ເຣື້ອງທີ່ເກັບບັນທຶກໄວ້
2024-11-26
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງວັງວຽງ ແຂວງວຽງຈັນ ບໍ່ໄດ້ລົງກວດກາຄຸນນະພາບ ຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານບັນເທີງ ແລະ ຮ້ານກິນດື່ມ ຕ່າງໆ ຢ່າງທົ່ວເຖິງເທື່ອ, ແຕ່ກຳລັງກວດຮ້ານທີ່ຢູ່ໃນເມືອງກ່ອນ ແລ້ວຈຶ່ງຄ່ອຍກວດເຂດນອກ.
2024-11-25
ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 25 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-25
ເດັກນ້ອຍນັກຮຽນ ປ.1 ຫາ ປ.5 ຈໍານວນບໍ່ໜ້ອຍ ປະເຊີນກັບບັນຫາ ຂາດຮຽນ, ຂາດສານອາຫານ ແລະປະລະການຮຽນ ຍ້ອນບໍ່ມີໂຄງການອາຫານທ່ຽງ. ສ່ວນໂຮງຮຽນ ທີ່ມີອາຫານທ່ຽງ ແມ່ນໄດ້ເງິນ ຈໍານວນ 1,000 ກີບ ຕໍ່ຄົນຕໍ່ຄາບ ທີ່ລັດຖະບານ ໃຫ້ປຸງແຕ່ງອາຫານນັ້ນ ແມ່ນບໍ່ພຽງພໍ.
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດ ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ, ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ໄດ້ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງທຸກແຫ່ງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ ພ້ອມດ້ວຍແຕ່ງຕັ້ງພະນັກງານກວດກາມາດຕະຖານຮ້ານອາຫານ ແລະ ຄຸນນະພາບເຄື່ອງດື່ມ ຢູ່ສະຖານບັນເທີງຕ່າງໆ.
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດເສຍຊີວິດ ຈາກການດື່ມສິ່ງມຶນເມົາ ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍ່ເຮັດໃຫ້ບັນດາຮ້ານບັນເທີງ ແລະຮ້ານກິນດື່ມຈໍານວນໜຶ່ງ ໄດ້ຮັບຜົນກະທົບຕາມໆກັນ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ທາງຝັ່ງຢຸໂຣບ ຫຼຸດລົງ.
2024-11-23
ພະອາຈານ ໄພວັນ ມາລາວົງ ອະທິບາຍ ຄວາມສໍາເລັດ ໃນການ ຈັດໜ້າບັນນາທິການ ວັດຈະນານຸກົມ ສັບວັນນະຄະດີບູຮານ ຈໍານວນ 2030 ໜ້າ ເຊິ່ງໃຊ້ເວລາເຖິງ 15 ປີ.
2024-11-23
ສໍາພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບ ກອງປະຊຸມ ສະພາແຫ່ງຊາດເທື່ອນີ້ ໄດ້ເວົ້າເຖິງຫຼາຍບັນຫາ ທີ່ສປປລາວ ຍັງປະເຊີນຢູ່ ເປັນຕົ້ນແມ່ນບັນຫາ ການພັດທະນາເສດຖະກິດ-ສັງຄົມຫຍຸ້ງຍາກ, ບັນຫາເສດຖະກິດ-ການເງິນຕົກຕໍ່າ ເຊິ່ງເປັນວາລະແຫ່ງຊາດ, ເງິນກີບອ່ອນຄ່າ ເງິນກີບເຟີ້ຮຸນແຮງ, ບັນຫາໜີ້ສິນມະຫາສານ, ການສໍ້ລາດບັງຫຼວງ ທີ່ແຜ່ຫຼາຍ, ບັນຫາຢາເສບຕິດ ທີ່ເປັນວາລະແຫ່ງຊາດ.
2024-11-22
ສສຊ ຮຽກຮ້ອງໃຫ້ລັດຖະບານ ຊ່ວຍຮັກສາສະຖານະ ເມືອງມໍລະດົກ
2024-11-22
ທາງການລາວ ເປີດເຜີຍຂໍ້ມູນວັນທີ 22 ພະຈິກ 2024 ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດ, ແຕ່ມາມາເຖິງປັດຈຸບັນ ມີ 6 ຄົນແລ້ວເສຍຊີວິດ.
2024-11-22
ໃນສົກຮຽນ ປີ 2023-2024 ທີ່ຜ່ານມາ ມີພຽງຈໍານວນນັກຮຽນ 1,275,408 ຄົນເທົ່ານັ້ນ ຕັ້ງແຕ່ຊັ້ນ ປ.1 ຫາ ມ.7 ໃນທົ່ວປະເທດ ລວມໂຮງຮຽນຂອງລັດ ແລະເອກກະຊົນ ຈາກປະຊາຊົນກອນ ທີ່ມີອາຍຸເຖິງເກນເຂົ້າຮຽນ ທັງໝົດ 1,609,178 ຄົນ ນັ້ນໝາຍຄວາມວ່າ ມີປະຊາກອນຢ່າງນ້ອຍ 333,770 ທີ່ອາຍຸເຖິງເກນ ແຕ່ບໍ່ໄດ້ເຂົ້າຮຽນໃໝ່.
2024-11-22
ຊາວອອສເຕຣເລຍ, ຮອລລີ ໂບລສ໌, ອາຍຸ 19 ປີ, ເປັນຜູ້ເຄາະຮ້າຍຫຼ້າສຸດທີ່ເສຍຊີວິດ ພາຍຫຼັງດື່ມເຄື່ອງດື່ມທີ່ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2024-11-21
ການອະນຸມັດໂຄງການຂຸດຄົ້ນແຮ່ທາດຂອງລັດຖະບານ ມີຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ເຊິ່ງມາຮອດປັດຈຸບັນ ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ອະນຸມັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທັງໝົດໃຫ້ 1,007 ບໍລິສັດ.
2024-11-21
ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ ເຊິ່ງໜອງປາ ແລະ ນາ ຂອງຊາວບ້ານ ໄດ້ຮັບຄວາມເສຍຫາຍ ໂດຍມີຊາວບ້ານຈຳນວນໜຶ່ງ ໄດ້ຖ່າຍວິດີໂອເຫດການດັ່ງກ່າວ ພ້ອມເຜີຍແຜ່ຜ່ານສື່ສັງຄົມອອນລາຍນ໌.
2024-11-21
ອັດຕາແລກປ່ຽນເງິນ ອີງຕາມຂໍ້ມູນ ຈາກທະນາຄານການຄ້າຕ່າງປະເທດ ແລະ ລາຄາຊື້-ຂາຍຄໍາ ປະຈໍາວັນທີ 21 ພະຈິກ 2024, ອີງຕາມຂໍ້ມູນຈາກ ຮ້ານຄໍາພູວົງ.
2024-11-21
ມີຂໍ້ມູນຢືນຢັນວ່າ ນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ ເພີ່ມຂຶ້ນເປັນ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານເມທານອລ (Methanol) ຢູ່ເມືອງວັງວຽງ ໂດຍສື່ມວນຊົນອອສເຕຣເລຍ ລາຍງານວ່າ ນາຍົກລັດຖະມົນຕີ ຂອງອອສເຕຣເລຍ ໄດ້ກ່າວສະແດງຄວາມເສຍໃຈ ຕໍ່ຄອບຄົວຂອງຜູ້ເສຍຊີວິດ.