ຊາວຕາເວັນຕົກຕິຕຽນ ການເລືອກຕັ້ງໃນພະມ້າ

ປະເທດ ຕາເວັນຕົກ ປະນາມ ການເລືອກຕັ້ງ ໃນພະມ້າ ແຕ່ ຈີນ ກັບ ສັລເສີນວ່າ ເປັນບາດກ້າວ ໃນອານາຄົດ.
ສິດນີ
2010.11.09
F-burma-poll ປະຊາຊົນ ໄປອອກສຽງ ໃນວັນທີ 7 ພຶສຈິກາ 2010 ຊື່ງເປັນວັນ ເລືອກຕັ້ງ ຄັ້ງທໍາອິດ ໃນຮອບຊາວປີ ຢູ່ພະມ້າ
AFP PHOTO / STR

ກົດຟັງສຽງ

ບັນດາ ປະເທດ ຕາເວັນຕົກ ປະນາມ ການເລືອກຕັ້ງ ຄັ້ງທຳອິດ ໃນຣະຍະ 20 ປີ ໃນພະມ້າ ໃນອາທີດນີ້ ແຕ່ແຫລ່ງຂ່າວ ພາກຣັຖຂອງຈີນ ທີ່ເປັນ ພັທນະມິດ ພະມ້າ ສັລເສີນ ການເລືອກຕັ້ງ ວ່າເປັນ ສັນຍານຂອງ ຄວາມຄືບຫນ້າ ແລະ ກຸ່ມປະເທດ ອາຊຽນ ສ່ວນໃຫຍ່ ກໍມິດງຽບ.

ນຳໂດຍ ປະທານາທິບໍດີ ສຫະຣັຖ ທ່ານ ບາລັກ ໂອບາມາ ຫລາຍປະເທດ ຕາເວັນຕົກ ປະນາມ ການເລືອກຕັ້ງ ໃນພະມ້າ ວ່າເປັນ ການເລືອກຕັ້ງ ທີ່ບໍ່ເສຣີ ແລະ ບໍ່ຍຸຕິທັມ. ກຸ່ມດ່ັງກ່າວ ຮຽກຮ້ອງໃຫ້ ຣັຖບານ ທະຫານພະມ້າ ປ່ອຍນັກໂທດ ການເມືອງ ທັງຫມົດ ໃນພະມ້າ ຮ່ວມດ້ວຍ ມາດາມ ອອງຊານຊູຈີ ຜູ້ທີ່ ບໍ່ສາມາດ ເຂົ້າແຂ່ງຂັນ ແລະໄປອອກສຽງ ໃນການເລືອກຕັ້ງ ດັ່ງເຈົ້າຫນ້າທີ່ ອົງການ ຕ່າງຊາດ ທ່ານນື່ງເວົ້າວ່າ:

"ຣັຖບານ ທະຫານພະມ້າ ຢາກໃຊ້ ການເລືອກຕັ້ງ ເທື່ອນີ້ ຕົບຕາຊາວໂລກ ວ່າເປັນ ຫົນທາງເພື່ອ ປະຊາທິປະຕັຍ ໃນພະມ້າ ແຕ່ ອຸປະນິສັຍ ທີ່ແທ້ຈີງ ກໍ່ແມ່ນການ ທັບມ້າງສິດທິ ການປາກເວົ້າ ການຊຸມນຸມ ແລະ ການສະແດງ ເພາະຍັງມີ ການກິດກັ້ນ ກຸ່ມຝ່າຍຄ້ານ ຢູ່".

ທ່ານ ບານກິມູນ ເລຂາທິການ ອົງການ ສະຫະປະຊາຊາດ ກ່າວກ່ຽວກັບ ການເລືອກຕັ້ງ ວ່າເປັນ ການເລືອກຕັ້ງ ທີ່ບໍ່ໂປ່ງໃສ ຂາດການເຂົ້າ ຮ່ວມຈາກ ຫລາຍພາກສ່ວນ. ໃນຂນະດຽວກັນ ຣັຖບານ ຈີນ ກໍ່ຍັງບໍ່ໃຫ້ ຄວາມເຫັນ ກ່ຽວກັບ ການເລືອກຕັ້ງເທື່ອ ແຕ່ສື່ມວນຊົນ ພາກຣັຖ ຂອງຈີນ ຖແລງວ່າ ພະມ້າ ກຳລັງຈະຫັນ ປ່ຽນຣະບອບ ການປົກຄອງ ແຕ່ຈະບໍ່ເກີດ ຂື້ນໄດ້ໃນ ທັນທີທັນໃດ ແຕ່ກໍ່ເປັນ ບາດກ້າວ ທີ່ສຳຄັນ ໃນອານາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.