ເຣື້ອງທີ່ເກັບບັນທຶກໄວ້
2008-09-08
ທາງການລາວ ຮັບຮູ້ວ່າ ການຂາດເຂີນ ແຮງງານລາວ ທີ່ມີສີມືດີ ເຮັດໃຫ້ ບໍຣິສັດ ທຸຣະກິດ ພາຍໃນ ແລະ ຕ່າງປະເທດ ຕ້ອງຈ້າງ ຄົນງານຕ່າງດ້າວ ເຖິງແມ່ນວ່າ ມັນບໍ່ສອດຄ່ອງ ກັບກົດໝາຍກໍດີ.
2008-09-06
ສະພາ ຣັຖ ຄາລີຟໍຣ໌ເນັຽ ຮັບຜ່ານ ຍັຕຕິ ສະບັບໜື່ງ ເປັນກາຣຮຽກທວງ ຕໍ່ທາງກາຣ ສະຫະຣັຖ ໄດ້ໃຫ້ຄວາມປົກປ້ອງ ຊົນເຜົ່າລາວມົ້ງ ທີ່ອາສັຍ ຢູ່ສູນຮອງຮັບ ຊົ່ວຄາວ ທີ່ປະເທດໄທຽ ພ້ອມກັບ ຈຳພວກທີ່ຍັງເຫລືອ ຢູ່ເມືອງລາວ ກໍບໍ່ໃຫ້ໄດ້ຮັບ ກາຣປາບປາມ ຈາກທາງກາຣ ຄອມມິວນິສຕ໌, ອີງຕາມ ຣາຍງານ ຂອງໜັງສືພີມ ຣາຍວັນ ຂອງນະຄອນ Sacramento ຣັຖ California ສະບັບ ວັນທີ່ 5 ກັນຍາ.
2008-09-05
ປະຊາຊົນ ໃນແຂວງບໍຣີຄຳໄຊ ບາງພາກສ່ວນ ປະເຊີນກັບ ບັນຫາ ໂຣຄຖອກທອ້ງ ແລະ ໂຣຄຜິວຫນັງ ຫລັງຈາກ ເຫດນ້ຳຖ້ວມ ເພາະຂາດ ນ້ຳສະອາດ ສຳລັບ ອຸປະໂພກ ແລະ ບໍຣິໂພກ.
2008-09-05
ແຂວງຫລວງພຣະບາງ ກໍາລັງ ທໍາການ ຈ່າຍຄ່າ ເສັຍຫາຍໃຫ້ ຊາວບ້ານ ທີ່ໄດ້ຮັບ ຄວາມເສັຍຫາຍ ຈາກໂຄງການ ສ້າງເດີ່ນຕີກັອຟ ຂອງບໍລິສັດ ເກົາຫລີໃຕ້.
2008-09-04
ຂແນງລ້ຽງສັດ ແຂວງສວັນນະເຂຕ ຕ້ອງກາຣ ງົບປະມານ ໃນກາຣຊ່ວຍເຫລືອ ຊາວບ້ານ ທີ່ສູນເສັຽ ປາລ້ຽງ ຈາກເຫຕກາຣ ນ້ຳຖ້ວມ ປີນີ້.
2008-09-04
ສະພາບ ຄວາມຫຍຸ້ງຍາກ ທາງດ້ານ ເສຖກິຈ ເປັນບັນຫາ ຕົ້ນຕໍ ທີ່ເຮັດໃຫ້ ຊາວລາວ ລັກລອບ ໄປຫາເຮັດວຽກ ຢູ່ປະເທດໄທຽ.
2008-09-03
ທາງການໄທ ຈະສົ່ງ ຊາວເຜົ່າມົ້ງ ກັບ ສປປລາວ ຕື່ມອີກ 500 ຄົນ ໃນທ້າຍເດືອນກັນຍານີ້ ພາຍຫລັງ ທີ່ ໄດ້ສົ່ງ ຈໍານວນ 119 ຄົນ ກັບຄືນ ເມື່ອວັນທີ 29 ເດືອນສິງຫາ ຜ່ານມາ.
2008-09-02
ທາງການລາວ ຢືນຢັນວ່າ ຈະໃຫ້ ການອຸປະຖັມ ແກ່ຊາວມົ້ງ ທີ່ຖືກສົ່ງກັບ ຈາກປະເທດໄທ ເປັນເວລາ ນື່ງປີ ເພື່ອໃຫ້ເຂົາເຈົ້າ ຕັ້ງຕົ້ນ ຊີວິດໃໝ່ໄດ້ ໂດຍຈະ ປະກອບເງິນອຸດໜູນ ໃຫ້ ຜູ້ລະ 3 ແສນກີບ, ແລະ ໃຫ້ເຄື່ອງຂອງ ທີ່ຈໍາເປັນ ໃນການດໍາຣົງຊີວິດ ໃນເບື້ອງຕົ້ນ.
2008-09-02
ເຈົ້າໜ້າທີ່ ຕໍາຣວດໄທ ເມືອງອຸດອນ ແຂວງອຸດອນທານີ ຈັບ ຍິງສາວລາວ ຈໍານວນ 15 ຄົນ ໃນຖານວ່າ ຈ່າວ ຄ້າຂາຍ ບໍຣິການ ທາງເພດ ຢູ່ຕາມຮິມຖນົນ.
2008-09-01
ທາງການໄທ ໄດ້ສົ່ງ ຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ ອີກ ໃນທ້າຍອາທີດນີ້, 30 ຄອບຄົວ ຮວມທັງຫມົດ 119 ຄົນ.