Sanum ຂໍຄວາມເປັນທັມ ຈາກທາງການລາວ
2012.08.22

ໃນອາທິດຜ່ານມາ ທີ່ທາງ ບໍຣິສັດ Sanum investments ໄດ້ຮຽກຮ້ອງ ໃຫ້ ທະນາຄານໂລກ ເຂົ້າມາຊ່ອຍ ແກ້ໄຂຂໍ້ຂັດແຍ່ງ ໃນດ້ານ ທຸຣະກິຈ ຣະຫວ່າງ ບໍຣິສັດ ກັບ ຣັຖບານລາວ ມາຮອດ ປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ໃດໆເກີດຂື້ນ ທາງບໍຣິສັດ ຫວັງຢາກໃຫ້ ຣັຖບານລາວ ປະຕິບັດ ຕາມກົດຫມາຍ ການລົງທືນ ຢ່າງເທົ່າທຽມກັນ ປາສຈາກ ການແບ່ງແຍກ ຣະຫວ່າງ ຜູ້ລົງທຶນ ຕ່າງຊາດ ກັບຜູ້ລົງທຶນ ທ້ອງຖີ່ນ. ດ່ັງທ່ານ Jody Jordahl ປະທານ ບໍຣິສັດ Sanum ກ່າວ ໃນ ວັນທີ 21 ສິງຫາ ວ່າ:
"We would like and expect Lao gov’t to follow its rules and regulations and enforced the rule of law equally to foreign investor and domestic. As you point out I think it’s a simple case of greed clouding the judgement". "ທ່ານວ່າ ພວກທ່ານ ຕ້ອງການ ແລະ ຄາດຫວັງ ຢາກໃຫ້ ຣັຖບານລາວ ປະຕິບັດຕາມ ກົດຣະບຽບ ຂອງຕົນ ແລະ ບັງຄັບ ໃຊ້ກົດຫມາຍ ການລົງທືນ ຢ່າງເທົ່າທຽມກັນ ຣະຫວ່າງ ນັກລົງທືນ ຕ່າງຊາດກັບ ນັກລົງທືນ ພາຍໃນ. ດັ່ງທີ່ທ່ານ ໄດ້ຊີ້ບອກ ທ່ານຄິດວ່າ ມັນເປັນ ກໍຣະນີ ແບບງ່າຍໆ ຂອງຄວາມໂຣບ ເຂົ້າມາຄວບງຳ ການພິພາຄສາ".
ທ່ານ Jody ກ່າວເພີ້ມວ່າ ທາງບໍຣິສັດ ໄດ້ເຮັດ ທຸຣະກິດ ກັບຜູ້ຮ່ວມຫຸ້ນ ທີ່ສ້າງລາຍໄດ້ ຢ່າງຫລວງຫລາຍ ແລະ ທາງຣັຖບານລາວ ກໍໄດ້ຕັດສີນໃຈ ບໍ່ປະຕິບັດ ຕາມສັນຍາ ເນື່ອງຈາກ ຕ້ອງການເຂົ້າມາ ບໍຣິຫານເອງ. ໃນຂນະດຽວກັນ ທາງບໍຣິສັດ ກໍຍັງມີ ໃບອະນຸຍາດຢູ່ ແຕ່ ຣັຖບານລາວ ໄດ້ໃຊ້ ຂະບວນການສານ ໃນການຍົກເລີກ ສັນຍາ ແລະ ຫຸ້ນ 60% ຂອງ ບໍຣິສັດ Sanum ໃນໂຄງການ ດ່ັງກ່າວ. ກ່ຽວກັບເຣື່ອງນີ້ ເຈົ້າຫນ້າທີ່ລາວ ຈາກກະຊວງ ວາງແຜນ ແລະການລົງທຶນ ປະຕິເສດ ທີ່ຈະຕອບ ຄຳຖາມ ມີແຕ່ເວົ້າວ່າ:
"ບໍ່ມີຄວາມ ຊັດເຈນ ຍັງແຕ່ວ່າ ທາງນີ້ຍັງບໍ່ໄດ້ ຮັບເອກສານຫຍັງ ຈາກທາງການທັງຫມົດ ເປັນລາຍ ລະອຽດຍັງບໍ່ ສາມາດໃຫ້ຂໍ້ມູນ ໄດ້ເພາະພວກເຮົາ ກໍຍັງບໍ່ທັນຮູ້ ຄືກັນວ່າ ຂະເຈົ້ານັ້ນມີ ເຈດຕະນາຢາກ ເຮັດແນວໃດ ເພາະວ່າຍັງບໍ່ຮູ້ ສາເຫດຄືກັນ ທາງເຮົາຍັງບໍ່ມີ ນະໂຍບາຍ ຫຍັງຕອບໂຕ້ຄືນ ເທື່ອຕອນນີ້ ທາງນັ້ນຢາກເວົ້າ ກໍຂໍໃຫ້ທາງນັ້ນ ເວົ້າໄປ ທາງນີ້ຈະບໍ່ຂໍ ເວົ້າຫຍັງ".
ສປປ ລາວ ກຳລັງຈະເຂົ້າ ເປັນສະມາຊິກ ອົງການ ການຄ້າໂລກ ຊື່ງເປັນອົງການ ທີ່ມີ ປະສິດທິພາບສູງ ທາງດ້ານກົດຫມາຍ ແຕ່ການ ປະຕິບັດ ຂອງ ຣັຖບານ ລາວ ເທື່ອນີ້ ສະແດງໃຫ້ເຫັນວ່າ ບໍ່ສາມາດ ໄວ້ວາງໃຈໄດ້ ໃນການລົງທືນ.