢູ່ໃນສນາມຣົບ ແລະໄພ່ພົລ ກໍແຕກທັພ ໜີໄປ.