ເດັກນ້ອຍຍິງລາວ ເຊື່ອງຢາບ້າເຂົ້າໄທ
2011.01.07
ກົດຟັງສຽງ
ຕຳຣວດໄທ ທີ່ຊາຍແດນ ໄດ້ຈັບເດັກນ້ອຍ ຜູ້ຍິງລາວ ອາຍຸ 12 ປີ ໃນຂນະທີ່ ກຳລັງ ຈະເອົາຢາບ້າ ຈາກຝັ່ງລາວ ເຂົ້າໄທ ໂດຍຜູ້ເປັນແມ່ ເປັນຜູ້ເອົາຢາ ບ້າເຊຶ່ອງໄວ້ ໃນຕຸກກະຕາ. ໃນປັດຈຸບັນ ເຈົ້າຫນ້າທີ່ ຕຳຣວດ ໄດ້ສົ່ງເດັກນ້ອຍ ຄົນນັ້ນໄປ ຍັງສູນ ສັງຄົມ ສົງເຄາະເດັກນ້ອຍ ທີ່ ເມືອງບຶງການ ແຂວງ ຫນອງຄາຍ ເພື່ອສຶບຕໍ່ຂຍາຍຜົລ ຕິດຕາມຈັບກຸມ ກຸ່ມຄ້າຢາ ເສບຕິດນັ້ນຢູ່. ດັ່ງເຈົ້າຫນ້າທີ່ ຕຳຣວດໄທ ເວົ້າວ່າ:
"ເດັກຍິງຊາວໄທ ແຕ່ແມ່ເຂົາ ເປັນຄົນລາວ ພໍ່ເປັນຄົນໄທ ແຕ່ພໍ່ເຂົາ ຕາຍແລ້ວ ແມ່ສາຣະພາບວ່າ ຮັບຈ້າງ 20,000 ກໍ່ເອົາໃສ່ ຕຸກກະຕາ ໃຫ້ລູກຂ້າມມາ ລູກຮູ້ເຫັນ ເປັນໃຈຫລືບໍ ຍັງບໍຮູ້ ເພາະເດັກນ້ອຍ ອາຍຸມີແຕ່ 12 ປີເທົ່ານັ້ນ".
ເຫດການດັ່ງກ່່າວ ເກິດຂຶ້ນ ໃນມື້ວັນທີ 5 ເດືອນ ມົກກະຣາ ນີ້ ທີ່ບໍຣິເວນ ຕລາດຊາຍແດນ ເມືອງທ່າພະບາດ ແຂວງບໍຣິຄຳໄຊ ກັບເມືອງປາກຄາດ ແຂວງຫນອງຄາຍ ຕຳຣວດ ໄດ້ພົບເຫັນ ເດັກນ້ອຍຜູ້ຍິງ ຄົນດັ່ງກ່າວ ທີ່ກຳລັງ ຂ້າມເຮືອຈາກ ຝັ່ງລາວ ມີພຶດຕິກັມ ຜິດປົກກະຕິ ຈຶ່ງເຂົ້າໄປກວດຄົ້ນ ຈຶ່ງພົບຢາບ້າ ບັນຈຸຢູ່ໃນ ຖົງຢາງ ຈຳນວນ 10 ຖົງ ທີ່ມີຢາບ້າ ທັງຫມົດປະມານ 1,918 ເມັດ ເຊຶ່ອງໄວ້ ໃນຕຸກກະຕາຫມີ.
ຈາກການສືບສວນ ເບຶ້ອງຕົ້ນ ເດັກນ້ອຍລາວ ຄົນນັ້ນ ຂໍໃຫ້ຕຳຣວດ ຕິດຕໍ່ໄປຫາ ແມ່ຂອງນາງ ທີ່ຝັ່ງລາວ ທີ່ແຂວງ ບໍຣິຄຳໄຊ ທາງໂທລະສັບ ໃນທີ່ສຸດ ແມ່ຂອງເດັກ ຄົນນັ້ນ ກໍ່ສາຣະພາບ ຕໍ່ເຈົ້າຫນ້າທີ່ ວ່າແມ່ນຕົນ ເປັນຜູ້ເຊຶ່ອງ ຢາບ້າໃສ່ ຕຸກກະຕາຫມີ ໂຕນັ້ນ ທີ່ນາງບໍ່ຮູ້ນຳ ເພາະໄດ້ຮັບ ຄ່າຈ້າງ 20 ພັນບາດ.