ອອງຊານຊູຈີຮັບຕ້ອນ ລູກຊາຍທີ່ເດີ່ນຍົນ
2010.11.23

ກົດຟັງສຽງ
ໃນວັນ ອັງຄານ ນີ້ ມາດາມ ອອງຊານຊູຈີ ໄດ້ພົບປະ ແລະ ທ້ອນໂຮມກັບ ລູກຊາຍ ຫລັງຈາກ ທີ່ບໍ່ໄດ້ ເຫັນກັນ ສິບປີຜ່ານມາ. ມາດາມ ອອງຊານຊູຈີ ຖືກປ່ອຍ ເປັນອິສຣະ ໃນວັນທີ່ 13 ພຶສຈິກາ 2010 ຫລັງຈາກ ຖືກບັງຄັບ ໃຫ້ຢູ່ໃນກັກ ບໍຣິເວນ ຊື່ງເປັນບ້ານພັກ ຂອງຕົນເອງ ເປັນເວລາ 15 ປີ ໃນລະຍະ 20 ປີ ຜ່ານມາ. ມາດາມ ອອງຊານຊູຈີ ໄດ້ໄປຮັບ ເອົາລູກຊາຍ ທ້າວ Kim Aris ອາຍຸ 33 ປີ ທີ່ເດີນທາງ ຈາກປະເທດ ອັງກິດ ຢູ່ທີ່ສນາມບິນ ນະຄອນຢ້າງກຸ້ງ. ມາດາມ ກ່າວກັບ ນັກຂ່າວ ສື່ມວນຊົນ ວ່າ ດີອົກດີໃຈ ຫລາຍທີ່ສຸດ ທີ່ໄດ້ພົບ ລູກຊາຍອີກ. ມາດາມ ໄດ້ເປີດເຜີຽ ຕໍ່ນັກຂ່າວວ່າ ຊີວິດຄອບຄົວ ໄດ້ຮັບຄວາມ ຫຍຸ້ງຍາກແທ້ ແຕ່ວ່າ ເມື່ອເລືອກ ເສັ້ນທາງ ການເມືອງແລ້ວ ກໍຕ້ອງຕຽມ ພ້ອມ ຜົນສະທ້ອນ ທີ່ຕາມມາ.
ມາດາມ ອອງຊານຊູຈີ ເຕີບໃຫ່ຽ ແລະ ໄດ້ຮັບການ ສືກສາຢູ່ ປະເທດອັງກິດ, ແຕ່ງງານກັບ ຄົນອັງກິດ ທ່ານ Michael Aris ທີ່ເປັນ ອາຈານສອນ ຢູ່ ມະຫາ ວິທະຍາໄລ. ມາດາມ ໄດ້ເຂົ້າໄປ ຮ່ວມຊີວິດ ການເມືອງ ໃນປີ 1988 ຕອນມີອາຍຸ ໄດ້ 43 ປີ ໃນເວລາທີ່ ກັບຄືນ ປະເທດພະມ້າ ເພື່ອຢ້ຽມຢາມ ຜູ້ເປັນແມ່ ທີ່ກໍາລັງ ປ່ວຍໂຊຢູ່ ແລະ ໃນເວລານັ້ນ ພໍດີເກີດມີ ຂະບວນການ ລຸກຮື ຂື້ນຕໍ່ສູ່ ລະບອບ ຜະເດັດການ ທະຫານ ນາງກໍເລີຽ ເຂົ້າໄປຮັບ ບົດບາດ ການນໍາພາ ຂະບວນການ ຮຽກຮ້ອງ ປະຊາທິປະໄຕ, ຖືກຈັບ ຄັ້ງທໍາອິດ ເມື່ອປີ 1989 ຍ້ອນຕໍ່ສູ້ເພື່ອ ປະຊາທິປະໄຕ ຊື່ງໃນເວລານັ້ນ ລູກຂອງເພິ່ນ ສອງຄົນ ທ້າວ ກິມ ມີອາຍຸ 11 ປີ ແລະທ້າວ Alexander ອາຍຸ 16 ປີ. ເມື່ອປີ 1991 ໄດ້ຮັບລາງວັນ ໂນແບນ ຂະແໜງ ສັນຕິພາບ ຍ້ອນຜົນງານ ການຕໍ່ສູ້ ເພື່ອ ປະຊາທິປະໄຕ ແຕ່ບໍ່ມີ ໂອກາດໄປ ຮັບເອົາລາງວັນ.
ເມື່ອປີ 1999 ທ່ານ Michael Aris ຜູ້ເປັນຜົວ ໄດ້ເສັຽຊີວິດ ຍ້ອນເປັນໂຣກ ມະເຣັງ ຕ່ອມລູກໝາກ, ແຕ່ມາດາມ ກໍບໍ່ສາມາດ ເດີນທາງອອກ ນອກປະເທດ ເພື່ອໄປທໍາ ພິທີ ຊາປານະກິດສົບ ຜູ້ເປັນຜົວເລີຽ.