ອອງຊານຊູຸຈິ ຈະໄປຕ່າງປະເທດ

ໃນການ ເດີນທາງ ໄປຕ່າງ ປະເທດ ຂອງ ມາດາມ ອອງຊານຊູຸຈິ ເປັນສັນຍານ ຂອງຄວາມ ເຊື່ອໝັ້ນ ໃນການ ປະຕິຮູບ ຂອງຣັຖບານ ພະມ້າ.

0:00 / 0:00

ກົດຟັງສຽງ

ມາດາມ ອອງຊານຊູຈິ ສັນຍາລັກ ຂອງ ການຕໍ່ສູ້ ຕ້ານຣະບອບ ຜະເດັດການ ຂອງພະມ່າ ບໍ່ຍອມເດີນທາງ ອອກຈາກ ປະເທດໄປ ແມ່ນແຕ່ ໃນຊ່ວງເວລາ ທີ່ຜູ້ເປັນ ສາມີກໍາລັງ ເຈັບໜັກຢູ່ ຕ່າງປະເທດ ນາງກໍບໍ່ ຍອມອອກຈາກ ພະມ່າ ເພາະຢ້ານຈະ ບໍ່ໄດ້ຮັບ ອະນຸຍາດ ໃຫ້ກັບຄືນ ພະມ່າອີກ. ທ່ານ Michael Arish ນັກຊ່ຽວຊານ ຊາວອັງກິດ ຜູ້ເປັນ ສາມີ ຂອງນາງ ເສັຽຊີວິດ ໃນປີ 1999.

ປັດຈຸບັນ ມາດາມ ເປັນນັກ ການເມືອງ ທີ່ຖືກເລືອກຕັ້ງ ເປັນສະມາຊິກ ຣັຖສະພາ ໄດ້ເລີ່ມກະກຽມ ທີ່ຈະເດີນ ທາງໄປປະເທດ Norway ແລະອັງກິດ. ຕາມຄໍາເວົ້າ ໃນພັກຂອງນາງ ແລະວ່າ ການເດີນທາງ ຄັ້ງນີ້ ອາດຮວມເຖິງ ປະເທດອື່ນໆອີກ ນັກຊ່ຽວຊານ ຕ່າງກໍວ່າ ນັ້ນເປັນສັນຍານ ບົ່ງບອກ ເຖິງຄວາມເຊື່ອໝັ້ນ ຂອງ ມາດາມ ໃນການ ປະຕິຮູບ ທີ່ຈະມີຕໍ່ໄປ ຂອງ ຣະບອບ ປົກຄອງໃໝ່ ໃນພະມ່າ. ທ່ານ Michael Montesano ຈາກ ສະຖາບັນສຶກສາ ເອເຊັຽຕາເວັນອອກ ສ່ຽງໃຕ້ ທີ່ສິງກະໂປ ກ່າວວ່າ ນີ້ສະທ້ອນເຖິງ ຄວາມເຊື່ອໝັ້ນ ທີ່ວ່ານາງ ຈະກັບຄືນ ພະມ່າໄດ້ອີກ.

ມາດາມ ອອງຊານຊູຈິ ກ້າວສູ່ເວທີ ການເມືອງ ຂອງພະມ່າ ເມື່ອປີ 1988 ຕອນກັບມາ ຢາມພະມ່າ ຈາກອັງກິດ ບ່ອນທີ່ມາດາມ ອາໄສຢູ່ ສະໃໝນັ້ນ ຊຶ່ງເປັນຊ່ວງ ທີ່ການລຸກຮື ຂອງນັກສຶກສາ ຕ້ານທາງການ ທະຫານ ພະມ່າ ບໍ່ສໍາເຣັດ. ທາງການ ທະຫານ ໄດ້ສັ່ງ ກັກຂັງ ບໍຣິເວນ ມາດາມ ເປັນຄັ້ງທໍາອິດ ໃນປີ 1989 ແລະ ມາດາມ ກໍໃຊ້ຊີວິດໃນ ບໍຣິເວນ ບ້ານ ທີ່ຖືກກັກຂັງ ຢູ່ນະຄອນ ຢ້າງກຸ້ງ ເປັນເວລາ ນານເຖິງ 15 ປີ ໃນຣະຍະ 22 ປີ ຜ່ານມາ.

ອາດີດທູດ ອອສເຕຣເລັຽ ປະຈໍາພະມ່າ ທ່ານ Trevor Wilson ເວົ້າວ່າ ການຕັດສິນໃຈ ຂອງມາດາມ ອອງຊານຊູຈິ ທີ່ຈະເດີນທາງ ໄປຕ່າງປະເທດ ສະແດງໃຫ້ ເຫັນວ່າ ທຸກສິ່ງ ທຸກຢ່າງ ກໍາລັງກ້າວສູ່ ຄວາມເປັນ ປົກຕິ. ທາງດ້ານ ປະທານາທິບໍດີ ເທນເຊນ ກໍຈະເປັນຜູ້ນໍາ ພະມ່າຄົນ ທໍາອິດ ໄປຢ້ຽມຢາມ ຍີ່ປຸ່ນ ໃນຮອບ 28 ປີ ຂະນະທີ່ ປະຊາຄົມໂລກ ຄ່ອຍໆຕ້ອນ ຮັບ ຣັຖບານ ພະມ່າ ຢູ່ນີ້.