ຊາວເຜົ່າມົ້ງ ຫ້ວຍນໍ້າຂາວ ຖືກສົ່ງກັບຄືນ ຕື່ມອີກ

ທາງການໄທ ໄດ້ສົ່ງ ຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ ອີກ ໃນທ້າຍອາທີດນີ້, 30 ຄອບຄົວ ຮວມທັງຫມົດ 119 ຄົນ.
ຊິດນີ ຣາຍງານ
2008.09.01

ເຈົ້າຫນ້າ​ທີ່ ​ກ່ຽວຂ້ອງ​ ຈາກ​ຫນ່ວຍ​ງານ ​ດ້ານ​ຄວາມປອດ​ພັຍ ສປປລາວ ​ໃຫ້​ລາຍ​ລະອຽດ ​ວ່າ ​ເມື່ອວັນ​ທີ 30 ​ເດືອນ​ສີ​ງຫາ ຄື ​ໃນ​ມື້​ວັນ​ເສົາ ທີ່​ຜ່ານ​ມາ ທາງ​ການ ​ທະ​ຫານ​ໄທ ​ໄດ້​ຈັດ​ສົ່ງ ​ຊາວ​ມົ້ງ ທີ່​ອາສັຍ ​ຢູ່​ບ້ານ​ຫ້ວຍ​ນ້ຳຂາວ ກັບ​ຄືນ ສປປລາວ ອີກ​ໃຫມ່ ​ໃນ​ຈຳນວນ 30 ຄອບຄົວ ຮວມທັງ​ຫມົດ 119 ຄົນ ດັ່ງ​ທ່ານ​ ກ່າວ​ໃນ​ຕອນ​ນື່ງ ວ່າ:

“30 ຄອບຄົວ 119 ຄົນ ຍັງ​ຢູ່​ ສູນ​ຮັບ​ຕ້ອນ ​ເມື່ອຂ້າພະ​ເຈົ້າ ຊັກ​ປວັດ ​ລະອຽດ​ແລ້ວ ມາ​ຈາກ ​ແຂວງ​ໃດ ​ເມື​ອງ​ໃດ ​ແລ້ວ​ໃຫ້ ​ພີ່ນ້ອງ ​ເຂົາ​ມາ​ຮັບ​ເອົາ.”

ພິທີ​ມອບ ​ຊາວ​ມົ້ງ ​ໄດ້​ຈັດ​ຂື້ນ ທີ່​ສ​ະໂມ​ສອນ ​ຕຳຣວດ ​ໂພນ​ພະ​ເນົາ ຣະຫວ່າງ​ ພັນ​ເອກ ສີ​ພັນ ພຸດ​ທະ​ວົງ ຫົວຫນ້າ ​ກົມ​ຊາຍ​ແດນ​ ກອງທັບ ​ປະຊາຊົນ​ລາວ ຮອງ​ປະທານ ອະນຸ​ ກັມມະການ​ ​ຊາຍ​ແດນ ​ລາວ​-​ໄທ ​ແລະ ​ພັນ​ເອກ ​ໄພ​ໂລດ ວີ​​ໄລ​ລັດ ຜູ້​ອຳ​ນວຍການ ດ້ານ​ຊາຍ​ແດນ ກົມ​ກິ​ຈການ ​ທະຫານ​ ກອງທັບ​ໄທ.

ປັດຈຸບັນ ຊາວ​ມົ້ງ ກຸ່ມ​ດັ່ງກ່າວ ອາສັຍ​ ຢູ່​ໃນ​ສູນ​ພັກ​ຟື້ນ ທີ່​ນະຄອນຫລວງ​ວຽງ​ຈັນ ​ເພື່ອລໍຖ້າ ການສືບສວນ​ ເຖີງ ທີ່​ມາ​ທີ່​ໄປ ​ຂອງ​ພວກ​ຂະ​ເຈົ້າ. ທ່ານ​ກ່າວ ວ່າ:

“ຊາວມົ້ງ ກຸ່ມ​ນີ້ສ່ວນ​ໃຫຍ່ ​ມາ​ຈາກ ແຂວງ​ບໍຣີຄຳ​​ໄຊ ​ແຂວງ​ຊຽງ​ຂວາງ​ແລະ​ແຂວງ​ວຽງ​ຈັນ ​ແຕ່​ວ່າ ຂ້າພຣະ​ເຈົ້າຍັງ​ບໍ່​ທັນ​ຮູ້​ລາຍ​ລະອຽດ ​ເພາະວ່າ​ອີກ​ປະມານ 2-3 ວັນ ​ເຂົາ​ຈະລາ​ຍງານ​ໃຫ້​ຂ້າພຣະ​ເຈົ້າຮູ້ ​ເພາະ​ຈາກ​ຫລາຍ​ພກາ​ສ່ວນ ຈະ​ໄປ​ຢູ່​ບ້ານ​ເດີມ​ຫມົດ​ບໍ​ຫລື​ຈະ​ໄປ​ຢູ່​ນຳ​ຍາດ​ພີ່ນ້ອງ ສຳລັບ​ພວກ​ທີ່​ຂາຍ​ດີ​ນຂາຍ​ນາ​ໄປ​ແລ້ວຫລື ຈະ​ເອົາ​ໄປ​ໃວ້​ໃນ​ສູນພັທນາ.”

ລາວ​ ແລະ​ໄທ ​ໄດ້​ມອບ​ເງີ​ນ ​ແລະ ​ສີ່​ງຂອງ ທີ່​ຈຳ​ເປັນ ຈຳນວນ​ນື່ງ ​ໃຫ້​ແກ່​ ແຕ່​ລະ​ຄອບຄົວ ​ເພື່ອການ​​ເລີ້ມ​ຕົ້ນ ຊີ​ວີ​ດ​ໃຫມ່​ ຂອງ​ພວກ​ຂະ​ເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.