ສະຫະຣັດ ບໍ່ຮັບທ່າທີຂອງຈີນ

ສະຫະຣັດ ອະເມຣິກາ ບໍ່ຮັບທ່າທີ ຂອງຈີນ ກ່ຽວກັບການ ແກ້ໄຂຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້ ແລະເຫັນພ້ອມ ໃນຄວາມເຫັນຂອງ ອາຊຽນ.
ຈໍາປາທອງ
2010.10.12
F-Gates-china ທ່ານໂຣເບີດເກດສ ຣັຖມົນຕຣີ ປ້ອງກັນປະເທດ ສະຫະຣັຖ ອະເມຣິກາ(ຊ້າຍ) ແລະ ທ່ານລ໊ຽງກວາງລີ໊ ຣັຖມົນຕຣີ ປ້ອງກັນປະເທດ ສປຈີນ ຈັບມືກັນ ກ່ອນເຂົ້າກອງປະຊຸມ ທີ່ຮ່າໂນຍ ເດືອນຕຸລາ 11, 2010
AFP PHOTO / POOL / Carolyn Kaster

ກົດຟັງສຽງ

ໃນວັນຈັນ ທ່ານ Robert Gates ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ສະຫະຣັດ ອະເມຣິກາ ຮຽກຮ້ອງໃຫ້ຫລາຍ ປະເທດ ຮ່ວມກັນແກ້ໄຂບັນຫາ ກ່ຽວກັບຂໍ້ຂັດແຍ່ງ ທາງດ້ານດິນແດນ ຢູ່ມະຫາສະໝຸດ Pacific. ໃນຂນະທີ່ຈີນ ຂັດຂວາງການຕົກລົງ ທຸກຢ່າງທີ່ ສະຫະຣັດ ສເນີ. ຕໍ່ຄຳເຫັນທີ່ ຈີນມຸ້ງໝາຍ ທ່ານ Robert Gates ເວົ້າວ່າ:

"ພວກຂ້າພະເຈົ້າ ເຫັນວ່າ ການແກ້ໄຂ ຂໍ້ຂັດແຍ່ງ ທີ່ຮຸນແຮງຂຶ້ນນັ້ນ ຈະອາໃສແຕ່ ການພົວພັນ 2 ຝ່າຍ ແມ່ນ ບໍ່ພຽງພໍ ພວກຂ້າພະເຈົ້າ ຕ້ອງການໃຫ້ມີ ຫລາຍສະຖາບັນ ໃນການແກ້ໄຂ ບັນຫາ ທີ່ຈະນຳໄປສູ່ ການປະເຊີນໜ້າກັນ ອັນເປັນບັນຫາສຳຄັນ ທີ່ທ້າທາຍ ທາງດ້ານຄວາມ ໝັ້ນຄົງ ຢູ່ໃນຂົງເຂດນີ້".

ທ່ານກ່າວຕໍ່ພວກ ນາຍທະຫານ ທີ່ມະຫາວິທະຍາໄລ ແຫ່ງຊາດວຽດນາມ ຢູ່ກຸງ ຮ່າໂນ້ຍ ວ່າບັນຫາສຳຄັນ ຢູ່ເອເຊັຍ ຮວມທັງການຂັດແຍ່ງ ທາງດ້ານດິນແດນ ທາງທີ່ດີທີ່ສຸດ ຄວນຈະໄດ້ຮັບ ການແກ້ໄຂ ໂດຍການຮ່ວມມື ຢ່າງເອົາຈິງເອົາຈັງ ຂອງຫລາຍຝ່າຍ.

ແຕ່ຈີນຕ້ອງການ ແກ້ໄຂບັນຫາ ຢູ່ທະເລຈີນໃຕ້ ແບບ 2 ຝ່າຍ ຣະຫວ່າງ ຜູ້ຮຽກຮ້ອງ ເອົາກັມມະສິດ ໃນຂນະທີ່ ປະເທດສະມາຊິກ ຂອງກຸ່ມປະເທດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ຮຽກຮ້ອງໃຫ້ມີການ ເຈຣະຈາຫລາຍຝ່າຍ ສຳລັບທຸກປະເທດ.

ຈີນປະກາດເປັນ ກັມມະສິດ ໃນເຂດທີ່ມີ ຊັພຍາກອນ ທັມມະຊາດ ອັນອຸດົມສົມບູນ ຢູ່ທະເລຈີນໃຕ້ ຊຶ່ງວຽດນາມ ແລະປະເທດ ສະມາຊິກ ອາຊຽນ ຈຳນວນນຶ່ງ ຖືວ່າເປັນ ກັມມະສິດ ຂອງຕົນຄືກັນ.

ທ່ານ Robert Gates ວ່າ ສະຫະຣັດ ແລະວຽດນາມ ກໍຄືປະເທດອື່ນໆ ໃນຂົງເຂດນີ້ ຕ່າງກໍມີຜົນ ປະໂຫຍດຮ່ວມກັນ ໃນຄວາມປອດໄພ ຂອງການເດີນເຮືອ ແລະມີ ອິສຣະພາບ ໃນການໃຊ້ເຂດ ນ່ານນ້ຳສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.