ຍານາງ ອັອງຊານຊູຈິ ຍັງຖືກກັກບໍຣິເວນ
2010.11.11
ກົດຟັງສຽງ
ເຈົ້າໜ້າທີ່ ພະມ້າ ກ່າວໃນ ວັນພະຫັດ ນີ້ ວ່າ ສານສູງສຸດ ຂອງພະມ້າ ປະຕິເສດ ການອຸທອນ ຂອງຍານາງ ອັອງ ຊານ ຊູ ຈິ ກ່ຽວກັບ ການກັກຂັງ ບໍຣິເວນ, ແຕ່ວ່າ ຄວາມຫວັງ ສໍາລັບ ການປ່ອຍ ຍານາງນັ້ນ ຍັງຄົງມີຢູ່. ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ແອັຟ ພີ.
ບັນດາ ທະນາຍຄວາມ ຂອງຍານາງ ອັອງ ຊານ ຊູ ຈິ ຄາດວ່າ ນາງ ຈະຖືກປ່ອຍ ໃນວັນເສົາ ທີ 13 ນີ້, ຊຶ່ງບໍ່ເທົ່າໃດມື້ ພາຍຫລັງ ການເລືອກຕັ້ງ ຜ່ານພົ້ນໄປ ແລະ ພັກ ທີ່ທະຫານ ສນັບສນູນ ນັ້ນ ໄດ້ຮັບ ໄຊຊະນະ ແຕ່ວ່າ ຂະເຈົ້າ ຫວັງວ່າ ຍານາງ ຈະປະພຶດໂຕ ຢ່າງເໝາະສົມ ເພື່ອພິສູດ ຄວາມບໍຣິສຸດ ຂອງຍານາງ.
ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ພະມ້າ ກ່າວ ເມື່ອວັນພຸດ ຜ່ານມາ ວ່າ ການກະຕຣຽມ ເພື່ອປ່ອຍ ຍານາງ ອັອງ ຊານ ຊູຈິ ຍັງມີຢູ່ຕໍ່ໄປ, ແຕ່ວ່າ ບາງຄົນ ຢ້ານວ່າ ຣັຖບານທະຫານ ອາດ ຫາຊ່ອງທາງ ເພື່ອ ຍືດການກັກຂັງ ອອກໄປຕື່ມອີກ.
ສ່ວນ ທະນາຍຄວາມ ຂອງຍານາງ ອັອງ ຊານ ຊູ ຈິ, ທ່ານ ນຽນ ວິນ, ກ່າວໃນວັນພຸດ ວ່າ ຖ້າຫາກວ່າ ຍານາງ ຖືກປ່ອຍຕົວ, ຍານາງ ຈະຈັດ ກອງປະຊຸມ ຖແລງຂ່າວ ທີ່ສໍານັກງານ ໃຫຍ່ ຂອງພັກ, ແລະ ວ່າ ຍານາງ ມີທ່າທີ ຈະຄັດຄ້ານ ທຸກຢ່າງ ທີ່ເຈົ້າໜ້າທີ່ ເຂັ້ມງວດ ກິຈກັມ ທາງການເມືອງ ຂອງຍານາງ.
ສ່ວນ ການອຸທອນ ຕໍ່ຕ້ານ ການລົງໂທດ ກັກຂັງ ບໍຣິເວນ ເປັນພຽງແຕ່ ການຢືນຢັນ ເຖິງຄວາມບໍຣິສຸດ ຂອງຍານາງ ເທົ່ານັ້ນ ແລະ ບໍ່ຄວນ ສົ່ງຜົນກະທົບ ຕໍ່ການປ່ອຍ ຍານາງ ໃຫ້ເປັນອິສຣະ.