ອາຊຽນຮຽກຮ້ອງໃຫ້ ຢຸດລົງໂທດພະມ້າ

ຜູ້ນຳ ອາຊຽນ ຮຽກຮ້ອງ ໃຫ້ປະເທດ ຕາເວັນຕົກ ຍົກເລີກ ການລົງໂທດ ທາງດ້ານ ເສຖກິດ ຕໍ່ ພະມ້າ.

ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 20 ທີ່ກຸງ ພະນົມເປັນ ຄນະຜູ່ນໍາ ນາຍົກຣັຖມົນຕຣີ ຖ່າຍຮູປຮ່ວມ ໃນວັນເປີດ ປະຊຸມ RFA

ກົດຟັງສຽງ

ທ່ານ ກາວ ກິມຮອນ ຜູ້ຕາງໜ້າ ຣັຖບານ ກຳພູຊາ ໃນນາມ ເປັນເຈົ້າພາບ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງນີ້ ກ່າວວ່າ ຜູ້ນຳອາຊຽນ ຂໍຮຽກຮ້ອງ ໃຫ້ປະເທດ ຕາເວັນຕົກ ຍົກເລີກ ການລົງໂທດ ພະມ້າ ກໍເພາະວ່າ ການເລືອກຕັ້ງ-ສ້ອມ ຢູ່ພະມ້າ ເມື່ອວັນອາທິດ ທີ່ຜ່ານມາ ໄດ້ຮັບຄວາມ ສຳເຣັດ ເປັນຢ່າງດີ ເປັນການ ເລືອກຕັ້ງທີ່ ເສຣີ ແລະ ເປັນທັມ ຢ່າງແທ້ຈິງ. ການຍົກເລີກ ລົງໂທດ ທາງດ້ານ ເສຖກິດ ຈະຊ່ວຍ ສ້າງສາ ພັທນາ ເສຖກິດ ຂອງພະມ້າ ແລະ ຈະຊ່ວຍໃຫ້ ພະມ້າ ປະຕິຮູບ ໄປສູ່ ປະຊາທິປະໄຕ ໃຫ້ກ້າວໜ້າ ໄປເລື້ອຍໆ.

ທ່ານ ທຽນເຊັ່ນ ຜູ້ນຳສູງສຸດ ພະມ້າ ກ່າວຕໍ່ ກອງປະຊຸມ ຜູ້ນຳ ອາຊຽນວ່າ ທ່ານ ແລະ ຄນະຣັຖບານ ຂອງທ່ານ ຍອມຮັບຜົນ ຂອງ ການເລືອກຕັ້ງ ຊຶ່ງພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ຂອງ ຍານາງ ອອງຊານຊູຈີ ໄດ້ຮັບ ໄຊຊນະຢ່າງ ຖ້ວມທົ້ນ ຄືໄດ້ 43 ທີ່ນັ່ງ ໃນຈຳນວນ ທັງໝົດ 45 ທີ່ນັ່ງ.

ພະມ້າ ຖືກປົກຄອງ ດ້ວຍ ຣະບອບ ຜະເດັດການ ທະຫານ ມາເປັນເວລາ ກວ່າເຄິ່ງ ສັຕວັດ ຣັຖບານ ທະຫານພະມ້າ ປາບປາມ ຝ່າຍຄ້ານ ຢ່າງໜັກ ກັກຂັງ ບໍຣິເວນ ຫົວໜ້າ ຝ່າຍຄ້ານ ຈຳຄຸກ ຄນະຜູ້ນຳ ແລະ ສະມາຊິກ ຝ່າຍຄ້ານ ປາບປາມ ພຣະສົງ ສັມມະເນນ ແລະ ນັກຮຽນ ນັກສຶກສາ ທີ່ຮຽກຮ້ອງ ໃຫ້ມີ ປະຊາທິປະໄຕ. ຕ່າງປະເທດ ໂດຍສະເພາະ ປະເທດ ຕາເວັນຕົກ ເຊັ່ນ ສະຫະຣັຖ ອະເມຣິກາ ແລະ ສະຫະພາບ ຢູໂຣບ ໄດ້ລົງໂທດ ທາງດ້ານ ເສຖກິດ ຕໍ່ພະມ້າ ຫ້າມຄ້າຂາຍ ຫ້າມເຮັດທຸຣະກິຈ ກັບພະມ້າ ແລະ ຫ້າມເຈົ້າໜ້າທີ່ ຣັຖບານ ພະມ້າ ເດີນທາງໄປ ປະເທດ ຂອງພວກເຂົາ.

ປັດຈຸບັນ ປະເທດ ຕາເວັນຕົກ ຫລາຍປະເທດ ກຳລັງ ພິຈາຣະນາ ວ່າ ສົມຄວນ ຈະຍົກເລີກ ການລົງໂທດ ນັ້ນແລ້ວ ຫລືບໍ່ ແລະ ຈະຍົກເລີກ ເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org