ຣົຖໄຟຄວາມໄວສູງ ລາວ-ຈີນ ຄືບໜ້າ

ທະນາຄານ ພັທນາ ຈີນ ສນັບ ສນູນ ໂຄງການ ສ້າງທາງ ຣົຖໄຟ ຄວາມໄວສູງ ເຊື່ອມຕໍ່ ລາວ-ຈີນ.
ໂພໄຊສວັດ
2011.04.22


ກົດຟັງສຽງ

ທະນາຄານ ພັທນາ ຈີນ ຊຶ່ງເປັນ ທະນາຄານ ຂອງ ພາກຣັຖ ຈະຮັບ ຜິດຊອບ ໃນການ ລົງທຶນ ໂຄງການ ສ້າງທາງ ຣົຖໄຟ ມູນຄ່າ 7 ພັນລ້ານ ໂດລາ ສະຫະຣັຖ ເຊື່ອມຕໍ່ ລາວ-ຈີນ.

ໜັງສືພິມ ວຽງຈັນທາມ ລາຍງານ ວ່າ ຜູ້ຕາງໜ້າ ທະນາຄານ ພັທນາ ຈີນ ໄດ້ພົບພໍ້ກັບ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນ ພຸດ ທີ 20 ເມສາ 2011 ເພື່ອປຶກສາ ຫາລື ກ່ຽວກັບ ໂຄງການ ກໍ່ສ້າງ ທາງຣົຖໄຟ 421 ກິໂລແມັດ.

ທ່ານ ຈູມມະລີ ໄດ້ກ່າວ ຫລັງຈາກ ການພົບພໍ້ ກັນວ່າ ຄັ້ງນີ້ ເປັນໂຄງການ ທີ່ຍິ່ງໃຫຍ່ ທີ່ສຸດ ຂອງລາວ ໃນສັຕວັດ ທີ່ 21 ນີ້ ຊຶ່ງຈະ ສົມທົບ ໃຫ້ແກ່ການ ພັທນາ ປະເທດຊາດ ຢ່າງໃຫຍ່ຫລວງ. ໂຄງການ ກໍ່ສ້າງ ທາງຣົຖໄຟ ເຊື່ອມຕໍ່ ຊາຍແດນ ຈີນ-ລາວ ແລະ ຕໍ່ໄປຫາ ນະຄອນຫລວງ ວຽງຈັນ ດັ່ງກ່າວ ຈະເລີ້ມຂຶ້ນ ໃນທ້າຍ ປີນີ້.

ທະນາຄານ ພັທນາ ຈີນ ເປັນ ທະນາຄານ ຂອງຣັຖ ທີ່ໄດ້ ຮັບຜິດຊອບ ລົງທຶນ ໃນການ ສ້າງເຂື່ອນ ສາມແລວ ແລະ ສນາມບິນ ນາໆຊາດ Shanghai Pudong ມາແລ້ວ. ໂຄງການ ກໍ່ສ້າງທາງ ຣົຖໄຟ ຄວາມໄວສູງ ຈີນ-ລາວ ເປັນສ່ວນນຶ່ງ ຂອງໂຄງການ ເສັ້ນທາງ ຣົຖໄຟ ເຊື່ອມຕໍ່ ຂຸນໝິງ ຫາ ສິງກະໂປ ຊຶ່ງຕັ້ງ ຄວາມຫວັງ ວ່າຈະສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ແລະ ຈີນ. ປັດຈຸບັນ ຈີນ ເປັນປະເທດ ທີ່ລົງທຶນ ຫລາຍທີ່ສຸດ ໃນລາວ ມີໂຄງການ ລົງທຶນຕ່າງໆ ເກືອບ 3 ຕື້ ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 05, 2011 01:49 PM

it very good for peoples in laos