US ຊຸກຍູ້ການຄ້າເສຣີ ປະຊາທິປະໄຕ
ມາດາມ Hillary Clinton ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັດ ອະເມຣິກາ ຢາກປຽບທຽບ ຍົກເອົາ ຕົວຢ່າງ ຂອງຈີນ ທີ່ມີການ ເຕີບໃຫຍ່ ທາງເສຖກິດ ແຕ່ບໍ່ມີ ປະຊາທິປະໄຕ ແຕ່ ມາດາມ ກໍບໍ່ໄດ້ ກ່າວເຖີງຈີນ ໂດຍຕຣົງ.
-
ມະນີຈັນ
2012-07-10 -
-
-
Your browser doesn’t support HTML5 audio
ມາດາມ Clinton ຖແລງວ່າ ການຄ້າເສຣີ ທີ່ຂາດ ປະຊາທິປະໄຕ ຈະທໍາລາຍ ຄວາມຫວັງ ໃນຣະຍະຍາວ ຈື່ງຮຽກຮ້ອງ ໃຫ້ທຸກປະເທດ ໃນເອເຊັຍ ຂຍາຍຕລາດ ການຄ້າເສຣີ ແລະ ເສຣີພາບ ທາງການເມືອງ ໄປພ້ອມໆກັນ. ມາດາມ Clinton ໃຊ້ຄວາມ ພຍາຍາມ ທາງການທູດ ໃນການໄປ ປະເທດຕ່າງໆ ໃນເອເຊັຍ ເພື່ອຜັກດັນ ໃຫ້ຣັຖບານ ປະເທດ ຕ່າງໆ ປັບປຸງ ການປະຕິບັດ ກົດໝາຍ ແລະ ເສຣີພາບ ໃນການອອກ ຄວາມຄິດ ຄວາມເຫັນ ໃຫ້ດີຂຶ້ນ.
ໃນຄໍາຖແລງ ຕໍ່ທີ່ຊຸມນຸມ ຂອງແມ່ຍິງ ຢູ່ປະເທດ ມົງໂກເລັຍ ທີ່ເປັນ ເພື່ອນບ້ານ ທາງພາກເໜືອ ຂອງຈີນ ມາດາມ Clinton ກ່າວວ່າ ການຈໍາກັດ ເສຣີພາບ ເປັນການກີດກັ້ນ ແນວຄິດ ປະດິດສ້າງ ແລະ ທ່ວງດຶງ ຄວາມເປັນ ນັກທຸຣະກິດ ແລະ ໃນທີ່ສຸດ ກໍສ້າງຄວາມ ເສັຍຫາຍ ໃນການຂຍາຍຕົວ ຂອງ ເສຖກິດ. ມາດາມ ຄລິນຕັນ ກ່າວວ່າ ສະຫະຣັດ ຈໍາເປັນຕ້ອງ ເຮັດໃຫ້ສັຕວັດ ທີ 21 ຊຶ່ງຜູ້ຄົນ ໃນທົ່ວເອເຊັຽ ບໍ່ພຽງແຕ່ ກາຍເປັນ ຄົນຮັ່ງມີ ເທົ່ານັ້ນ ຫາກຍັງຕ້ອງມີ ອິສຣະພາບ ຫລາຍຂຶ້ນ ນໍາດ້ວຍ.
ມາດາມ ຄລິນເຕິນ ມີກໍານົດ ເດີນທາງຢ້ຽມຢາມ ວຽດນາມ ລາວ ແລະ ກໍາພູຊາ ໃນຣະຍະ 5 ວັນ ໄດ້ສັລເສີນ Mongolia ວ່າເປັນຕົວຢ່າງ ທີ່ດີເພື່ອ ຄວາມກ້າວໜ້າ ມາດາມ ເຄີຍໄປຢ້ຽມຢາມ ມົງໂກເລັຽ ມາແລ້ວເມື່ອປີ 1995 ໃນຖານະ ສັຕຣີ ໝາຍເລກນຶ່ງ ຂອງ ສະຫະຣັດ.
ມົງໂກເລັຽ ມີພົລເມືອງ ພຽງ 2 ລ້ານ 8 ແສນຄົນ ຊື່ງຢູ່ໃນ ຣະຫວ່າງ ການບຸກເບີກ ແຫລ່ງ ຊັພຍາກອນ ທັມມະຊາດ ຂອງຕົນ ທີ່ມີຢ່າງ ຫລວງຫລາຍ ເຊັ່ນບໍ່ຄໍາ ບໍ່ທອງແດງ ແລະ ອື່ນໆ ແຕ່ກົງກັນຂ້າມ ກັບປະເທດ ເພື່ອນບ້ານ ຄື ຈີນ ທີ່ບໍ່ມີ ປະຊາທິປະໄຕ ແລະ ປະເທດ ຣັດເຊັຽ ທີ່ເປັນ ຜະເດັດການ ຫລາຍຂຶ້ນ ໃນທຸກມື້ນີ້.
ການຂຍາຍໂຕ ຂອງ ມົງໂກເລັຽ ເປັນໄປໂດຍ ທີ່ພົລເມືອງ ໃນປະເທດ ມີສິດ ອິສຣະພາບ ຫລາຍຂຶ້ນເລື້ອຍໆ.