ອັນຕຣາຍຈາກກາຣ ທຳແທ້ງ
2012.08.16
ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຊຽງຂວາງ ວ່າ ໃນປີ 2012 ນີ້ພົບເຫັນ ມີຂໍ້ມູລ ທີ່ວ່າ ມີແມ່ຍີງ ທີ່ຕັ້ງທ້ອງ ແບບບໍ່ຕັ້ງໃຈ ຈຳນວນໜຶ່ງ ທີ່ໄປເຮັດແທ້ງ ຫລື ເອົາລູກອອກ ທັ້ງຢູ່ໃນ ແລະ ຕ່າງແຂວງ ໂດຽທີ່ບໍ່ມີ ກາຣປຶກສາຫາຣື ແລະ ພິຈາຣະນາ ຢ່າງຮອບຄອບ ເສັຍກ່ອນ ແລະ ກໍຍອມຮັບວ່າ ທາງແຜນກ ສາທາຣະນະສຸຂ ອາຈບໍ່ໄດ້ ລົງພື້ນທີ່ ເພື່ອໃຫ້ຄວາມຮູ້ ກ່ຽວກັບອັນຕຣາຍ ຂອງກາຣແທ້ງລູກ ຢ່າງທົ່ວເຖີງ ແຕ່ຢ່າງໃດ ໂດຽສະເພາະ ຕາມເຂຕຊົນບົທ:
“ບໍ່ທັນທົ່ວເຖີງ ແດ່ອັນນີ້ ພຍາຍາມຢູ່ ເຮົາກໍມີສູນ ໃຫ້ຄຳປຶກສາຢູ່ ໃຫ້ຂໍ້ມູລຂ່າວສາຣ ດ້ານນີ້ແຫລະ ເວົ້າເຣື່ອງອັນຕຣາຍ ຂອງກາຣທຳແທ້ງ ພຍາຍາມເຮັດ ໃຫ້ຂະເຈົ້າ ມາວາງແຜນ ຄອບຄົວ".
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣທໍາແທ້ງນັ້ນ ເປັນກາຣກະທຳ ທີ່ຜິດກົດໝາຍ ອາຍາມາຕຣາ 85 ແຕ່ວ່າ ໃນຣະຍະ ຜ່ານມາ ກໍບໍ່ກາຣຈັບກຸ່ມ ຜູ້ກະທຳຜິດ ແຕ່ຢ່າງໃດ ເນື່ອງຈາກ ມີຄວາມເຫັນໃຈ ທີ່ບາງຄົນ ກໍມີຄວາມຈຳເປັນ ໂດຽສະເພາະ ທີ່ລູກອ່ອນນ້ອຍ ໃນທ້ອງນັ້ນ ອາຈມີສະພາບ ຜິດປົກຕິ ຫລື ບໍ່ສົມບູນແບບ ແລະ ນອກຈາກນັ້ນ ກໍມີບາງຣາຍ ທີ່ມັກຈະຍົກເອົາ ຖານະ ຄວາມທຸກຂ໌ຍາກ ຂອງຄອບຄົວ ມາອ້າງ ຊຶ່ງກໍໄດ້ມີ ກາຣຕັກເຕືອນ ບໍ່ໃຫ້ເຮັດຕື່ມອີກ ໃນຂັ້ນຕໍ່ໄປ.
ເຖີງຢ່າງໃດກໍຕາມ ກາຣທໍາແທ້ງ ມັກຈະເກີດ ພຍາທແຊກຊ້ອນ ຫລາຍຢ່າງຕາມມາ ໂດຽສະເພາະ ກໍແມ່ນ ກາຣເສັຍເລືອດ ມົດລູກຕິດ ເຊື້ອຮຸນແຮງ ຫລືມົດລູກ ອັກເສບ ດັ່ງທີ່ພົບເຫັນ ໃນຣະຫວ່າງ 2-3 ປີ ທີ່ຜ່ານມາ ທີ່ມີແມ່ຍີງ ເສັຍຊີວີຕຍ້ອນ ບໍ່ຕໍ່າກວ່າ 3 ຄົນ ຫລັງຈາກທີ່ ມີກາຣບັງຄັບ ເອົາລູກອອກ.
<object data="/vietnamese/manuallyupload/audio-player/player.swf" height="25" id="audioplayer1" type="application/x-shockwave-flash" width="240">
<param name="data" value="/vietnamese/manuallyupload/audio-player/player.swf" />
<param name="FlashVars" value="playerID=1&bg=0x00FFFF&leftbg=0x3366FF&lefticon=0xFFFFFF&rightbg=0xFF6633&rightbghover=0x999999&righticon=0x14FF14&righticonhover=0xffffff&text=0x666666&slider=0x666666&track=0xFFFFFF&border=0x666666&loader=0x9FFFB8&soundFile=/lao/news-about-laos/xiengkhouang-girls-lack-knowledge-pregnancy-prevention-08162012123239.html/n4-0815ws" />
<param name="quality" value="high" />
<param name="menu" value="false" />
<param name="bgcolor" value="FFFFFF" />
<param name="src" value="/vietnamese/manuallyupload/audio-player/player.swf" />
</object>