ແຮງງານເຖື່ອນພະມ້າ ໃນການປະມົງຂອງໄທ
2012.02.28

ກົດຟັງສຽງ
ບໍ່ຮູ້ຄັກ ແນ່ວ່າ ມີຄົນງານ ຊາວພະມ້າ ຈໍານວນ ເທົ່າໃດແທ້ ທີ່ຖືກກັກໂຕ ໄວ້ເຮັດວຽກ ໃນໂຮງງານ ຜລິດອາຫານ ກຸ້ງທະເລ ຫລື ທີ່ຖືກຫຼອກ ແລ້ວ ຖືກບັງຄັບ ໃຫ້ເຮັດວຽກ ໃນເຮືອຫາປາ ໃນທະເລ ເລິກ. ທ້າວ ສົມພົງ ທີ່ໄດ້ເຮັດວຽກ ໃນຂແນງນີ້ ມາໄດ້ 8 ປີແລ້ວ ຕວງໄດ້ວ່າ ມີຊາວພະມ້າ ປະມານ 30 ສ່ວນຮ້ອຍ ຫລື ຫລາຍກວ່າ 4 ແສນຄົນ ທີ່ຖືກເອົາປຽບ ໃຊ້ແຮງງານ ເໜືອກົດໝາຍ ຂອງໄທ. ອີງຕາມ ລາຍງານ ຂອງ ອົງການຂ່າວ The Nation ຂອງໄທ ວັນທີ 28 ກຸມພາ 2012.
ນາຍຈ້າງ ເຈົ້າຂອງໂຮງງານ ຍຶດ ໃບອະນຸຍາດ ເຮັດວຽກ ໜັງສືເດີນທາງ ຊົ່ວຄາວ ແລະ ບັດປະຈໍາໂຕ ຂອງ ຊາວພະມ່້ ທີ່ເຮັດວຽກ ໃນໂຮງງານ ຜລິດ ອາຫານທະເລ ເພື່ອກັນບໍ່ ໃຫ້ພວກຂະເຈົ້າ ໄປຊອກວຽກ ຢູ່ ບ່ອນອື່ນໄດ້. ສິ່ງທີ່ໂຫດຮ້າຍ ໄປກວ່ານັ້ນ ຄົນງານ ບາງຈໍາພວກ ຈະຖືກກັກຂັງ ຢູ່ໃນ ໂຮງງານນ້ອຍໆ ແລະ ບໍ່ໄດ້ຮັບ ອະນຸຍາດ ໃຫ້ອອກຈາກ ໂຮງງານ ແລະ ຖືກບັງຄັບ ໃຫ້ເຮັດວຽກ ສໍ່າກັບ ຂ້າທາດ.
ຊາຍໜຸ່ມ ຈຳນວນຫລາຍ ໄດ້ຖືກຂາຍ ໄປໃຊ້ແຮງງານ ເທິງເຮືອຫາປາ ໃນທະເລ ເລິກ ຜ່ານການ ປອມແປງ ເອກກະສານ ໂດຍການ ຊ່ວຍເຫລືອ ຂອງ ພນັກງານ ທີ່ສໍ້ໂກງ ແລະ ເຈົ້າໜ້າທີ່ ຕໍາຣວດໄທ. ຕາມລາຍງານ ເພີ້ມເຕີມ ຂອງ ໜັງສືພິມ The Nation ຂອງໄທ.
ທ້າວ ສົມພົງ ກ່າວຕໍ່ ໜັງສືພິມ The Nation ອີກວ່າ “ມັນເປັນການຍາກ ໃນການ ທີ່ຈະກະຕວງ ຄໍານວນ ໂຕເລກ ແຕ່ມັນກໍ ເປັນແບບນີ້ ແທ້ໆ ແລະ ພວກຂະເຈົ້າ ກໍກາຍເປັນ ທາດແຮງງານ ແທ້ໆ”. ມູລນິທິ ແວ່ນແຍງ ຕໍ່ຕ້ານການ ຄ້າມະນຸດ ເປີດເຜີຍ ລາຍງານ ເມື່ອປີ ກາຍນີ້ວ່າ ແມ່ນແຕ່ ຊາຍຄົນໄທເອງ ກໍຍັງໄດ້ຕົກ ເປັນເຫຍື່ອ ຂອງຂະບວນ ການຄ້າມະນຸດ ດັ່ງກ່າວ.