ເຣື້ອງທີ່ເກັບບັນທຶກໄວ້
2024-01-02
ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີປະກາດ ອະໄພຍະໂທດ ປ່ອຍໂຕນັກໂທດ ໃຫ້ຄ້າຍຄຸມຂັງຕານປ່ຽວ ຕາມດຳຣັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຜູ້ທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດປີໃໝ່ສາກົລ 2024.
2024-01-02
ບຸນປີໃໝ່ສາກົລ 2024 ນີ້ ຢູ່ເມືອງສໍາຄັນຕ່າງໆ ທີ່ເປັນເມືອງຍອດນິຍົມ ຂອງນັກທ່ອງທ່ຽວ ບໍ່ປະກົດມີນັກທ່ອງທ່ຽວລາວຫຼາຍ ຍ້ອນບັນຫາການເງິນ, ບັນຫາເງິນເຟີ້ ແລະເສຖກິຈຝືດເຄືອງ ເຮັດໃຫ້ຫລາຍຄົນ ໃຊ້ຈ່າຍຢ່າງປະຢັດ ແລະເລືອກທີ່ຈະຈັດການສລອງ ຢູ່ພາຍໃນຄອບຄົວ ຫລາຍກວ່າ.
2024-01-02
ຄະນະກັມມະການ ນະໂຍບາຍເງິນຕຣາ ທະນາຄານແຫ່ງປະເທດລາວ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕຣາ ໃນທິດທາງທີ່ຮັດກຸມ ໂດຍການສຸມໃສ່ ເຮັດໃຫ້ອັດຕຣາ ແລກປ່ຽນ ບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້, ຄວບຄຸມອັດຕຣາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກິນ 9% ໃນທ້າຍປິ 2024.
2024-01-02
ແມ່ຍິງລາວ ຈາກແຂວງສວັນນະເຂດ ທີ່ເຮັດວຽກຢູ່ນະຄອນຫລວງວຽງຈັນ, ແຕ່ຖືກຊາຍຄົນຈີນ ອູ້ມຂື້ນຣົຖ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແລະເວລາຕໍ່ມາ ຖືກພົບວ່າກາຍເປັນສົບຫລົງໄຫລນ້ຳຂອງໃນເຂດເມືອງຕົ້ນເຜິ້ງ, ແຕ່ຍັງບໍ່ມີຂໍ້ມູນສາເຫດການຄາຕກັມໃນຄັ້ງນີ້ເທື່ອ.