ບຸນເທສການນໍ້າ ກາຍເປັນວັນໄວ້ທຸກ

ບຸນເທສການນໍ້າ ທີ່ນະຄອນ ພະນົມເປັນ ກໍາພູຊາ ມີເຫດຢຽບ ກັນຕາຍ ຢ່າງໜ້ອຍ 300 ກ່ວາ ຄົນ.
ໂພໄຊສວັດ
2010.11.23
F-stampede ທີ່ນະຄອນຫລວງ ພະນົມເປັນ ປະເທດ ກຳພູຊາ: ສະຖານທີ່ ເກີດເຫດ ມີການຢຽບ ກັນຕາຍ ໃນຕອນແລງ ວັນຈັນ ທີ 22 ພຶສຈິກາ 2010 ຊຶ່ງເປັນ ບຸນເທສການນໍ້າ ປະຈໍາປີ
RFA/Leng Maly

ກົດຟັງສຽງ

ມີຜູ້ເສັຍ ຊີວິດ ເກືອບຮອດ 350 ຄົນ ສ່ວນຫລາຍ ເປັນຜູ້ຍິງ ແລະ ມີຜູ້ໄດ້ ຮັບບາດເຈັບ ອີກ ຫລາຍຮ້ອຍຄົນ ໃນເຫດການ ຢຽບກັນຕາຍ ໃນຂົວແຫ່ງນຶ່ງ ໃນບຸນເທສການ ນ້ຳ ຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳພູຊາ ໃນຕອນແລງ ວັນຈັນ ທີ 22 ພຶສຈິກາ 2010. ໃນຂນະທີ່ ປະຊາຊົນ ຫລາຍພັນຄົນ ພາກັນ ສເລີມສລອງ ບຸນເທສການ ນ້ຳ ປະຈຳປີ 3 ມື້.

ນາຍົກ ຣັຖມົນຕຣີ ຮຸນເຊນ ຂອງ ກຳພູຊາ ວ່າອັນນີ້ ເປັນຄວາມຫາຍນະ ຄັ້ງຍິ່ງໃຫຍ່ ຫລັງຈາກຍຸກ ຂະເໝນແດງ ຄອງອຳນາດ ຊຸ່ມປີ 1975 ຫາ 1979. ທ່ານກ່າວຜ່ານ ໂທຣະທັດ ສົດວ່າ ຄັ້ງນີ້ແມ່ນ ຄວາມຫາຍນະ ຄັ້ງໃຫຍ່ຫລວງ ຫລັງຈາກຍຸກ ໂພນພົດ ຄອງອຳນາດ, ທ່ານໝາຍເຖິງ ອະດີດຫົວໜ້າ ຂະເໝນແດງ. ທ່ານປະກາດວ່າ ກຳພູຊາ ຈະຈັດຕັ້ງ ມື້ໄວ້ອາລັຍ ແຫ່ງຊາດ ໃນມື້ວັນ ພະຫັດ ທີ 25 ພຶສຈິກາ2010 ນີ້.

ການຢຽບກັນຕາຍ ມີຜູ້ເສັຍ ຊີວິດ 347 ຄົນ ແລະ ມີຜູ້ໄດ້ຮັບ ບາດເຈັບ 410 ຄົນ, ຊຶ່ງການຕາຍ ສ່ວນໃຫຍ່ ແມ່ນມາຈາກ ການຫາຍໃຈ ບໍ່ໄດ້ ແລະ ມີບາດແຜ ພາຍໃນ, ໂຄສົກ ຣັຖບານ ທ່ານ ຂຽວ ກັນຫາຣິດ ບອກກັບແຫລ່ງ ຂ່າວ AFP.

ສາເຫດ ທີ່ພາໃຫ້ ຜູ້ຄົນແຕກຕື່ນ ແລະຢຽບກັນ ໃນຄັ້ງນີ້ ຍັງບໍ່ເປັນທີ່ ແຈ່ມແຈ້ງເທື່ອ, ແຕ່ທ່ານ ຂຽວ ກັນຫາຣິດ ວ່າມີສຽງແພ່ ກະຈາຍ ວ່າ ຂົວທີ່ຜູ້ຄົນ ຫລາຍພັນຄົນ ຢືນຢູ່ ບໍ່ທ່ຽງ ແລະ ອາດຈະຫັກ ເພພັງລົງ ຈຶ່ງພາກັນແຕກຕື່ນ ແລ່ນແລະຢຽບກັນ ຍ້ອນບໍ່ມີ ທາງໄປ.

ໃນບຸນເທສການ ນ້ຳ ປະຈຳປີ ຂອງ ກຳພູຊາ ໄດ້ມີການ ຊ່ວງເຮືອ, ການສະແດງດົນຕຣີ ແລະ ການຈູດ ບັ້ງໄຟດອກ, ເປັນພິທີຂອບໃຈ ແມ່ນ້ຳ ປະຈຳປີ ທີ່ເຮັດໃຫ້ດິນ ອຸດົມສົມບູນ ແລະ ມີອາຫານ ຈາກນ້ຳຢ່າງ ລົ້ນເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 28, 2010 04:13 PM

very good