ເງິນຢວນຂອງສປຈີນ ເອົາປຽບເພື່ອນບ້ານ

ກາຣຕີຣາຄາຕໍ່າ ຂອງເງິນຢວນ ຂອງ ສປຈີນ ຕລອດມາ ຈົນເທົ່າ ປັຈຈຸບັນ ນີ້ນັ້ນ ໄດ້ສ້າງ ຜົລກະທົບ ບໍ່ແມ່ນແຕ່ ຕໍ່ທາງ ສະຫະຣັຖ ເທົ່ານັ້ນ ແຕ່ຫາກກວມ ໄປເຖິງ ທຸກໆປະເທສ ໃນເຂຕ ເອເຊັຽ ນໍາດ້ວຍ.
ຫວາດ ສີມູນ
2010.11.04

ກົດຟັງສຽງ

ສະນັ້ນບັນດາ ປະເທສເພື່ອນບ້ານ ໃກ້ຄຽງ ຄວນທີ່ຈະ ຊຸກຍູ້ໃຫ້ ທາງກຸງປັກກິ່ງ ປ່ອຍໃຫ້ເງິນຢວນ ຂອງຕົນ ຂຶ້ນຣາຄາ ໄປຕາມ ສະພາບກາຣ ໃນທົ່ວໂລກ.

ນັກເສຖສາຕ ປະຈໍາ ທະນາຄາຣ ພັທນາເອເຊັຽ ທີ່ກຸງ ມະນີລາ ໃຫ້ຄໍາເຫັນ ດັ່ງກ່າວ ໃນມື້ວັນພຸທນີ້ ພ້ອມກັບຮຽກທວງ ໃຫ້ທາງຣັຖບາລ ໃນພູມີພາຄ ເອເຊັຽ ຕລອດຮອດ ບັນດາ ຜູ້ນໍາຂອງ ກຸ່ມປະເທສ G20 ທີ່ຈະເຂົ້າຮ່ວມ ກອງປະຊຸມ ຢູ່ກຸງໂຊລ ໃນເດືອນ ພຶສຈິກາ ນີ້ນັ້ນ ໃຫ້ເອົາທ່າທີ ເພື່ອກົດດັນ ໃຫ້ທາງ ຣັຖບາລຈີນ ຂຶ້ນຣາຄາ ເງິນຢວນຂອງຕົນ ເພື່ອໃຫ້ກ້ຳເກີ່ງ ກັບສະກຸນ ເງິນຕຣາ ຂອງປະເທສອື່ນ

ທ່ານ Masahiro Kawai ອະທິກາຣບໍດີ ຂອງ ສະຖາບັນ ກາຣເງິນ ຂອງທະນາຄາຣ ພັທນາເອເຊັຽ ປະຈຳ ກຸງໂຕກ໊ຽວ ກໍໃຫ້ທັສນະ ທີ່ທາງກາຣ ຣັຖບາລຈີນ ຄວນຈະປ່ອຍ ໃຫ້ເງິນຢວນ ຂຶ້ນຣາຄາ ເຊັ່ນກັນ. ໃນຂນະດຽວກັນ ທ່ານສລອງພົບ ສຸສັງກາຣ ອະດີດ ຣັຖມົນຕຣີ ກາຣຄັງຂອງໄທ ກໍເຫັນພ້ອມ ທີ່ຢາກໃຫ້ ມີກາຣຍົກ ເອົາບັນຫາ ຂອງເງິນຢວນ ເຂົ້າພິຈາຣະນາ ຢູ່ທີ່ ກອງປະຊຸມ G20 ທີ່ກຸງໂຊລ ຄັ້ງນີ້ນຳດ້ວຍ ພາຍຫລັງທີ່ ບໍ່ໄດ້ນຳຂຶ້ນ ພິຈາຣະນາ ຢູ່ກອງປະຊຸມ ອາຊ໊ຽນ ທີ່ກຸງຮ໋າໂນຽ ໃນສັປດາ ທີ່ຜ່ານມາ ນີ້ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.