ຊາວລາວຕື່ນເຕັ້ນ ນໍາຣົຖໄຟຄວາມໄວສູງ

ຊາວແຂວງ ຫລວງນໍ້າທາ ດີໃຈທີ່ ປະເທດລາວ ຈະມີຣົຖໄຟ ຄວາມໄວສູງ ຊຶ່ງຈະເຮັດໃຫ້ ຄວາມທັນສະໄໝ ຫຍັບເຂົ້າໃກ້ ເພື່ອທີ່ຈະ ເທົ່າທຽມ ກັບປະເທດ ເພື່ອນບ້ານ ໃກ້ຄຽງຂຶ້ນຕື່ມ.
ຈໍາປາທອງ
2011.03.04


ກົດຟັງສຽງ

ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງ ຫລວງນໍ້າທາ ເວົ້າວ່າ:

"ເຮົາກໍດີໃຈແຫລະ ເພາະວ່າບ້ານເຮົາ ຄືຈະມີຄື ບ້ານເພີ່ນ ຣົຖໄຟທີ່ມີແຮງ ມີຄວາມໄວ ສູງຂນາດ 200-250 ກິໂລ ແມັດຕໍ່ຊົ່ວໂມງ ປະຊາຊົນ ກໍແຮງດີໃຈ ໄຜກໍລໍຄອຍ ສິຖ້າຂີ່ຣົຖໄຟ ໄປວຽງຈັນ".

ທ່ານວ່າ ໃຜໆກໍຕື່ນເຕັ້ນ ແລະຢາກໃຫ້ ໂຄງການ ນີ້ເກີດຂຶ້ນ ແລະ ສໍາເຣັດໂດຍໄວ. ຂ່າວຫລ້າສຸດວ່າ ທາງຝ່າຍລາວ ກໍາລັງເລີ້ມ ຕຣຽມການ ຈັດສັນທີ່ດິນ ແລະ ໂຍກຍ້າຍ ປະຊາຊົນ ທີ່ຈະໄດ້ຮັບຜົນ ກະທົບ ອອກຈາກບ້ານເດີມ ຊຶ່ງເປັນຖິ່ນຖານ ທີ່ເກີດ ແລະ ອາໄສດໍາລົງຊີວິດ ມາຈົນເຄີຍຊິນ ນັ້ນ ໄປຢູ່ແຫ່ງໃໝ່ ທີ່ຍັງບໍ່ທັນຮູ້ວ່າ ຈະເປັນແນວໃດ, ຈະໄດ້ຮັບຄ່າ ຊົດເຊີຍ ຄວາມເສັຍຫາຍ ທີ່ພວກຕົນ ຈະໄດ້ຮັບ ນັ້ນ ຍຸຕິທັມ ແລະ ຄຸ້ມຄ່າພຽງໃດ. ແຕ່ກໍຍັງດີທີ່ວ່າ ຈໍານວນ ຜູ້ທີ່ຈະຖືກ ໂຍກຍ້າຍນັ້ນ ບໍ່ຫລາຍ.

ໂຄງການຣົຖໄຟ ຄວາມໄວສູງ ທີ່ວ່ານັ້ນ ເປັນໂຄງການທີ່ ຈະໄດ້ລົງທຶນ 7,000 ລ້ານໂດລາ ສະຫະຣັດ ຊຶ່ງຣົດໄຟ ຈະເຂົ້າມາທາງດ່ານ ຊາຍແດນສາກົນ ບໍ່ເຕັນ - ບໍ່ຫານ ຈາກຈີນ ຜ່ານແຂວງ ຫລວງນໍ້າທາ, ອູດົມໄຊ, ຫລວງພຣະບາງ, ວຽງຈັນ ເຖິງນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.