ທຶນເໝິດ ງົດສ້າງ ເມກາມອລ໌
2012.10.23

ໂຄງການ ເມກາ ມອລ໌ ຢູ່ເມືອງ ສີໂຄງຕະບອງ ຖືກໂຈະ ການກໍ່ສ້າງ ເນື່ອງຈາກວ່າ ເຈົ້າຂອງໂຄງການ ບໍ່ມີທຶນພຽງພໍ ຈຶ່ງສົ່ງຜົລສະທ້ອນ ໃຫ້ການກໍ່ສ້າງ ໂຄງການດັ່ງກ່າວ ຕ້ອງຢຸດສະງັກລົງ ແລະ ລໍຖ້າ ໃຫ້ນັກລົງທຶນ ທີ່ສົນໃຈ ໄປສືບຕໍ່ ໂຄງການນັ້ນ ຕໍ່ໄປ. ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ໃນມື້ວັນທີ 23 ຕຸລາ ນີ້.
”ກໍຢຸດຊົ່ວຄາວ ລະຍະນີ້ ເພາະ ເພິ່ນຍັງສັບສົນ ເຣື້ອງ ຫາທຶນ ງົປມານ ຈະສ້າງ ໃຊ້ທຶນ ຜູ່ທີ່ຈະມາເຊົ່າ ຫ້ອງຕ່າງໆ ເອົາເງິນ ຂະເຈົ້າ ໄປກ່ອນ ເງິນເອົາໄປແລ້ວ ແລ້ວບັດນີ້ ຊິເອົາທຶນນີ້ ໄປກ່ອນ. ຜົລສຸດທ້າຍ ໝູນໄປ ມັນກໍຢຸດເຊົາ ໄປບໍ່ລອດ ເກັລບຄ່າເຊົ່າ ໄປແລ້ວ ເພິ່ນມາເອົາ ປຸກສ້າງ ຣະບົບບໍ່ພຽງພໍ ກໍຖືວ່າ ດໍາເນີນໄປບໍ່ໄດ້.”
ໂຄງການ ດັ່ງກ່າວ ມີເງິນທຶນ ສ່ວນນຶ່ງ ແລະ ນອກຈາກຈາກນັ້ນ ຈະເກັບເງິນ ຄ່າເຊົ່າ ຈາກບັນດາ ຜູ້ທີ່ ຕ້ອງການເຊົ່າຮ້ານ ມາເປັນທຶນ, ແຕ່ສະຖານນະການ ບໍ່ເປັນໄປ ຕາມທີ່ບໍຣິສັດ ໄດ້ວາງໄວ້, ຈຶ່ງສົ່ງຜົລ ໃຫ້ເງິນທຶນ ບໍ່ພຽງພໍ ທີ່ຈະກໍ່ສ້າງ ຕໍ່ໄປ. ໃນກໍຣະນີ ດັ່ງກ່າວ, ທາງໂຄງການ ຈະຕ້ອງ ສົ່ງເງິນຄືນ ໃຫ້ກັບ ຜູ້ທີ່ຈ່າຍຄ່າເຊົ່າ ໄປແລ້ວ ຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້. ສ່ວນ ການຈ່າຍໜີ້ຄືນ ທາງນະຄອນຫລວງວຽງຈັນ ຈະຕ້ອງໄດ້ ຫາລື ກັບທາງໂຄງການ ຕື່ີມອີກ.
ໃນຂະນະດຽວກັນ, ແມ່ຄ້າ ທີ່ຈ່າຍເງິນ ຄ່າເຊົ່າຕຶກ ເມກາ ມອລ໌ ໄປແລ້ວນັ້ນ ກໍຍັງບໍ່ຮູ້ ຢ່າງແຈ່ມແຈ້ງ ວ່າ ອີກດົນປານໃດ ຈຶ່ງຈະໄດ້ເງິນຄືນ ເນື່ອງຈາກວ່າ ເຣື້ອງດັ່ງກ່າວ ຍັງບໍ່ທັນມີການປະກາດ ຢ່າງແຈ່ມແຈ້ງ. ດັ່ງຍານາງ ກ່າວໃນຕອນນຶ່ງ ວ່າ:
”ກໍຖາມ ຂະເຈົ້າຢູ່ ຂະເຈົ້າກໍວ່າ ມັນເປັນແນວນັ້ນ ເພາະ ມັນມີບັນຫາ ທາງດ້ານການລົງທຶນ ຫຸ້ນຫຍັງ ປະມານນີ້ ແຕ່ວ່າ ບໍ່ຮູ້ຣາຍລະອຽດ ເທື່ອ ກໍຍັງ ບໍ່ຮູ້ວ່າ ໃຜຈະຮັບຜິດຊອບເທື່ອ ແຕ່ວ່າ ເພິ່ນ ກໍກໍາລັງ ເວົ້າກັນຢູ່ ວ່າງນີ້.”
ເຖິງຢ່າງໃດ ກໍຕາມ, ທ່ານ ເຣມອນດ໌ ວ໊ອງ, ກັມມະການ ຜູ້ຈັດການ, ກ່າວວ່າ ເປັນໂຄງການ ຮ່ວມ ທຶນ ຣະຫວ່າງ ຈີນ ແລະ ສິງກະໂປ ໃຊ້ເງິນ ລົງທຶນ ການກໍ່ສ້າງ ປະມານ 50 ລ້ານ ດອນລາຣ໌ ແຕ່ຍັງບໍ່ນັບເງິນ ສໍາລັບ ລົງທຶນ ໃນຂັ້ນ ຕໍ່ໄປ. ໂຄງການ ເມກາ ມອລ໌ ເປັນອາຄານ ສູງ 5 ຊັ້ນ, ເຊົ່າທີ່ດິນ ຈາກຣັຖບານ ເປັນລະຍະ 50 ປີ.