ຮິລລາຣີ ຄລິນຕັນ ແນບນໍາອອງຊາຊູຈິ
ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ Hillary Clinton ໄດ້ແນບນໍາ ແນວຄິດ ແກ່ຜູ້ນໍາ ປະຊາທິປະໄຕ ພະມ້າ ຍານາງ ອອງຊານຊູຈິ ທີ່ກໍາລັງ ຈະເຂົ້າໄປ ມີບົດບາດ ໃນສະພາ ນັ້ນວ່າ “ມັນບໍ່ແມ່ນ ເຣື່ອງງ່າຍ”.
-
ໂພໄຊສວັດ
2012-04-10 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຍານາງ Clinton ອະດີດ ສັດຕຣີເລກນຶ່ງ ເຄີຍເປັນ ສະມາຊິກ ຣັຖສະພາ ແລະເຄີຍໄດ້ ລົງສມັກ ເລືອກຕັ້ງ ເປັນປະທານາ ທິບໍດີສະຫະຣັຖ ໃນປີ 2008 ໄດ້ຖແລງຄໍາ ຍ້ອງຍໍ ສັລເສີນ ຍານາງ ອອງຊານຊູຈີ ເມື່ອໄດ້ເບິ່ງ ພາພຍົນ ເຣື່ອງ “The Lady” ຊຶ່ງເປັນເຣື່ອງ ຊີວະປວັດ ຂອງ ຍານາງ ຊູຈີ ທີ່ກໍາກັບ ການສະແດງ ໂດຍ ຊາວຝຣັ່ງເສດ ທ່ານ Luc Besson.
ຍານາງ Clinton ກ່າວວ່າ ໄດ້ໂອ້ລົມກັບ ຍານາງ ຊູຈີ ຜ່ານທາງ ໂທຣະສັບ ຫວ່າງມໍ່ໆມານີ້ ແລະ ໄດ້ແນບນໍາວ່າ ການຈະກ້າວ ຈາກການເປັນ ສັນຍາລັກ ແຫ່ງ ປະຊາທິປະໄຕ ໄປສູ່ການເປັນ ນັກການເມືອງ ອາດຈະເປັນ ຈຸດມູ້ງໝາຍ ປາຍທາງ ອັນດຽວກັນ ແຕ່ມັນ ຈະບໍ່ແມ່ນ ເຣື່ອງງ່າຍ.
ຍານາງ Clinton ກ່າວຕໍ່ໄປວ່າ ເມື່ອຢູ່ໃນ ສະພາ ຍານາງ ຊູຈີ ຕ້ອງໄດ້ ຜ່ອນເສັ້ນ ຜ່ອນຍາວ ຊຶ່ງເປັນ ຈຸດຢືນ ຂອງ ປະຊາທິປະໄຕ. ຍານາງ Clinton ໄດ້ບອກກັບ ຍານາງ ຊູຈີ ວ່າ “ນາງຈະໄດ້ ເຮັດວຽກກັບ ຫລາຍຜູ້ ຫລາຍຄົນ ຊຶ່ງບາງຄົນ ບາງກຸ່ມ ບາງພວກ ນາງຈະບໍ່ ເຫັນດີນໍາ ແລະ ບໍ່ເຂົ້າໃຈກັນ ແມ່ນແຕ່ ໜ້ອຍດຽວເລີຍ”. ແຕ່ນີ້ກໍ ຈະແມ່ນ ພາກສ່ວນ ຂອງພັນທະ ທີ່ນາງ ຈະຕ້ອງໄດ້ ພົວພັນນໍາ ຊຶ່ງເປັນກົລໄກ ຂອງ ປະຊາທິປະໄຕ ທີ່ອາດຈະ ມີຄວາມບອບບາງ ຍັງບໍ່ທັນ ແໜ້ນໜາ ເທື່ອ ຊຶ່ງຜູ້ນໍາ ແລະ ຊາວພະມ້າ ໝົດທຸກຄົນ ຕ້ອງໄດ້ ພຍາຍາມ ຮັກສາໄວ້.