ເຣື້ອງທີ່ເກັບບັນທຶກໄວ້
2023-10-19
ກ່ຽວກັບກໍຣະນີ ເດັກນ້ອຍລາວ 16 ຄົນ ທີ່ໄດ້ອອກມາ ຈາກໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຕັ້ງແຕ່ວັນທີ 29 ເດືອນສິງຫາ 2023 ຈະໄດ້ກັບປະເທດລາວ ມື້ໃດນັ້ນ. ປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງ ຍັງລໍຖ້າການແຈ້ງຕອບກັບມາ ຈາກສະຖານທູດລາວ ປະຈໍາປະເທດພະມ້າຢູ່.
2023-10-19
ເຂື່ອນອາເລື້ອຍ ຂອງວຽດນາມ ປ່ອຍນໍ້າອອກຈາກເຂື່ອນ ເຮັດໃຫ້ລະດັບແມ່ນໍ້າເຊກອງສູງຂຶ້ນ ໂດຍສະເພາະຊາວບ້ານ ທີ່ອາໄສຢູ່ລຽບຕາມຊາຍແດນ ເເມ່ນໍ້າເຊກອງ ໃຫ້ລະມັດລະວັງ ແລະ ມີສະຕິຕຽມຄວາມພ້ອມຮັບມືໄວ້ ຂະນະທີ່ຍັງບໍ່ມີຣາຍພົບຄວາມເສັຍຫາຍ ຈາກເຫດການດັ່ງກ່າວ.
2023-10-19
23 ບ້ານຢູ່ແຂວງເຊກອງ ແລະອັດຕະປື ທີ່ໄດ້ຮັບຜົລກະທົບ ຈາກໂຄງການໄຟຟ້າ ພະລັງງານລົມ ຂນາດ 1,600 ເມກະວັດ ຮຽກຮ້ອງຄ່າຊົດເຊີຍ ທີ່ເປັນທັມ ຈາກເຈົ້າຂອງໂຄງການ ເນື່ອງຈາກວ່າ ປະຊາຊົນ ຍິນຍອມເສັຍດິນ ເພື່ອໂຄງການນີ້.
2023-10-18
ປັດຈຸບັນພະນັກງານ ແລະ ນັກສຶກສາລາວ ຈຳນວນ 119 ຄົນ ໃນນັ້ນ ຈາກຂແນງການກະສິກັມ ແລະ ປ່າໄມ້ 70 ຄົນ ແລະ ຈາກມະຫາວິທຍາໄລ ແຫ່ງຊາຕລາວ 49 ຄົນ ຢູ່ປະເທດອິສຣາແອລ ມີຄວາມປອດໄພດີ ຂະນະທີ່ຣັຖບານ ຍັງບໍ່ມີນະໂຍບາຍ ຮັບຄົນລາວ ຈຳນວນດັ່ງກ່າວ ກັບຄືນປະເທດ.
2023-10-18
ອົງການ ສະຫະປະຊາຊາຕ ກຳນົດໃຫ້ ວັນທີ 17 ຕຸລາ ຂອງທຸກປີ ເປັນວັນສາກົລ ເພື່ອລຶບລ້າງຄວາມທຸກຍາກ, ແຕ່ປະຊາຊົນລາວ ຍັງປະເຊີນກັບຄວມທຸກຍາກ ໃນຫຼາຍດ້ານ ໂດຍສະເພາະ ບັນຫາເສຖກິຈ ທີ່ຍັງບໍ່ໄດ້ຮັບການແກ້ໄຂ ຢ່າງເປັນຮູບປະທັມ.
2023-10-18
ໜີ້ສິນ ຂອງປະເທດລາວ ເພີ່ມສູງຂຶ້ນເກືອບຮອດ 17 ຕື້ ໂດລາຣ໌ ເຊິ່ງຣັຖບານ ບໍ່ສາມາດຈະໃຊ້ໜີ້ຄືນໄດ້ ເຫດຜົລນີ້ ຈຶ່ງເຮັດໃຫ້ຣັຖບານ ອອກພັນທະບັດ ແລະຂາຍສິນຊັບ ຫຼື ໃຫ້ສັມປະທານ ໂຄງການຕ່າງໆເພື່ອໃຊ້ໜີ້ ຈຳນວນມະຫາສານ ດັ່ງກ່າວ.
2023-10-18
ພາກປະຊາສັງຄົມ ແລະ ເຄືອຂ່າຍແມ່ນໍ້າຂອງ ໃນປະເທດໄທຍ ຕຣຽມເຮັດໜັງສືສອບຖາມໄປເຖິງຣັຖບານຈີນ ແລະ ບໍຣິສັດ ໄຊນ່າຕ້າຖັງ ຂອງຈີນ ທີ່ຈະເຂົ້າມາລົງທຶນກໍ່ສ້າງ ໂຄງການເຂື່ອນໄຟຟ້າ ປາກແບງຢູ່ເມືອງປາກແບງ ແຂວງອຸດົມໄຊ.
2023-10-18
ປີນີ້ ອົງການ ນັກຂ່າວບໍ່ມີພົມແດນ ຈັດໃຫ້ປະເທດລາວ ຢູ່ໃນລຳດັບທີ 160 ຈາກທັງໝົດ 180 ປະເທດ ຊຶ່ງຖືວ່າສື່ມວນຊົນລາວ ທີ່ຂາດສິດເສຣີພາບ ໃນການນຳສເນີຂໍ້ມູນ ຂ່າວສານ ທີ່ເປັນຄວາມຈິງ ເນື່ອງຈາກວ່າ ມີການກວດກາ ສື່ມວນຊົນລາວ ຢ່າງເຂັ້ມງວດ ເພື່ອຮັບໃຊ້ພັກ ແລະຣັຖບານ.
2023-10-17
ສປປ ລາວ ແລະ ອົງການ ແຮງງານສາກົລ ວາງແນວທາງ ເພື່ອການປົກປ້ອງ ແລະ ການລຶບລ້າງ ການໃຊ້ແຮງງານເດັກນ້ອຍ ລວມເຖິງການສົ່ງເສີມ ວຽກທີ່ີິມີຄຸນຄ່າ ໃຫ້ແກ່ຊາວໜຸ່ມລາວ ຂະນະດຽວກັນ ບັນຫາຄວາມທຸກຍາກ ເປັນສາເຫດນຶ່ງ ທີ່ເຮັດໃຫ້ເດັກນ້ອຍ ຕ້ອງດິ້ນຮົນ ຫາວຽກເຮັດຈຸນເຈືອຄອບຄົວ.
2023-10-17
ແມ່ຄ້າທ້ອງຖິ່ນ ຢູ່ນະຄອນຫລວງພຣະບາງ ຈຳນວນນຶ່ງ ສວຍໂອກາດ ຍັດຍຽດຂາຍເຄື່ອງຕັກບາດ ໃຫ້ນັກທ່ອງທ່ຽວ ໃນລາຄາສູງເກີນຄວນ ສ້າງຄວາມບໍ່ພໍໃຈ ໃຫ້ນັກທ່ອງທ່ຽວ ສ່ວນພາກຣັຖ ຍັງບໍ່ມີການເຄື່ອນໄຫວ ແກ້ໄຂບັນຫາດັ່ງກ່າວ.
2023-10-17
ຜູ້ປະກອບການລ້ຽງໝູ ຫລາຍຄົນ ຢູ່ຫລາຍແຂວງ ໄດ້ຮັບຜົລກະທົບ ຍ້ອນຕົ້ນທຶນສູງ, ຫົວອາຫານແພງຂຶ້ນຫລາຍ ຂະນະດຽວກັນຜູ້ຮັບຊື້ ຢາກໄດ້ໃນລາຄຖືກ ເຮັດໃຫ້ຜູ້ປະກອບການ ຈຳນວນຫຼາຍ ຖອດໃຈ ຢາກເຊົາກິຈການລ້ຽງໝູ ສ່ວນພາກຣັຖ ຍັງບໍ່ຮັບຮູ້ບັນຫານີ້ ແລະ ບໍ່ມີແນວທາງຊ່ວຍເຫຼືອແນວໃດເທື່ອ.
2023-10-17
ອີງຕາມຂໍ້ມູນ ຂອງຜແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ, ຄຣູອາສາ ພາຍໃນແຂວງ ລາອອກ ຈຳນວນຫຼາຍ ເຮັດໃຫ້ເກີດບັນຫາ ຄຣູສອນບໍ່ພຽງພໍ ກັບຈຳນວນນັກຮຽນ ແລະ ຄຣູທີ່ປະຕິບັດໜ້າທີ່ ຈຶ່ງສອນຄວບຊັ້ນ ບັນຫາເຫຼົ່ານີ້ເກີດຈາກ ໂຄຕ້າຣັຖກອນຄຣູ ບໍ່ພຽງພໍກັບຈຳນວນຄຣູອາສາ.
2023-10-16
ວັນຕ້ານຢາເສບຕິດ ແຫ່ງຊາຕ ຂອງລາວ ຄົບຮອບ 22 ປີ ແລະ ບັນຫາຢາເສບ ຖືເປັນວາຣະແຫ່ງຊາຕ ຂະນະທີ່ ຢາເສບຕິດຍັງຣະບາດ ໄປທົ່ວປະເທດ, ມີຜູ້ຄົນເປັນຕົ້ນຊາວໜຸ່ມ ຈຳນວນຫຼາຍ ຍັງມົ້ວສຸມ ເສບສິ່ງເສບຕິດ, ນີ້ເປັນສ່ວນນຶ່ງຂອງບັນຫາ ທີ່ລໍຖ້າໃຫ້ຣັຖບານແກ້ໄຂຕໍ່ໄປ.
2023-10-16
ເກີດເຫດການສະເທືອນໃຈ ຕໍ່ສາມະເນນລາວ 2 ຕົນ ອາຍຸບໍ່ເຖິງ 10 ປີ ທີ່ບວດຮຽນ ໃນວັດແຫ່ງນຶ່ງ ຢູ່ແຂວງຊຽງຮາຍ ປະເທດໄທຍ ໄດ້ຖືກເຈົ້າອາວາດວັດ ລ່ວງລະເມີດທາງເພດ ລວມເຖິງ ຖືກກັກຂັງໜ່ວງໜ່ຽວໄວ້ ແລະທໍາຮ້າຍຮ່າງກາຍ ຈົນມີບາດແຜຕາມຕົນໂຕ.
2023-10-16
ສູນສະຖິຕິແຫ່ງຊາຕ ຈະຣາຍງານວ່າ ໃນເດືອນກັນຍາ 2023 ທີ່ຜ່ານມາ ໃນລາວ ມີອັດຕຣາເງິນເຟີ້ ຢູ່ທີ່ 25.7% ເຖິງແມ່ນວ່າ ການຣາຍງານ ຈະບໍ່ແຮງງານ ຈະແຮງປານໃດ ແຕ່ສະພາບໂຕຈິງ ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ຍັງມີອັດຕຣາສູງຂຶ້ນ.