ທາງຣົດໄຟຄວາມໄວສູງ ຈະເລີ້ມສ້າງທ້າຍປີ 2011
2010.12.30
ກົດຟັງສຽງ
ສຳລັບໂຄງການ ສ້າງທາງຣົດໄຟ ຄວາມໄວສູງ ຈາກ ຂຸນມິງ ຫາ ນະຄອນຫລວງ ວຽງຈັນ ຫລັງຈາກການ ສຳຣວດ ສະພາບແວດລ້ອມ ແລ້ວ ກໍຈະມີ ການປະຊຸມ ເຣື້ອງການຈັດສັນ ທີ່ດິນ ເພື່ອຮອງຮັບ ການໂຍກຍ້າຍ ຂອງ ປະຊາຊົນ ແລະ ການທົບແທນ ຄວາມເສັຍຫາຍ ທີ່ເກີດຈາກການ ໂຍກຍ້າຍນັ້ນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງ ທີ່ກ່ຽວຂ້ອງ ຂອງລາວ. ທ່ານສອນສັກ ໜໍ່ຍານຊະນະ ຫົວໜ້າ ອົງການຣົດໄຟ ແຫ່ງຊາດລາວ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
"ຕ້ອງໄດ້ສຳຣວດ ຕົວນີ້ນະ ຕ້ອງໄດ້ເວນຄືນ ຕາມຣະບຽບ ຫລັກການ ຂອງຣັຖບານ ຄິດວ່າຄົງ ບໍ່ຫລາຍ ເພາະວ່າມັນ ເປັນດິນ ທີ່ບໍ່ໄດ້ຢູ່ ໃນຕົວເມືອງ ມັນບໍ່ຖືກ ເຮືອນຊານຄົນຫລາຍ ມັນໄປຕາມທົ່ງ ໄປຕາມປ່າ".
ເວລານີ້ ໂຄງການສ້າງ ທາງຣົດໄຟນັ້ນ ຢູ່ໃນຣະຫວ່າງ ການສຳຣວດ ເສັ້ນທາງກໍ່ສ້າງ ແຕ່ພາກເໜືອ ລົງໄປຫາ ນະຄອນຫລວງ ວຽງຈັນ ຊຶ່ງຄາດວ່າ ຈະສຳເຣັດ ການສຳຣວດ ເບື້ອງຕົ້ນ ໃນຣະຫວ່າງ ກາງປີ 2011 ແລະ ທາງຝ່າຍຈີນ ກໍຮ້ອງຂໍໃຫ້ ເລີ້ມກໍ່ສ້າງ ໂດຍໄວ.
ແຕ່ເຖິງຢ່າງໃດ ກໍດີ ຄວາມເປັນໄປໄດ້ ໃນການສ້າງ ທາງຣົດໄຟ ຄວາມໄວສູງ ນັ້ນແມ່ນມີ ແຕ່ຕ້ອງໄດ້ ມີການຈັດຕັ້ງ ບໍຣິສັດ ຮຸ້ນສ່ວນ ຣະຫວ່າງ ລາວແລະຈີນ, ການຊອກຫາ ບໍຣິສັດຮັບເໝົາ ແລະອື່ນໆ ຊຶ່ງຄາດວ່າ ຈະໄດ້ເລີ້ມຕົ້ນ ກໍ່ສ້າງໃນ ທ້າຍປີ 2011 ນີ້.