ຍານາງຍິ່ງລັກຍິນດີ ນໍາໂຈະການສ້າງເຂື່ອນ

ນາຍົກຣັຖມົນຕຣີ ໄທ ຍານາງ ຍິ່ງລັກ ຮັບປາກວ່າ ຈະຫ້າມ ການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ໄວ້ຊົ່ວຄາວ ກ່ອນ.
ໂພໄຊສວັດ
2012.07.16

ນາຍົກ ຣັຖມົນຕຣີໄທ ຍານາງ ຍິ່ງລັກ ຊິນນະວັດ ໄດ້ກ່າວ ໃນມື້ວັນສຸກ ວັນທີ 13 ກໍຣະກະດາ 2012 ວ່າບໍຣິສັດ ກໍ່ສ້າງໄທ ທີ່ມີກໍານົດ ກໍ່ສ້າງເຂື່ອນ ໄຊຍະບຸຣີ ໃນລາວ ຈະບໍ່ເລີ້ມລົງມື ກໍ່ສ້າງ ເທື່ອຈົນກວ່າ ການສຶກສາ ກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ຈະສິ້ນສຸດລົງ ເສັຍກ່ອນ. ອີງຕາມ ລາຍງານ ຂອງ ໜັງສືພິມ ພະນົມເປັນ ໂປສຕ ວັນທີ 16 ກໍຣະກະດາ 2012.

ຍານາງຍິ່ງລັກ ຢືນຢັນວ່າ ຈະສນັບສນູນ ການສຶກສາ ກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດລ້ອມ ທີ່ ຄນະກັມມາທິການ ແມ່ນໍ້າຂອງ MRC ຊຶ່ງປະກອບ ດ້ວຍລາວ ໄທ ກໍາພູຊາ ແລະ ວຽດນາມ ໄດ້ຕົກລົງ ເຫັນດີ ໃຫ້ສຶກສາ ເມື່ອເດືອນ ທັນວາ ຜ່ານມາ ກ່ອນຈະເລີ້ມ ການກໍ່ສ້າງ.

ຍານາງຍິ່ງລັກ ໄດ້ກ່າວຫລັງຈາກ ທີ່ໄດ້ພົບພໍ້ ກັບ ນາຍົກຣັຖມົນຕຣີ ຮຸນເຊນ ຢູ່ສຽມຮຽບ ປະເທດ ກັມພູຊາ ວ່າ ທາງຝ່າຍໄທ ຈະສຶກສາ ເພີ້ມຕື່ມ ກ່ຽວກັບ ລະດັບ ຄວາມຮຸນແຮງ ຂອງ ຜົນກະທົບ ໃນ ແມ່ນໍ້າຂອງ.

ວຽດນາມ ແລະ ກັມພູຊາ ໄດ້ສະແດງ ຄວາມວິຕົກ ກັງວົນ ກ່ຽວກັບ ຜົນກະທົບ ທີ່ເຂື່ອນ ຈະມີຕໍ່ ຊຸມຊົນ ໃນພາກລຸ່ມ ແມ່ນໍ້າຂອງ, ຫລັງຈາກ ມີລາຍງານວ່າ ບໍຣິສັດ ຊ.ການຊ່າງ ຂອງໄທ ໄດ້ເລີ້ມກໍ່ສ້າງ ເຂື່ອນ ດັ່ງກ່າວແລ້ວ.

ໜັງສືພິມ ພະນົມເປັນ ໂປສຕ ລາຍງານ ຕໍ່ໄປວ່າ ນາຍົກ ຣັຖມົນຕຣີ ຮຸນເຊນ ຂອງ ກັມພູຊາ ໄດ້ສະແດງ ຄວາມວິຕົກ ກັງວົນ ຕໍ່ຍານາງ ຍິ່ງລັກ ຊຶ່ງ ປະເທດໄທ ຈະຮັບຊື້ ກະແສ ໄຟຟ້າ 95 ສ່ວນຮ້ອຍ ຈາກ ເຂື່ອນ ດັ່ງກ່າວ.

ປັດຈຸບັນ ທັງ ກັມພູຊາ ແລະ ວຽດນາມ ຈະຮ່ວມກັນ ຮ່າງຈົດໝາຍ ເຖີງ ຣັຖບານ ສປປລາວ ຮຽກຮ້ອງໃຫ້ ໂຈະ ການສ້າງເຂື່ອນ ໄຊຍະບຸຣີ ນີ້ອອກໄປ ກ່ອນ ຊຶ່ງ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດລາວ ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວ ໃນມື້ວັນສຸກ ຜ່ານມາວ່າ ການກໍ່ສ້າງ ເຂື່ອນ ໃນຂັ້ນຕົ້ນ ໄດ້ຍຸຕິແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.