ເຣື້ອງທີ່ເກັບບັນທຶກໄວ້
2024-10-22
ເດັກນ້ອຍແມ່ຍິງລາວ ຢູ່ເມືອງຮຸນ ແຂວງອຸດົມໄຊ ທີ່ແຕ່ງດອງກ່ອນໄວອັນຄວນ ຕົກເປັນກຸ່ມສ່ຽງຖືກຄົນຈີນຕົວະແຕ່ງດອງ ແລະຖືກຄ້າມະນຸດ ໂດຍສະເພາະກຸ່ມອາຍຸຕ່ຳກວ່າ 18 ປີ ສ່ວນໜຶ່ງເປັນຍ້ອນຄອບຄົວທຸກຍາກ ພໍ່-ແມ່ ຕ້ອງການເງິນ ຈຶ່ງຍອມໃຫ້ລູກແຕ່ງດອງກັບຄົນຈີນ ເພື່ອນຳເງິນໄປໃຊ້ໜີ້.
2024-10-22
ເຈົ້າໜ້າທີ່ ແຂວງຄຳມ່ວນ ໄດ້ລົງພື້ນທີ່ ກວດຕະຫຼາດຢູ່ເມືອງທ່າແຂກ ແລະ ເມືອງຫນອງບົກ ຊຶ່ງກວດພົບສານຟໍມາລິນ ຫຼື ນ້ຳຢາດອງສົບ ໃນອາຫານແຊ່ແຂງ ແລະ ອາຫານທະເລ ລວມທັງຫມົດຫຼາຍກວ່າ 26 ກິໂລກະຣາມ.
2024-10-22
ເຈົ້າໜ້າທີ່ຂອງໄທ ກວດພົບສາຍສົ່ງອິນເຕີ້ເນັດ ຜິດກົດໝາຍ ຈາກຝັ່ງໄທລາກຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 2 ມາຍັງແຂວງສວັນນະເຂດ ເຊິ່ງຄວາມຍາວປະມານ 5 ກິໂລແມັດ ເຊິ່ງອາດມີວັດຖຸປະສົງເພື່ອໃຊ້ໃນການກໍ່ອາດສະຍາກໍາ ທາງອອນລາຍ.
2024-10-22
ເພື່ອປັບປຸງແລະພັດທະນາເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວ ທີ່ສາມາດຮອງຮັບນັກທ່ອງທ່ຽວ ໄດ້ຢ່າງມີປະສິດທິພາບ ທະນາຄານພັດທະນາອາຊີ ຫຼື ADB ຈຶ່ງໄດ້ໃຫ້ທຶນຊ່ວຍເຫລືອຫລາຍກວ່າ 1.8 ລ້ານໂດລ້າສະຫະລັດ.
2024-10-22
ກະຊວງອຸດສາຫະກໍາ ແລະການຄ້າ ຮຽກຮ້ອງໃຫ້ປະຊາຊົນ ແຈ້ງການສູນເສຍໃຫ້ບໍລິສັດ ດິໄອຄອນ ກຣຸບ ຂອງໄທຍ ສໍ້ໂກງຊັບ ເຊິ່ງຍັງບໍ່ຜູ້ປະສົງແຈ້ງຄວາມເທື່ອ ເນື່ອງຈາກອາດຈະມີ ມີຄວາມກັງວົນນໍາເລື່ອງລະບຽບກົດໝາຍ ແລະບໍ່ຕ້ອງການສະແດງຕົວຕົນ ໃຫ້ຄົນອື່ນຮັບຮູ້.
2024-10-21
ທາງການໄທ ພ້ອມທີ່ຈະສ້າງສູນພັດທະນາສັງຄົມ ມິດຕະພາບໄທ-ລາວ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ ໂດຍສະເພາະຜູ້ທີ່ຕົກເປັນເຫຍື່ອຂອງກຸ້ມແກ້ງສໍ້ໂກງອອນລາຍ ຫຼື ຄໍເຊນເຕີ.
2024-10-21
ເປັນເວລາສາມອາທິດແລ້ວ ເຈົ້າໜ້າທີ່ຕຳຫຼວດຍັງບໍ່ສາມາດຕິດຕາຫານັກໂທດແຫກຄຸກ 5 ຄົນທີ່ແຫກຄຸກທີ່ ຄ້າຍຄຸມຂັງດັດສ້າງນາໄຫນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້.
2024-10-21
ລາຍງານກ່ຽວກັບການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ 3 ປີ 2023 ຫຼື LSIS III ລະບຸວ່າ ແມ່ຍິງ ທີ່ມີອາຍຸບໍ່ທັນເຖິງກະສຽນ ແຕ່ງດອງກ່ອນໄວອັນຄວນ ຫຼືຢູ່ນໍາກັນກັບເດັກຊາຍ ໂດຍບໍ່ໄດ້ແຕ່ງດອງ ເພີ່ມຂຶ້ນຈາກ 23.5 ທີ່ໄດ້ມີການສໍາຫຼວດຄັ້ງທີ 2 ເມື່ອ 5 ປີກ່ອນ ເປັນ 26.5.
2024-10-21
ເນື່ອງໃນໂອກາດວັນຄູແຫ່ງຊາດ ປະຈໍາປີ 2024 ຄົບຮອບ 30 ປີ ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ ເໜັ້ນໃຫ້ຜູ້ບໍລິຫານການສຶກສາເອົາໃຈໃສ່ ພັດທະນາຊັບພະຍາກອນມະນຸດ ແລະແມ່ພີມທີ່ດີຂອງຊາດ.
2024-10-21
ມາເຖິງປັດຈຸບັນ ລັດຖະບານລາວ ໄດ້ອະນຸມັດໃຫ້ພວກນັກລົງທຶນເຊົ່າ ຫຼືສໍາປະທານ ດິນໃນທົ່ວປະເທດ ໃນເນື້ອທີ່ 1 ລ້ານປາຍເຮັກຕ້າ ໃນຈໍານວນ 2,000 ປາຍໂຄງການ, ແຕ່ໄດ້ກວດພົບວ່າ ມີ 400 ປາຍໂຄງການ ກວມເອົາເນື້ອທີ່ 240,000 ປາຍເຮັກຕ້າ ບໍ່ໄດ້ຮັບການພັດທະນາ ແລະຖືກລະເລີຍ.
2024-10-19
ລາຍການ ເມືອງລາວ ປະຈໍາສັບປະດາ EP-67 ຂໍນໍາສະເໜີ ທີມເຮືອບ້ານນາລ້ອງ ທີ່ກໍາລັງຝຶກຊ້ອມ ຕຽມເຂົ້າແຂ່ງຂັນ ໃນງານສະຫຼອງ ບຸນຊ່ວງເຮືອ ປະຈໍາປີ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ.
2024-10-19
ພູຂະໜາດໃຫຍ່ ນັບ 10 ຫນ່ວຍ ຖືກລະເບີດ ເກືອບຈະບໍ່ເຫຼືອຄວາມງາມ ໃນເຂດເມືອງສັງທອງ, ສປປ ລາວ ຈັດພິທີເປີດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ ແລະ ຕະຫຼາດດາວເຮືອງ, ນະຄອນປາກເຊ ເກັບຄ່າເຊົ່າບ່ອນຂາຍເຄື່ອງ ຈາກຊາວຄ້າຂາຍແພງຂຶ້ນ ທ່າມກາງບັນຫາເງິນເຟີ້.
2024-10-18
ນັກທ່ອງທ່ຽວຈີນ ຍາດກັນຂຶ້ນລົດໄຟຟ້າ ຮັບ-ສົ່ງຕາດກວາງສີ ນະ ຄອນຫຼວງພະບາງ ເປັນບັນຫາຈົນເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂ.
2024-10-18
ມາຮອດປັດຈຸບັນນັກຮຽນຊັ້ນປະຖົມແລະມັດທະຍົມຈຳນວນຫຼາຍໃນຫຼາຍເມືອງຫຼາຍແຂວງທົ່ວປະເທດ, ຍັງບໍ່ທັນມີປື້ມແບບຮຽນຄົບຊຸດສຳລັບຮຽນຢູ່ໂຮງຮຽນແລະທົບທວນຢູ່ເຮືອນ. ຂະນະທີ່ຄູມີແຕ່ຄູ່ມືສອນແລະຈຳເປັນຕ້ອງໄດ້ຂຽນໃສ່ກະດານໃຫ້ນັກຮຽນຈົດຕາມ.