ຈີນຈະປັບປຸງກົດໝາຍ ໃຫ້ເປັນໜ້າເຊື່ອຖື
2010.11.10

ກົດຟັງສຽງ
ອີງຕາມຄໍາເວົ້າ ຂອງ ສະພາ ຣັຖມົນຕຣີ ຈີນ ຢູ່ໃນ ເອກກະສານ ທີ່ຮຽກຮ້ອງ ໃຫ້ມີການ ໃຊ້ກົດໝາຍ ເຂັ້ມງວດຂຶ້ນ.
ສະພາ ຣັຖມົນຕຣີ ຈີນ ອັນມີ ທ່ານ Wen Jiabao ເປັນຜູ້ກຳກັບ ໄດ້ອອກຄວາມເຫັນ ກ່ຽວກັບການ ປະຕິບັດ ຣະບຽບກົດໝາຍ ດັ່ງກ່າວ ໃນຕອນບ່າຍ ຂອງ ວັນຈັນ, ຍ້ອນວ່າ ສປຈີນ ຊຶ່ງ ເປັນປະເທດ ທີ່ພັກ ຄອມມິວນິສ ເປັນຜູ້ຄວບຄຸມ ຣະບົບ ຍຸຕິທັມ ນັ້ນ ມີເຈົ້າໜ້າທີ່ ທາງການຈີນ ຈຳນວນນຶ່ງ ສໍ້ຣາສບັງຫລວງ ແລະ ກະທຳສິ່ງອື່ນໆ ທີ່ເຮັດໃຫ້ ສັງຄົມ ບໍ່ພໍໃຈ.
ເອກກະສານ ທີ່ອອກທາງ website ຂອງຣັຖບານຈີນ ເວົ້າວ່າ ການພັທນາ ເສຖກິດ ແລະສັງຄົມ ຂອງຈີນ ໃນປັດຈຸບັນ ນີ້ ກຳລັງກ້າວເຂົ້າ ສູ່ຣະຍະໃໝ່. ການພັທນາ ຕົວເມືອງ ແລະ ພັທນາ ຊົນນະບົດ ບໍ່ກໍ້າເກິ່ງກັນ, ການແຈກຢາຍ ລາຍໄດ້ ບໍ່ສມໍ່າສເມີ ກັນ ແລະ ຄວາມແຕກຕ່າງ ກັນ ກຳລັງເພີ້ມ ທະວີຂຶ້ນ ອັນເປັນພື້ນຖານ ເຮັດໃຫ້ ໂຄງປະກອບ ທາງສັງຄົມ, ຣະດັບ ຂອງການ ໄດ້ຮັບຜົນ ປະໂຫຍດ ແລະ ການຂັດແຍ່ງ ທາງສັງຄົມ ເພີ້ມທະວີຂຶ້ນ. ຢູ່ໃນຂົງເຂດ ແລະ ໃນຂແນງການ ຕ່າງໆ ຈຳນວນນຶ່ງ ບາງຄັ້ງ ເກີດມີການ ປະທ້ວງ ຂອງມວນຊົນ ແລະ ການສໍ້ຣາສບັງຫລວງ ເກີດມີຢູ່ ໃນຂແນງການ ຈຳນວນນຶ່ງ. ຕາມຄຳຂຽນ ຢູ່ໃນ ເອກກະສານ ສະບັບ ລົງວັນທີ 10 ຕຸລາ, ແຕ່ຫາກໍ່ໄດ້ ເຜີຍແພ່ ໃນວັນ ທີ 9 ພຶສຈິກາ ນີ້.
ຄວາມບໍ່ພໍໃຈ ຫຼືການປະທ້ວງ ຂອງມວນຊົນ ນຳໄປສູ່ການ ເກີດຄວາມວຸ້ນວາຍ, ການປະທ້ວງ ແລະ ການກະທຳ ໃນຮູບການອື່ນໆ ຂອງມວນຊົນ ທີ່ເຮັດໃຫ້ ບໍ່ມີ ຄວາມສງົບ.