ການເລືອກຕັ້ງໃນພະມ້າ ບໍ່ຖືກຫລັກການ

ສະຫະຣັຖ ແລະ ສະຫະປະຊາຊາດ ຖືວ່າ ການປ່ອນບັດ ເລືອກຕັ້ງ ໃນປະເທດ ພະມ້າ ບໍ່ຖືກຕ້ອງ.
ສົມເນ
2010.11.05
F-burma ບາງກອກ ປະເທດໄທ: ກຸ່ມເຄື່ອນໄຫວ ການເມືອງ ຮວມທັງຄົນ ພະມ້າພັດຖິ່ນ ໃນໄທ ພາກັນນຸ່ງເສື້ອກ້າມ ທີ່ມີຮູປຕໍ່ຕ້ານ ການເລືອກຕັ້ງ ຂອງຝ່າຍທະຫານ ແຕ່ສນັບສນູນ ມາດາມ ອອງຊານຊູຈິ ເຫດການມີຂື້ນ ຢູ່ຕໍ່ໜ້າ ສະຖານທູດ ພະມ້າ ທີ່ບາງກອກ ໃນວັນທີ່ 5 ພຶສຈິກາ 2010
AFP PHOTO/Christophe ARCHAMBAULT

ກົດຟັງສຽງ

ເປັນທີ່ຄາດ ກັນວ່າ ຣັຖບານ ທະຫານພະມ້າ ຈະກໍາອໍານາດ ແໜ້ນກ່ວາເກົ່າ ຫລັງຈາກການ ເລືອກຕັ້ງ ທົ່ວປະເທດ ທີ່ຈະມີຂື້ນ ໃນວັນ ອາທິດ ນີ້ຊື່ງຫລາຍ ປະເທດ ໃນທົ່ວໂລກ ເຫັນວ່າ ບໍ່ຖືກຕ້ອງ ເວັ້ນເສັຽຈາກວ່າ ທາງການພະມ້າ ປ່ອຍຜູ້ນໍາ ພັກຝ່າຍຄ້ານ ມາດາມ ອອງຊານຊຸຈີ ແລະນັກໂທດ ການເມືອງ ຫລາຍພັນຄົນ ທີ່ຍັງຖືກຄຸກ ຢູ່ນັ້ນ.

ຕາມລາຍງານ ຂອງ ໜັງສືພິມ ວໍຊິງຕັນ ໂພສ. ລາຍງານວ່າ ເຖິງແມ່ນວ່າ ທາງການພະມ້າ ໄດ້ປະກາດ ໄປແລ້ວວ່າ ຈະປ່ອຍ ມາດາມ ອອງຊານຊູຈີ ໃຫ້ເປັນອິສຣະ ຫລັງວັນປ່ອນບັດ ເລືອກຕັ້ງ, ແຕ່ເທົ້າປານນີ້ ກໍຍັງບໍ່ມີ ການຢືນຢັນ ຈາກທາງການ ພະມ້າເລີຽ. ຕາມ ສະພາບການ ປັດຈຸບັນ ມາດາມ ອອງຊານຊູຈີ ຈະໝົດກໍານົດ ການກັກ ບໍຣິເວນ ວັນທີ 13 ພືສຈິກາ. ມາດາມ ໄດ້ຢູ່ໃນ ເຮືອນກັກ ບໍຣິເວນ ຊື່ງເປັນ ບ້ານພັກ ຂອງຕົນເອງ ມາໄດ້ 14 ປີ ແລ້ວພາຍໃນ 20 ປີ ຜ່ານມານີ້.

ກົດໝາຍ ການເລືອກຕັ້ງ ທີ່ຣັຖບານ ທະຫານພະມ້າ ຕັ້ງຂື້ນນັ້ນ ບັງຄັບໃຫ້ ພັກການເມືອງ ໄລ່ສະມາຊິກ ທີ່ມີປະຫັວດ ຄະດີອາດຍາ ຮ່ວມທັງນັກໂທດ ການເມືອງ ເຊັ່ນມາດາມ ອອງຊາຍຊູຈີ ອອກຈາກພັກ. ພັກການເມືອງ ທຸກພັກ ຕ້ອງສາບານ ຕໍ່ຣັຖທັມມະນູນ ສະບັບໃໝ່ ປີ 2008 ຊື່ງຮັບ ປະກັນວ່າ ນື່ງສ່ວນສີ່ ຂອງທີ່ນັ່ງ ທັງໝົດ ໃນສະພາຕໍ່າ ແລະ ນື່ງສວ່ນສາມ ຂອງທີ່ນັ່ງ ທັງໝົດ ໃນສະພາສູງ ໃຫ້ເປັນ
ຂອງ ຝ່າຍທະຫານ ໂດຍບໍ່ກ່ຽວວ່າ ຜົນການເລືອກຕັ້ງ ຈະອອກມາ ໃນຮູບໃດ.

ຣັຖບານ ສະຫະຣັຖ ບໍ່ໄດ້ຖືວ່າ ການປ່ອນບັດ ເລືອກຕັ້ງ ໃນພະມ້າ ຄັ້ງນີ້ ຖືກຕ້ອງ ແລະຊອບທັມ. ໃນທໍານອງ ດຽວກັນ ເລຂາທິການ ສະຫະ ປະຊາຊາດ ທ່ານ ບານກີມູນ ກໍບໍ່ໄດ້ ຖືວ່າ ຂັ້ນຕອນການ ປ່ອນບັດ ເລືອກຕັ້ງ ໃນພະມ້າ ເປັນການເລືອກຕັ້ງ ທີ່ຖືກຕ້ອງ ເປັນທັມ.

ອີກປະການນື່ງ ຣັຖບານ ທະຫານພະມ້າ ຫ້າມບໍ່ໃຫ້ ນັກສັງເກດການ ນານາຊາດ ແລະນັກຂ່າວ ຕ່າງຊາດ ເຂົ້າໄປຕິດຕາມ ການເລືອກຕັ້ງ ແລະ ລາຍງານຂ່າວ ການເລືອກຕັ້ງ ໄດ້ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.