ຍິງສາວລາວ ຄ້າໂສເພນີ ຖືກຈັບ ຢູ່ໄທ

ເຈົ້າໜ້າທີ່ ຕໍາຣວດໄທ ເມືອງອຸດອນ ແຂວງອຸດອນທານີ ຈັບ ຍິງສາວລາວ ຈໍານວນ 15 ຄົນ ໃນຖານວ່າ ຈ່າວ ຄ້າຂາຍ ບໍຣິການ ທາງເພດ ຢູ່ຕາມຮິມຖນົນ.
ສົມເນ ຣາຍງານ
2008.09.02

ຣາຍງານຂ່າວ ຈາກທ້ອງຖິ່ນ ວ່າເມື່ອວັນທີ 30 ກັນຍາຜ່ານມານີ້, ​ເຈົ້າໜ້າທີ່ ຕໍາຣວດເມືອງອຸດອນ​ ​ໃນຂະນະທີ່ ປະຕິບັດງານລາດຕາເວນ ຕາມຖນົນໄດ້ພົບເຫັນ ຍິງສາວ ຈໍານວນນື່ງ ຢືນຢູ່​ແຄມ ຖນົນ ທາງຍ່າງໃນຕົວເມືອງອຸດອນ ໂດຍພາກັນ ຈ່າວຂາຍ ບໍຣິການ ທາງເພດໃຫ້ຜູ້ຊາຍ ທີ່ຍ່າງຜ່ານໄປ ຜ່ານມາຕາມຖນົນ. ​ເຈົ້າໜ້າທີ່ ຕໍາຣວດ ສົງໃສ ກໍເລີຍເຂົ້າໄປ ຈັບ.

ຍິງສາວເລົ່ານີ້ ສາຣະພາບ ວ່າເປັນປະຊາຊົນລາວມາຈາກ ນະຄອນວຽງຈັນ, ທຸກຄົນ ມີໜັງສືເດີນທາງເຂົ້າປະເທດຜ່ານດ່ານ ຂົວມິຕະພາບ ແບບຖືກຕ້ອງ. ຍິງສາວຈໍານວນນີ້ ມີອາຍຸລະຫ່ວາງ 19-32 ປີ. ຫລັງຈາກ ຖືກຈັບແລ້ວເຈົ້າໜ້າທີ່ຕໍາຣວດ ກໍໄດ້ນໍາຕົວໄປ ແລະ ດໍາເນີນການ ຕາມລະບຽບກົດໝາຍ ຂອງປະເທດ. ບັນຫາຜູ້ຍິງລາວ ເດີນທາງ ເຂົ້າມາ ຂາຍບໍຣິການ ທາງເພດ ໃນປະທດໄທນີ້ ມັນໄດ້ກາຍເປັນເຣື້ອງ ຊີວິດການເປັນຢູ່ ຂອງຜູ້ທີ່ ບໍ່ມີທາງເລືອກມາໄດ້ຫລາຍປີແລ້ວ.


ເມື່ອເຈົ້າໜ້າທີ່ສອບຖາມເຂົາເຈົ້າ ກໍບອກຄວາມຈິງ ໂລດວ່າ ຢູ່ລາວ ບໍ່ຮູ້ວ່າ ຈະຫາຢູ່ຫາກິນ ແນວໃດ, ບໍ່ມີວຽກ​​ເຮັດ. ຍິງສາວ ທີ່ດໍາຣົງ ກິດຈະກໍາ ຊີວິດແບບນີ້ສ່ວນມາກ ແມ່ນມາຈາກ ​​ເຂດຊົນະບົດ ຕ່າງແຂວງ.


ໃນວັນດຽວກັນນີ້ເຈົ້າໜ້າທີ່ດ່ານຂົວມິຕະພາບຝັ່ງເມືອງໜອງຄາຍ ຂອງໄທໄດ້ຈັບຜູ້ຍິງລາວຈາເມືອງຫລວງພະບາງ ຄົນນື່ງ ອາຍຸ 25 ປີໃນຖານລັກລອບ ຢາບ້າ ເຂົ້າປະເທດ. ​​ໃນເວລາທີ່ ເຈົ້າໜ້າທີ່ດ່ານກວດຄົນ ເຂົ້າເມືອງ ຂອງໄທ ກວດຕົວ ຜູ້ຍິງລາວ ຄົນນີ້ໄດ້ພົບເຫັນ ຢາບ້າ ຈໍານວນ 504 ​ເມັດ ຊຸກເຊື່ອງໄວ້ ຢູ່ໃນກັບເຂົ້າແປ້ງ ເຄື່ອງສໍາອາງ.


ລາວ ໄດ້ສາຣະພາບ ວ່າໄດ້ຮັບຈ້າງ ຂົນສົ່ງຢາຈາກແມ່ຄ້າໃນນະຄອນຫລວງວຽງຈັນ​ ​ເປັນຈໍານວນເງິນ 10,000 ບາດໂດຍໄດ້ຮັບເງິນ ລ່ວງໜ້າແລ້ວ 5,000 ບາດ ສ່ວນເຫລືອນັ້ນ ຈະໄດ້ຮັບ ຈາກລູກຄ້າ ຢູ່ທີ່ເມືອງອຸດອນ ຜູ້ທີ່ຈະມາຮັບເອົາ ຢາຈາກ ນາງ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.